ອັງເຊີນ ພຣະພຸດທະຮູບ ພຣະເຈົ້າອົງຄໍາ ລົງມາຫົດສົງ ໂອກາດປີໃໝ່ລາວ

ອັງເຊີນ ພຣະພຸດທະຮູບ ພຣະເຈົ້າອົງຄໍາ ລົງມາຫົດສົງ ໂອກາດປີໃໝ່ລາວ
ນະຄອນຫຼວງວຽງຈັນ ໄດ້ຈັດພິທີອັງເຊີນພຣະພຸດທະຮູບ ພຣະພຸດທະສຸວັນນະສາທານ ທຳມິກະຣາຊ (ພຣະອົງຄໍາ) ລົງມາຫົດສົງ ໃນໂອກາດປີໃໝ່ລາວ ພ.ສ 2567 ໃນຕອນແລງວັນທີ 13 ເມສານີ້ ທີ່ກົມມະລຽນພະທາດຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາທ່ານການນໍາພັກ-ລັດ, ພ້ອມດ້ວຍຄະນະສົງ ແລະ ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ພິທີດັ່ງກ່າວ ໄດ້ນິມົນພະສົງ 45 ອົງເພື່ອເຮັດພິທີກຳທາງສາສະໜາ. ການຈັດພິທີດັ່ງກ່າວນີ້, ກໍເພື່ອສືບສານວັດທະນະທໍາ ແລະ ປະເພນີອັນດີງາມຂອງຊາວລາວເວົ້າລວມ, ເວົ້າສະເພາະ ຂອງຊາວນະຄອນຫຼວງວຽງຈັນ ຊຶ່ງໃນໂອກາດປີໃໝ່ລາວຂອງທຸກໆປີ ກໍຈະມີພິທີອັງເຊີນພຣະພຸດທະຮູບ ພຣະເຈົ້າອົງຄໍາ ລົງມາຮັບການຫົດສົງເພື່ອເປັນສິລິມຸງຄຸງແກ່ປະເທດຊາດບ້ານເມືອງ.
ໃນພິທີ, ນອກຈາກ ອັງເຊີນຫົດສົງ ພຣະພຸດທະຮູບ ພຣະເຈົ້າອົງຄໍາ ແລ້ວ, ການນໍາພັກ-ລັດ ແລະ ບັນດາປະຊາຊົນທີ່ເຂົ້າຮ່ວມ ກໍໄດ້ຫົດສົງຄະນະພະສົງ ຮັບຄໍາອວຍພອນໃຫ້ໂຊກດີປີໃໝ່, ຢູ່ເຢັນເປັນສຸກ ຕະຫຼອດປີ ພສ 2567 ອີກດ້ວຍ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ເພີ່ມເຕີມ