ອາເມຣິກາ ຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະເທດທີ່ປະສົບກັບໄພອຶດຫິວ

ອາເມຣິກາ ຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະເທດທີ່ປະສົບກັບໄພອຶດຫິວ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງກະສິກຳອາເມຣິກາ ແລະ ອົງການພັດທະນາສາກົນ ອາເມຣິກາ (USDA) ໄດ້ແຈ້ງໃຫ້ຮູ້ວ່າ: ຈະຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 1 ຕື້ໂດລາ ໃຫ້ບັນດາປະເທດທີ່ມີອັດຕາໄພອຶດຫິວສູງ.
ຂ່າວລະບຸວ່າ: ຕາມໂຄງການອາຫານໂລກຂອງສະຫະປະຊາຊາດ (UNWFP) ໃຫ້ຮູ້ວ່າ: ບັນດາປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອ, ລວມມີ: ສປກົງໂກ, ເຢແມັນ, ຊູດັງໃຕ້, ຊູດັງ ແລະ ຮາຍຕີ ຊຶ່ງນອນໃນຈຳນວນບັນດາປະເທດຖືກຜົນກະທົບຍ້ອນໄພອຶດຫິວໜັກໜ່ວງທີ່ສຸດ.
ສະຫະປະຊາຊາດໄດ້ກ່າວເຕືອນວ່າ: ໄພອຶດຫິວທົ່ວໂລກພວມຮ້າຍແຮງຂຶ້ນຕື່ມ. ປີ 2023, ມີປະຊາກອນຫຼາຍກວ່າ 745 ລ້ານຄົນໃນທົ່ວໂລກພວມປະເຊີນກັບໄພອຶດຫິວຢູ່ລະດັບປານກາງ ເຖິງ ຮ້າຍແຮງ. ຕາມສະຫະປະຊາຊາດ ແລ້ວ, ສາເຫດພາໃຫ້ໄປເຖິງສະພາບການດັ່ງກ່າວແມ່ນຍ້ອນເກີດການປະທະກັນໃນທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ-19.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ລາຄາເຂົ້າໃນຍີ່ປຸ່ນ ເພີ່ມຂຶ້ນ 17 ອາທິດຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາ; ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ລາຍງານວ່າ: ລາຄາເຂົ້າສານໃນຍີ່ປຸ່ນ ເພີ່ມສູງຂຶ້ນແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 4,233 ເຢນ ຕໍ່ 5 ກິໂລກຣາມໃນອາທິດທີ່ສິ້ນສຸດໃນວັນທີ 27 ເມສາ ຜ່ານມາ ຊຶ່ງໄດ້ຂຶ້ນສູ່ລະດັບສູງສຸດເປັນອາທິດທີ 17 ຕິດຕໍ່ກັນ.
ຟີລິບປິນ ຢືນຢັນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຊະນິດຮຸ່ນແຮງກໍລະນີທຳອິດຂອງປະເທດ

ຟີລິບປິນ ຢືນຢັນພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຊະນິດຮຸ່ນແຮງກໍລະນີທຳອິດຂອງປະເທດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ພຶດສະພາ ຜ່ານມາວ່າ: ກົມອຸດສາຫະກຳສັດ ພາຍໃຕ້ກະຊວງກະສິກຳຂອງຟີລິບປິນ ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກຊະນິດຮຸ່ນແຮງ ສາຍພັນ A ສາຍພັນຍ່ອຍ H5N9 ກໍລະນີທຳອິດ ໃນແຂວງຄາມາຣີເນສຊູ.
ທ່ານ​ ສີ​ຈິ້ນ​ຜິງ​ ພົບ​ປະກັບ​ ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ

ທ່ານ​ ສີ​ຈິ້ນ​ຜິງ​ ພົບ​ປະກັບ​ ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 8 ພຶດ​ສະ​ພາ​ ຜ່ານມາ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ວັງ​ແກ​ຣມແ​ລັງ ​ທີ່ນະ​ຄອນຫຼວງ​ມົ​ສ​ກູ ​ປະ​ເທດ​ຣັດ​ເຊຍ.
ຫວຽດນາມ ສ້າງ​ກົນ​ໄກ ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ຫວຽດນາມ ສ້າງ​ກົນ​ໄກ ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບຄະນະລັດຖະບານ ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະເພື່ອພັດທະນາເສດຖະກິດເອກະຊົນ.
ອົສຕຣາລີ ພັດທະນາເຄື່ອງມືຊ່ວຍຊາວກະສິກອນປັບປຸງພັນງົວທົນຕໍ່ອາກາດຮ້ອນ

ອົສຕຣາລີ ພັດທະນາເຄື່ອງມືຊ່ວຍຊາວກະສິກອນປັບປຸງພັນງົວທົນຕໍ່ອາກາດຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ; ສື່​ມວນ​ຊົນ​ອົສ​ຕຣາ​ລີ​ລາຍ​ງານ​ວ່າ:ເຄື່ອງ​ມື​ວັດແທກພັນ​ທຸ​ກຳ​ແບບ​ໃໝ່​ທີ່​ອົສ​ຕຣາ​ລີ​ພັດ​ທະ​ນາ​ຂຶ້ນເອງ ກຳລັງຊ່ວຍເຫຼືອຊາວກະສິກອນ​ຜູ້​ລ້ຽງ​ງົວ​ນົມໃນການປັບປຸງພັນງົວທີ່​ທົນ​ທານ​ຕໍ່​ຄວາມ​ຮ້ອນ​ໄດ້ດີຂຶ້ນ. ທ່າມກາງຄວາມ​ທ້າ​ທາຍ​ທີ່ເພີ່ມ​ຂຶ້ນ​ຂອງ​ຄວາມ​ກົດ​ດັນ​ຈາກອາກາດ​ຮ້ອນ​ໃນ​ການ​ລ້ຽງ​ສັດ​ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານນາງ ເອີຊູລາ ວອນເດີເລເຢນ ປະທານຄະນະກຳມະການເອີຣົບ ໄດ້ປະກາດບ້ວງເງິນ 500 ລ້ານເອີໂຣ (ປະມານ 566 ລ້ານໂດລາ) ເພື່ອແນໃສ່ຊຸກຍູ້ກຳລັງຄວາມສາມາດຄົ້ນຄວ້າວິທະຍາສາດຂອງ ສະຫະພາບເອີຣົບ (EU) ແລະ ດຶງດູດບັນດານັກວິທະຍາສາດແຖວໜ້າຈາກຫຼາຍປະເທດໃນໂລກ.
ຫຼາຍ​ປະ​ເທດ​ຈັດ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີແຫ່ງວັນ​ໄຊ​ຊະ​ນະຟາດ​ຊິດ

ຫຼາຍ​ປະ​ເທດ​ຈັດ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີແຫ່ງວັນ​ໄຊ​ຊະ​ນະຟາດ​ຊິດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ພຶດສະພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ, ໃນວັນທີ 6 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງມົສກູສະຫະພັນ ຣັດເຊຍໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ຣັດເຊຍ.
UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

UN ລາຍງານຄວາມຄືບໜ້າດ້ານການພັດທະນາມະນຸດຕໍ່າສຸດໃນຮອບ 35 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ;ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານສະບັບລ້າສຸດລະບຸວ່າ: ຄວາມກ້າວໜ້າຂອງການພັດທະນາມະນຸດທົ່ວໂລກກຳລັງຊ້າລົງແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ​ໂດຍເພີ່ມ​ຂຶ້ນ​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ປີ 1990.
ທ່ານສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ​

ທ່ານສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມຢາມຣັດເຊຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປະເທດຂອງສະຫະພາບໂຊວຽດ​

ຂ່າວສານຊີອາໄອ ລາຍງານໃນວັນທີ 8 ພຶດສະພາ ນີ້ວ່າ: ໃນວັນ​ທີ 7 ພຶດ​ສະ​ພາ ຜ່ານມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​​ຮອດສະ​ໜາມ​ບິນ​ວະ​ນຸ​ໂກ​ໂວ​ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ ແລະ ​ແຈກ​ຢາຍ​ໃບ​ປາ​ໄສ​​ໃຫ້​ສື່ມວນ​ຊົນ​ຢູ່​ສະ​ໜາມ​ບິນ ໂດຍ​ກ່າວ​ວ່າ: ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ
ຍອດເງິນລົງທຶນຈົດທະບຽນເຂົ້າຫວຽດນາມ ເພີ່ມຂຶ້ນເກືອບ 40%

ຍອດເງິນລົງທຶນຈົດທະບຽນເຂົ້າຫວຽດນາມ ເພີ່ມຂຶ້ນເກືອບ 40%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ພຶດສະພາ ຜ່ານມາ; ໂຕເລກຫຼ້າສຸດຂອງກົມການລົງທຶນຕ່າງປະເທດ (ກະຊວງການເງິນ ຫວຽດນາມ) ປະກາດໃຫ້ຮູ້ວ່າ: ໄລ່ຮອດວັນທີ 30 ເມສາ ຜ່ານມາ, ຍອດເງິນລົງທຶນຈົດທະບຽນເຂົ້າ ຫວຽດນາມ ບັນລຸ 13.8 ຕື້ກວ່າໂດລາ,
ເພີ່ມເຕີມ