ອາເມຣິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ 

ອາເມຣິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ 
ວິທະຍຸກະຈາຍສຽງຫວຽດນາມລາຍງານ, ຕາມກົມໃຫຍ່ສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີ 2024, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ບັນລຸ 238,88 ຕື້ໂດລາ; ການສົ່ງອອກເກີນດຸນບັນລຸ 8,4 ຕື້ໂດລາ. ອາເມຣິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ. ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນການຄ້າ ຄາດວ່າບັນລຸ 41,6 ຕື້ໂດລາ. 
ຂ່າວລາຍງານວ່າ: ວົງເງິນສົ່ງອອກສິນຄ້າຂອງເດືອນເມສາ ໃນທົ່ວປະເທດ ຄາດວ່າບັນລຸເກືອບ 31 ຕື້ໂດລາ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ສະເລ່ຍ 4 ເດືອນຕົ້ນປີ 2024, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 123,64 ຕື້ໂດລາ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ອາເມຣິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນການຄ້າ ຄາດວ່າບັນລຸ 34,1 ຕື້ໂດລາ. ຖັດຈາກນັ້ນແມ່ນ ຈີນ ດ້ວຍຍອດວົງເງິນສົ່ງອອກບັນລຸ 18 ຕື້ໂດລາ, ສະຫະພາບເອີຣົບ (EU) ດ້ວຍຈຳນວນ 16,4 ຕື້ໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຊາວອົສຕຣາລີເກືອບເຄິ່ງໜຶ່ງ ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນອາຊະຍາກຳຂອງອົສຕຣາລີ (AIC) ເປີດເຜີຍບົດລາຍງານໃນວັນທີ 14 ສິງຫາ ຜ່ານມາລະບຸວ່າ, ເກືອບເຄິ່ງໜຶ່ງຂອງຜູ້ໃຊ້ອິນເຕີເນັດໄດ້ຕົກເປັນເຫຍື່ອຂອງອາຊະຍາກຳທາງໄຊເບີ ໃນໄລຍະ 12 ເດືອນຜ່ານມາ.
ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ໄຟປ່າໃນເອີຣົບ ຮ້າຍແຮງກວ່າຄ່າສະເລ່ຍ 2 ເທົ່າ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ, ລະດູໄຟປ່າໃນເອີຣົບໄດ້ເຜົາທຳລາຍເນື້ອທີ່ທັງໝົດ 439,568 ເຮັກຕາ ແລ້ວ ໃນປີ 2025 ຊຶ່ງຫຼາຍກວ່າຄ່າສະເລ່ຍໄລຍະ 19 ປີ ໃນໄລຍະດຽວກັນກວ່າສອງເທົ່າ. ໂດຍສະຖິຕິດັ່ງກ່າວ​ນີ້​ກວມເອົາ​ໄຟ​ປ່າຂະໜາດໃຫຍ່​ກວ່າ 30 ​ເຮັກຕາ ທີ່​ກວດ​ພົບ​ໂດຍສູນ​ຄຸ້ມ​ຄອງເຫດ​ສຸກ​ເສີນ Copernicus ຂອງ​ສະຫະພາບ​ເອີຣົບ.
ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ອິນໂດເນເຊຍ ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນຜະລິດຈາກນໍ້າມັນປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ໂກກິ ມູຣາຊາ ຮອງປະທານບໍລິຫານຂອງບໍລິສັດພະລັງງານອິນໂດເນເຊຍ (PT Pertamina) ເປີດເຜີຍວ່າ: ບໍລິສັດໄດ້ຈັດສົ່ງນໍ້າມັນເຊື້ອໄຟເຮືອບິນທີ່ຜະລິດຈາກນ້ຳມັນປຸງແຕ່ງອາຫານທີ່ໃຊ້ແລ້ວງວດທຳອິດ.
ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ກະ​ຊວງ​ການ​ເງິນ​ຈີນ​ຈັດ​ສັນ​ງົບ​ປະ​ມານ 1 ຕື້ 146 ລ້ານຢວນ ​ໃນ​ການ​ຕ້ານ​ໄພ ​ແລະ​ ກູ້​ໄພ​​ການ​ຜະ​ລິດ​ກະ​ສິ​ກຳ

ຂ່າວສານຊີອາໄອລາຍງານວ່າ: ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງການເງິນຈີນວ່າ, ຫວ່າງມໍ່ໆມານີ້, ກະຊວງການເງິນຈີນຮ່ວມກັບກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ຈັດສັນງົບປະມານຈາກສູນກາງມູນຄ່າ 1 ຕື້ 146 ລ້ານຢວນເຂົ້າໃນການຕ້ານໄພ ແລະ ກູ້ໄພດ້ານການຜະລິດກະສິກຳ ເພື່ອສະໜັບສະໜູນ 13 ແຂວງ ທີ່ເປັນແຫຼ່ງຜະລິດທັນຍາຫານຕົ້ນຕໍໃນການປະຕິບັດນະໂຍບາຍ “ສີດເທື່ອໜຶ່ງຊຸກຍູ້ຫຼາຍລາຍການ” ສຳລັບທັນຍາຫານໃນລະດູໃບໄມ້ຫຼົ່ນ, ອອກແຮງຢ່າງສຸດຂີດເພື່ອເຮັດວຽກງານປ້ອງກັນ, ຫຼຸດຜ່ອນໄພ ແລະ ຊຸກຍູ້ຜົນຜະລິດຢ່າງໝັ້ນທ່ຽງໃຫ້ດີ.
ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ໄຟໄໝ້ປ່າຮຸ່ນແຮງຢູ່ເກຣັກ ແລະ ແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ໄຟໄໝ້ປ່າ​ຫຼາຍຈຸດກຳລັງ​ແຜ່​ລາມ​​ໃນ​ຫຼາຍ​ປະ​ເທດ​ພາກ​ໃຕ້​ຂອງ​ເອີ​ຣົບ, ໂດຍ​ສະ​ເພາະ​ແມ່ນ​ເກຼັກ ແລະ​ ແອັດສະປາຍ ຕ້ອງ​ອົບ​ພະ​ຍົບ​ປະຊາຊົນຫຼາຍ​ພັນ​ຄົນ. ໃນຂະນະທີ່ນັກວິທະຍາສາດເຕືອນວ່າ: ພາວະໂລກຮ້ອນເຮັດໃຫ້ຄື້ນຄວາມຮ້ອນຮຸ່ນແຮງຂຶ້ນ ແລະ ເພີ່ມຄວາມສ່ຽງຕໍ່ວິກິດການໄຟ ໄໝ້ປ່າໃນພາກໃຕ້ຂອງເອີຣົບ.
ເນປານ ຈະອະນຸຍາດໃຫ້ປີນພູໂດຍບໍ່ເສຍເງິນ

ເນປານ ຈະອະນຸຍາດໃຫ້ປີນພູໂດຍບໍ່ເສຍເງິນ

ຂ່າວຕ່າງປະເທດລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ເນ​ປານ​ ຈະ​ອະນຸຍາດ​ໃຫ້​ປີນ​ພູຫິມາໄລ 97 ​ໜ່ວຍໄດ້ໂດຍບໍ່ເສຍເງິນ​ເປັນ​ເວລາ 2 ປີ ​ເພື່ອ​ຊຸກຍູ້​ການທ່ອງທ່ຽວ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ.
ອິນໂດເນເຊຍ ພົບນັກລົງທຶນສ່ວນໃຫຍ່ໃນຕະຫຼາດຫຸ້ນ ອາຍຸຕໍ່າກວ່າ 30 ປີ

ອິນໂດເນເຊຍ ພົບນັກລົງທຶນສ່ວນໃຫຍ່ໃນຕະຫຼາດຫຸ້ນ ອາຍຸຕໍ່າກວ່າ 30 ປີ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການບໍລິການທາງດ້ານການເງິນຂອງອິນໂດເນເຊຍ ລາຍງານວ່າ: ນັກລົງທຶນຂະໜາດນ້ອຍໃນຕະຫຼາດຫຼັກຊັບອິນໂດເນເຊຍ (IDX) ຫຼາຍກວ່າເຄິ່ງໜຶ່ງມີອາຍຸຕໍ່າກວ່າ 30 ປີ. ໂດຍຈໍານວນນັກລົງທຶນຂະໜາດນ້ອຍທັງໝົດມີປະມານ 17.57 ລ້ານຄົນ ເມື່ອນັບຮອດວັນທີ 8 ສິງຫາ ຜ່ານມາ, ໂດຍເພີ່ມຂຶ້ນ 2.7 ລ້ານຄົນ ຫຼື 18.15% ເມື່ອທຽບໃສ່ປີຜ່ານມາ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ສິ​ກຳ​ ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​

ຂ່າວສານຊີອາໄອລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈີນ - ຍີ່​ປຸ່ນ - ສ ເກົາ​ຫຼີ​ ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອິນ​ຊອນ​ ປະ​ເທດ​ ສ ເກົາ​ຫຼີ. ໂດຍມີລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຈາກ​ສາມ​ປະ​ເທດ ​ແລະ​ ທ່ານ​ອື່ນໆ​​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ຫວຽດນາມ ພັດທະ​ນາ​ຮອບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ​ບັນ​ດາ​​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

ຫວຽດນາມ ພັດທະ​ນາ​ຮອບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ​ບັນ​ດາ​​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 13 ສິງຫາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ສະຫຼຸບໂຄງການປະຕິບັດເປົ້າ ໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2025 ແລະ ກຳນົດທິດທາງເນື້ອໃນໄລຍະ 2026 – 2030. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ສົມທົບກັບແບບທາງໄກໂດຍເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ໃນທົ່ວປະເທດ.
OECD ເຕືອນ ຂີ້ເຫຍື້ອພລາສຕິກໃນອາຊີຈະເພີ່ມຂຶ້ນ 70% ພາຍໃນປີ 2050

OECD ເຕືອນ ຂີ້ເຫຍື້ອພລາສຕິກໃນອາຊີຈະເພີ່ມຂຶ້ນ 70% ພາຍໃນປີ 2050

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ສິງຫາ ຜ່ານມາວ່າ: ບົດ​ລາຍ​ງານ​ສະບັບ​ຫຼ້າ​ສຸດ​ຂອງ​ອົງການ​ຮ່ວມ​ມື​ທາງເສດຖະກິດ ແລະ ​ການ​ພັດທະນາ ​(OECD) ​ເປີດ​ເຜີຍ​ວ່າ, ຂີ້​ເຫຍື້ອພລາສຕິກ​ທີ່ຮົ່ວ​ໄຫຼອອກ​ສູ່​ສິ່ງ​ແວດ​ລ້ອມ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ລວມທັງ​ຈີນ, ຍີ່ປຸ່ນ, ​ແລະ ສ​ ເກົາຫຼີ ອາດ​ຈະ​ເພີ່ມ​ຂຶ້ນ​ເກືອບ 70% ​ໃນ​ປີ 2050 ​ເມື່ອ​ທຽບ​ໃສ່​ປີ 2022 ຖ້າ​ບໍ່​ມີ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ.
ເພີ່ມເຕີມ