ADB ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານເຖິງ 40 ຕື້ໂດລາ ໃນປີ 2030

ADB ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານເຖິງ 40 ຕື້ໂດລາ ໃນປີ 2030

ADB ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານເຖິງ 40 ຕື້ໂດລາ ໃນປີ 2030
ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ທະນາຄານ​ພັດທະນາ​ອາຊີ (ADB) ປະກາດ​ແຜນການ​ເພີ່ມ​ການສະໜັບສະ​ໜູນ​​ດ້ານ​ຄວາມ​ໝັ້ນຄົງທາງ​ດ້ານ​ສະບຽງ​ອາຫານ ແລະ ໂພຊະນາການໄລຍະຍາວ ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ມູນຄ່າ 26 ຕື້ໂດລາ, ​ເຮັດ​ໃຫ້​ຍອດ​ຈຳນວນ​ທຶນ​ສະໜັບສະໜູນໂຄງການຄວາມ​ໝັ້ນຄົງ​ທາງດ້ານສະບຽງ​ອາຫານ ໃນ​ປີ 2022 – 2030​ບັນລຸ 40 ຕື້ໂດລາ.

 

ໂຄງການຄວາມໝັ້ນຄົງດ້ານສະບຽງອາຫານດັ່ງກ່າວນີ້ມີຈຸດປະສົງເພື່ອຊ່ວຍໃຫ້ພາກພື້ນອາຊີປາຊີຟິກຜະລິດອາຫານທີ່ຫຼາກຫຼາຍ ແລະ ມີຄຸນຄ່າທາງໂພຊະນາການ, ສ້າງວຽກເຮັດງານທໍາ, ຫຼຸດຜົນກະທົບທາງສິ່ງແວດລ້ອມແລະສົ່ງເສີມຕ່ອງໂສ້ການສະໜອງກະສິກໍາທີ່ເຂັ້ມແຂງ.ໂດຍຜ່ານການຈັດຫາເງິນທຶນແລະການສະໜັບສະໜູນນະໂຍບາຍສໍາລັບລັດຖະບານ ແລະບໍລິສັດຕ່າງໆ.

ຄຳໝັ້ນສັນຍາຄັ້ງໃໝ່ນີ້ ສືບຕໍ່ຈາກຄຳໝັ້ນສັນຍາຂອງADB ໃນເດືອນກັນຍາ 2022, ທີ່ຈະລົງທຶນ14 ຕື້ໂດລາໃນປີ 2025 ເພື່ອຍົກລະດັບຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ແກ້ໄຂວິກິດການດ້ານສະບຽງອາຫານໃນພາກພື້ນ, ໂດຍADB ໄດ້ສະໜອງເງິນ11 ຕື້ໂດລາ ໃນທ້າຍປີ 2024.

ສຳລັບການຈັດຫາເງິນທຶນເພີ່ມເຕີມ 26 ຕື້ໂດລາທີ່ໄດ້ປະກາດໃນວັນທີ 4 ພຶດສະພາ ຜ່ານມາ ປະກອບດ້ວຍການສະໜັບສະໜູນໂດຍກົງແກ່ລັດຖະບານ 18.5 ຕື້ໂດລາ ແລະ ການລົງທຶນໃນພາກເອກະຊົນ 7.5 ຕື້ໂດລາ.

ທ່ານ ມາຊາໂຕະ ຄັນດະ ປະທານADBກ່າວວ່າ: ໄພແຫ້ງແລ້ງ, ນໍ້າຖ້ວມ, ຄວາມຮ້ອນທີ່ຮ້າຍແຮງ ແລະ ການເຊື່ອມໂຊມຂອງຊັບພະຍາກອນທຳມະຊາດທີ່ບໍ່ເຄີຍມີມາກ່ອນ ກຳລັງທຳລາຍຜົນຜະລິດກະສິກໍາ. ລວມທັງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການດຳລົງຊີວິດຢູ່ຊົນນະບົດ, ການເພີ່ມການສະໜັບສະໜູນນີ້ ຈະຊ່ວຍບັນດາປະເທດຕ່າງໆບັນເທົາຄວາມອຶດຫິວ, ປັບປຸງສະບຽງອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມ, ສ້າງໂອກາດໃຫ້ຊາວກະສິກອນ ແລະ ທຸລະກິດກະສິກຳ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ຂ່າວສານຊີອາໄອລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ ແລະ ວາງ​ສະ​ແດງ​ບາ​ເຊ​ໂລ​ນາ​ ຂອງ​ແອັດ​ສະ​ປາຍ ​ໃນ​ວັນ​ທີ 2 ມີ​ນາ ຜ່ານມາ ​ພາຍ​ໃຕ້​ຫົວ​ຂໍ້ “ຍຸກ​ອັດ​ສະ​ລິ​ຍະ” ໂດຍຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ​, ກອງປະຊຸມຈະ​ສຸມ​ໃສ່ 6 ຂົງ​ເຂດ​ສຳ​ຄັນ ຄື: ສິ່​ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອັດ​ສະ​ລິ​ຍະ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ອັດ​ສະ​ລິ​ຍະ, ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ​ລະ​ດັບ​ວິ​ສາ​ຫະ​ກິດ, ການ​ປະ​ສົມ​ປະ​ສານ​ນິ​ເວດ​ປັນ​ຍາ​ປະ​ດິດ, ການ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ​ໃຫ້​ທົ່ວ​ເຖິງ ແລະ ການ​ປ່ຽນ​ແປງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່.
ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ມີນາ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍວ່າ, ການໃຊ້ຈ່າຍທຶນ (Capital Spending) ຂອງບໍລິສັດຍີ່ປຸ່ນໃນໄຕມາດເດືອນຕຸລາ-ທັນວາ 2025 ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຊຶ່ງເປັນການຂະຫຍາຍຕົວຕໍ່ເນື່ອງເປັນໄຕມາດທີ 4, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບອະສັງຫາລິມະຊັບໃນໂຄງການພັດທະນາຕົວເມືອງ.
ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ກະຊວງພະລັງງານຂອງຊາອຸດິດ ອາຣັບບີ ຢືນຢັນວ່າການໂຈມຕີດ້ວຍໂດຣນທີ່ໂຮງກັ່ນນ້ຳມັນ Ras Tanura ຂອງ Aramco ຊຶ່ງເປັນບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດ ໄດ້ສ້າງຄວາມເສຍຫາຍຈຳກັດ ແລະ ບໍ່ມີຜົນກະທົບຕໍ່ການສະໜອງຜະລິດຕະພັນນ້ຳມັນໃຫ້ແກ່ຕະຫຼາດທ້ອງຖິ່ນ.
ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.
ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງວິທະຍາສາດເຕັກໂນໂລຊີ, ອົງການຕິດຕາມຄຸ້ມຄອງການເງິນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍ ອົງການຊັບສິນທາງປັນຍາແຫ່ງຊາດຈີນ ໄດ້ຮ່ວມກັນເຜີຍແຜ່ “ບາງຄວາມເຫັນກ່ຽວກັບການເລັ່ງຊຸກຍູ້ປະກັນໄພດ້ານວິທະຍາສາດເຕັກໂນໂລຊີໃຫ້ໄດ້ຮັບການພັດທະນາທີ່ມີຄຸນນະພາບສູງ ເພື່ອເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ” ໂດຍໄດ້ອອກມາດຕະການ 20 ຂໍ້ໃນ 6 ດ້ານ ເພື່ອເລັ່ງສ້າງກົນໄກ ແລະ ໂຄງປະກອບປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ສອດຄ່ອງກັບນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີ.
ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຈັດການສະໜອງຂໍ້ມູນຕາມຫົວຂໍ້ສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ເພີ່ມເຕີມ