ອັງກິດ ຕ້ອງອາໄສ AI ເພື່ອຮັບມືກັບເສດຖະກິດທີ່ສະຢຸດສະງັກ

ອັງກິດ ຕ້ອງອາໄສ AI ເພື່ອຮັບມືກັບເສດຖະກິດທີ່ສະຢຸດສະງັກ

ອັງກິດ ຕ້ອງອາໄສ AI ເພື່ອຮັບມືກັບເສດຖະກິດທີ່ສະຢຸດສະງັກ
ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ມີນາ ຜ່ານມາ; ທ່ານ ແອນດຣູ ເບລຍ ຜູ້ວ່າການທະນາຄານກາງອັງກິດ (BoE)ກ່າວວ່າ: ອັງກິດ ຈຳເປັນຕ້ອງອາໄສນະວັດຕະກໍາດ້ານເຕັກໂນໂລຊີເຊັ່ນ:ປັນຍາປະດິດ (AI) ເພື່ອຮັບມືກັບເສດຖະກິດທີ່ຄາດວ່າຈະຢຸດສະງັກຕໍ່ເນື່ອງ.

ທ່ານ ເບລຍ ໄດ້ບັນລະຍາຍທີ່ມະຫາວິທະຍາໄລເລສເຕີ ວ່າ: ປະສິດທິພາບການຜະລິດ (Productivity) ໄດ້ຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບໃສ່ກັບໄລຍະເກີດວິກິດການທາງການເງິນສົ່ງຜົນກະທົບຕໍ່ມາດຕະຖານການດໍາລົງຊີວິດ, ແນວໃດກໍຕາມ, ປະຫວັດສາດໄດ້ພິສູດແລ້ວວ່າເຕັກໂນໂລຊີໃໝ່ໆສາມາດຊຸກຍູ້ການເຕີບໂຕຂອງເສດຖະກິດໄດ້.

ທ່ານ ເບລຍ ເຫັນວ່າ:AI ມີຄວາມສາມາດທີ່ຈະເປັນເຕັກໂນໂລຊີທີ່ເພີ່ມປະສິດທິພາບການຜະລິດໄດ້ຄືກັນກັບເຕັກໂນໂລຊີເຄື່ອງຈັກໄອນ້ຳ ແລະຄອມພິວເຕີໃນສະໄໝກ່ອນເຄີຍເຮັດໄວ້ ຊຶ່ງຈະມີຄວາມສຳຄັນສຳລັບອັງກິດ ທີ່ກຳລັງປະເຊີນໜ້າກັບບັນຫາສັງຄົມຜູ້ອາຍຸສູງ.

ຜູ້ວ່າການທະນາຄານແຫ່ງອັງກິດກ່າວວ່າ:ຄວາມຈຳເປັນໃນການນໍາໃຊ້ເຕັກໂນໂລຊີເພື່ອເພີ່ມຄວາມສາມາດຂອງແຮງງານມະນຸດ ແລະ ຊຸກຍູ້ທ່າແຮງທາງດ້ານເສດຖະກິດທີ່ມີຄວາມເລັ່ງດ່ວນຫຼາຍຂຶ້ນ.ດັ່ງນັ້ນ, ຈຶ່ງມີຄວາມເຫັນວ່າພວກເຮົາຕ້ອງສົ່ງເສີມການເຕີບໂຕຂອງ AI.

ທ່ານ ເບລຍ ເນັ້ນໜັກວ່າ: ບໍ່ມີຄວາມກັງວົນວ່າ AI ຈະຍາດວຽກເຮັດງານທຳຂອງມະນຸດ. ໂດຍປຽບທຽບກັບເຕັກໂນໂລຊີໃນໄລຍະປະຕິວັດອຸດສາຫະກໍາ ຊຶ່ງບໍ່ໄດ້ສົ່ງຜົນໃຫ້ເກີດການວ່າງງານໃນວົງກວ້າງແລະເຫັນວ່າເປັນເລື່ອງຂອງຄົນທີ່ໃຊ້ AI ຫຼາຍກວ່າທີ່AIຈະມາແທນຄົນ.

ນອກຈາກນີ້, ຜູ້ວ່າການ BoE ຍັງກ່າວວ່າ:ໃນຂະນະທີ່ການຄ້າມີຄວາມສໍາຄັນໃນການເລັ່ງຄວາມກ້າວໜ້າດ້ານເຕັກໂນໂລຊີ, ແຕ່ລະບົບການຄ້າໃນປັດຈຸບັນກໍາລັງປະເຊີນກັບຄວາມບໍ່ສົມດູນຢ່າງຮ້າຍແຮງ. ໂດຍສະເພາະກັບຈີນທີ່ມີການເກີນດຸນການຄ້າຢ່າງຫຼວງຫຼາຍ ຊຶ່ງບັນຫານີ້ພວມສ້າງຄວາມກົດດັນໃຫ້ຫຼາຍປະເທດຫັນກັບມາໃຊ້ມາດຕະການພາສີໃນລະດັບທີ່ສູງຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

Siemens ຮ່ວມມືກັບ Nvidia ພັດທະນາລະບົບປະຕິບັດການ AI ສຳລັບຂະແໜງອຸດສາຫະກຳ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Siemens ແລະ Nvidia ໄດ້ປະກາດການຮ່ວມມືດ້ານປັນຍາປະດິດ (AI) ເພື່ອພັດທະນາວິທີແກ້ໄຂ AI ສຳລັບການນຳໃຊ້ໃນຂະແໜງອຸດສາຫະກຳ. ໂດຍມີເປົ້າໝາຍຍົກລະດັບຂະບວນການຕັ້ງແຕ່ການອອກແບບ ແລະ ການຜະລິດ ຈົນເຖິງລະບົບຕ່ອງໂສ້ການສະໜອງໂດຍຜ່ານການພັດທະນາລະບົບປະຕິບັດການອຸດສາຫະກຳທີ່ຂັບເຄື່ອນດ້ວຍ AI.
ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມສີລັງກາບັນລຸລະດັບສູງສຸດໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ທ່ານ ວິຈິດຕາ ເຮຣາດ ລັດຖະມົນຕີກະຊວງການຕ່າງປະເທດ, ການຈ້າງງານໃນຕ່າງປະເທດ ແລະ ການທ່ອງທ່ຽວຂອງສີລັງກາ ໄດ້ເປີດເຜີຍໃນກອງປະຊຸມຂ່າວ ຫວ່າງມໍ່ໆມານີ້ວ່າ, ສີລັງກາ ມີຈຳນວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນສູງສຸດແບບບໍ່ເຄີຍມີມາກ່ອນ ໃນປີ 2025, ໃນຂະນະທີ່ລາຍຮັບຈາກການທ່ອງທ່ຽວປະຈຳປີກໍທຳລາຍສະຖິຕິໃໝ່ເຊັ່ນດຽວກັນ, ເຖິງວ່າຈະປະເຊີນກັບອຸປະສັກຈາກພາຍຸໄຊໂຄລນ Ditwah ກໍຕາມ.
ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ອິນເດຍ ຊຸກຍູ້ໂຄງການພັດທະນາທັກສະດ້ານ AI ແຫ່ງຊາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ອິນເດຍກຳລັງນຳໃຊ້ປັນຍາປະດິດ (AI) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານຂອງຕົນ ທ່າມກາງຄວາມກັງວົນທົ່ວໂລກວ່າເຕັກໂນໂລຊີດັ່ງກ່າວອາດຈະເຂົ້າມາທົດແທນວຽກເຮັດງານທຳຈຳນວນຫຼາຍ. ໂດຍລັດຖະບານອິນເດຍໄດ້ເປີດໂຄງການພັດທະນາທັກສະດ້ານ AI ແຫ່ງຊາດຂະໜາດໃຫຍ່ ຊຶ່ງມີຈຸດປະສົງເພື່ອຝຶກອົບຮົມຊາວໜຸ່ມໃຫ້ໄດ້ 1 ລ້ານຄົນພາຍໃນ 1 ປີ.
Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

Samsung ເຕືອນ ລາຄາສິນຄ້າໄອທີມີທ່າອ່ຽງຈະເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ບໍລິສັດ Samsung Electronics ຊຶ່ງເປັນບໍລິສັດເອເລັກໂຕຣນິກຊັ້ນນໍາຂອງໂລກຈາກ ສ ເກົາຫຼີ ຄາດຄະເນວ່າ, ບັນຫາການຂາດແຄນຊິບໜ່ວຍຄວາມຈໍາຈະເຮັດໃຫ້ລາຄາສິນຄ້າໃນອຸດສາຫະກໍາເອເລັກໂຕຣນິກເພີ່ມສູງຂຶ້ນ ຊຶ່ງອາດຈະລວມທັງສິນຄ້າຂອງ Samsung ດ້ວຍ, ເຖິງແມ່ນວ່າ Samsung ເບິ່ງຄືວ່າມີຂໍ້ໄດ້ປຽບຫຼາຍກວ່າຄູ່ແຂ່ງຂອງຕົນ ເພາະວ່າເປັນຜູ້ຜະລິດຊິບໜ່ວຍຄວາມຈຳທີ່ໃຫຍ່ທີ່ສຸດໃນໂລກ.
ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ປີ 2025 ການ​ຝາກ​ເຄື່ອງ​ທາງ​ໄປ​ສະ​ນີ​ຂອງ​ຈີນ​ບັນ​ລຸ​ເຖິງ 216 ຕື້ 500 ລ້ານ​​ອັນ

ຂ່າວສານຊີອາໄອລາຍງານວ່າ: ຕາມ​ນັກ​ຂ່າວ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຈາກກອ​ງ​ປະ​ຊຸມ​ວຽກ​ງານ​​ໄປ​ສະ​ນີ​ທົ່ວ​ປະ​ເທດ​ປີ 2026 ທີ່​ກົມ​​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນ ຜ່ານມາ​ນີ້​​ວ່າ:
ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ຫວຽດນາມ ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 7 ມັງກອນ ຜ່ານມາວ່າ: ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບ ໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.
ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ອັງກິດ ຫ້າມໂຄສະນາອາຫານຈານດ່ວນໃນເວລາກາງເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ນັບຕັ້ງແຕ່ວັນທີ 5 ມັງກອນ 2026, ລັດຖະບານອັງກິດໄດ້ຫ້າມການໂຄສະນາອາຫານຂີ້ເຫຍື້ອໃນໂທລະພາບ ແລະ ທາງອອນລາຍໃນເວລາກາງເວັນ ຊຶ່ງລັດຖະບານເອີ້ນວ່າເປັນມາດຕະການ "ຄວາມທັນສະໄໝ" ໃນການແກ້ໄຂບັນຫາໂຣກຕຸ້ຍໃນເດັກນ້ອຍ.
ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ພະລັງງານແສງຕາເວັນ ກາຍເປັນແຫຼ່ງຜະລິດໄຟຟ້າອັນດັບສອງຂອງເຢຍລະມັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ບົດລາຍງານຂອງສະມາຄົມພະລັງງານແສງຕາເວັນເຢຍລະມັນ ທີ່ເຜີຍແຜ່ໃນວັນທີ 5 ມັງກອນ ຜ່ານມາ ເປີດເຜີຍວ່າ, ໄຟຟ້າທີ່ຜະລິດຈາກລະບົບພະລັງງານແສງຕາເວັນໃນເຢຍລະມັນກວມເອົາປະມານ 18% ຂອງການຜະລິດໄຟຟ້າທັງໝົດຂອງປະເທດໃນປີ 2025, ເຮັດໃຫ້ພະລັງງານແສງຕາເວັນກາຍເປັນແຫຼ່ງຜະລິດໄຟຟ້າທີ່ໃຫຍ່ທີ່ສຸດອັນດັບສອງຂອງປະເທດ.
ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ປະຊາຊົນໃນກາຊາ ໄດ້ຮັບອາຫານຕາມມາດຕະຖານຂັ້ນຕໍ່າເປັນຄັ້ງທຳອິດໃນຮອບຫຼາຍກວ່າ 2 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: ຫ້ອງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ລາຍງານວ່າ, ການແຈກຢາຍການຊ່ວຍເຫຼືອດ້ານອາຫານໂດຍລວມໃນກາຊາ ໃນເດືອນມັງກອນນີ້ ໄດ້ຜ່ານມາດຕະຖານປະລິມານແຄລໍຣີຂັ້ນຕ່ຳເປັນຄັ້ງທຳອິດນັບຕັ້ງແຕ່ເດືອນຕຸລາ 2023, ໂດຍແຕ່ລະຄອບຄົວໄດ້ຮັບອາຫານສອງຊຸດ ແລະ ແປ້ງສອງຖົງ (25 ກິໂລຕໍ່ຖົງ).
ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ບໍລິສັດ Hyundai ກະກຽມນໍາໃຊ້ຫຸ່ນຍົນໃນໂຮງງານຜະລິດລົດທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ມັງກອນ ຜ່ານມາວ່າ: Hyundai, ບໍລິສັດລົດຍົນຍັກໃຫຍ່ຂອງ ສ ເກົາຫຼີໄດ້ປະກາດແຜນການທີ່ຈະນໍາຫຸ່ນຍົນຮູບຮ່າງຄ້າຍຄືມະນຸດມານໍາໃຊ້ໃນໂຮງງານຜະລິດລົດຍົນທົ່ວໂລກ ເລີ່ມຕົ້ນໃນປີ 2028, ໃນທ່າມກາງການແຂ່ງຂັນຂອງອຸດສາຫະກຳຂະໜາດໃຫຍ່ ທີ່ເລັ່ງປັບຕົວເຂົ້າກັບຍຸກ AI.
ເພີ່ມເຕີມ