ອັງກໍວັດ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 49%

ອັງກໍວັດ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 49%
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອັງກໍ ເອັນເຕີໄພຣ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ໃນເດືອນມັງກອນ 2024 ອັງກໍວັດຂອງກຳປູເຈຍມີນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມເຖິງ 115.532 ຄົນ ເພີ່ມຂຶ້ນ 49% ຈາກ 77.436 ຄົນ ໃນເດືອນດຽວກັນຂອງປີຜ່ານມາ.
ອັງກໍວັດ ສາມາດສ້າງລາຍໄດ້ຈາກການຈຳໜ່າຍບັດເຂົ້າຊົມເຖິງ 5,5 ລ້ານໂດລາໃນເດືອນມັງກອນ ເພີ່ມຂຶ້ນ 51% ຈາກ 3,64 ລ້ານໂດລາ ຂອງເດືອນດຽວກັນໃນປີ 2023. ອີກຢ່າງໜຶ່ງ, ອັງກໍວັດມີຂະໜາດ 401 ກິໂລຕາແມັດ ຕັ້ງຢູ່ແຂວງສຽມຣຽບທາງພາກຕາເວັນຕົກສ່ຽງເໜືອຂອງກຳປູເຈຍເປັນທີ່ຕັ້ງຂອງວັດບູຮານ 91 ແຫ່ງ ຊຶ່ງຖືກກໍ່ສ້າງຂຶ້ນລະຫວ່າງສະຕະວັດທີ 9-13. ອັງກໍວັດຖືກຈັດເປັນແຫຼ່ງມໍລະດົກໂລກໂດຍອົງການ UNESCO ເມື່ອປີ 1992 ແລະ ເປັນຈຸດໝາຍທ່ອງທ່ຽວຍອດນິຍົມທີ່ສຸດຂອງກຳປູເຈຍ. ທ່ານ ທົບ ໂສພຽກ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ໂຄສົກກະຊວງການທ່ອງທ່ຽວເປີດເຜີຍວ່າ: ສະໜາມບິນສາກົນສຽມຣາດ ອັງກໍ ຊຶ່ງເປີດດຳເນີນການຢ່າງເປັນທາງການເມື່ອເດືອນພະຈິກ 2023 ໃນຮູບແບບການຄ້າ ຈະດຶງດູດນັກທ່ອງທ່ຽວຈາກຕ່າງປະເທດມາຍັງອັງກໍວັດຫຼາຍຂຶ້ນ. ທ່ານ ໂສພຽກ ກ່າວຕື່ມວ່າ: ສະໜາມບິນແຫ່ງຊາດນີ້ມີບົດບາດສຳຄັນຕໍ່ການຊ່ວຍກະຕຸ້ນການທ່ອງທ່ຽວ ເສດຖະກິດ, ການຄ້າ ແລະ ການລົງທຶນຂອງປະເທດ.
ປັດຈຸບັນ, ສະໜາມບິນສາກົນລະດັບ 4E ທີ່ມີຣັນເວຍາວ 3.600 ແມັດດັ່ງກ່າວ ເປັນສະໜາມບິນຂະໜາດໃຫຍ່ທີ່ສຸດໃນກຳປູເຈຍ ແລະ ເປັນປະຕູເຊື່ອມຕໍ່ສຳຄັນສູ່ອັງກໍວັດ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ເພີ່ມເຕີມ