ລາຍງານລະບຸວ່າ: ເຮືອບິນລຳໃໝ່ນີ້ແມ່ນໜຶ່ງໃນເຮືອບິນລຸ້ນ ATR 72-600 ຈຳນວນ 1 ໃນ 3 ລຳທີ່ສາຍການບິນມີກຳນົດຈະຊື້ໃນປີ 2025 ແລະ ຄາດວ່າເຮືອບິນລຳທີ 2 ແລະ 3 ຈະຖືກສົ່ງມອບເຖິງກຳປູເຈຍໃນເດືອນຕຸລາ ແລະ ເດືອນພະຈິກ ນີ້.
Air Cambodia ກໍາລັງວາງແຜນຂະຫຍາຍເຄືອຂ່າຍເສັ້ນທາງໄປສູ່ຕະຫຼາດທີ່ມີທ່າແຮງສູງເຊັ່ນ: ອາຊີຕາເວັນອອກສ່ຽງເໜືອ, ຈີນ, ອາຊີໃຕ້ ແລະ ອົສຕຣາລີ. ເພື່ອຕອບສະໜອງຄວາມຕ້ອງການການທ່ອງທ່ຽວສາກົນທີ່ນັບມື້ນັບເພີ່ມຂຶ້ນ, ພ້ອມທັງມຸ່ງໄປເຖິງລະດັບໂລກ ແລະ ເພີ່ມທະວີການເຊື່ອມຕໍ່ຂອງກຳປູເຈຍກັບໂລກເທື່ອລະກ້າວ. ໂດຍອີງໃສ່ຄວາມພ້ອມຂອງຕະຫຼາດ ແລະ ຄວາມເປັນໄປໄດ້ໃນການດໍາເນີນງານ.
ສາຍການບິນລະບຸວ່າ: ກຳປູເຈຍຍັງມີແຜນທີ່ຈະຂະຫຍາຍເຮືອບິນຂອງຕົນເປັນ 33 ລຳ ເພື່ອຮອງຮັບການຂະຫຍາຍຕົວໃນອະນາຄົດ ແລະ ການຂະຫຍາຍຕົວລະດັບສາກົນ. ໂດຍເປັນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວ.
ຄໍາເຫັນ