ບົດລາຍງານດັ່ງກ່າວໄດ້ເນັ້ນໜັກເຖິງຄວາມບໍ່ສົມດຸນທີ່ມີຢູ່ຢ່າງຕໍ່ເນື່ອງລະຫວ່າງພາກພື້ນ ແລະ ປະເທດຕ່າງໆ. ຖືເອົາພາກພື້ນອາຟຣິກາທີ່ຢູ່ທາງພາກໃຕ້ຂອງທະເລຊາຍຊາຮາຣາເປັນຕົວຢ່າງ: ໃນລະຫວ່າງປີ 2000-2023, ພາກພື້ນນີ້ປະເຊີນກັບອັດຕາຄວາມທຸກຍາກໃນລະດັບສູງ ແລະ ຄວາມຂັດແຍ້ງກັນຫຼາຍດ້ານທີ່ຊ້ຳຊ້ອນກັນ, ເຮັດໃຫ້ຈຳນວນຜູ້ເສຍຊີວິດຂອງແມ່ມານ ແລະ ແມ່ຍິງທີ່ເກີດລູກໃໝ່ໃນປີ 2023 ຢູ່ພາກພື້ນນີ້ຍັງຄົງກວມປະມານ 70% ຂອງທົ່ວໂລກ.
ບົດລາຍງານດັ່ງກ່າວຍັງເຕືອນວ່າ, ຄຽງຄູ່ກັບການຕັດງົບປະມານຊ່ວຍເຫຼືອ, ສຸຂະພາບຂອງແມ່ມານ ແລະ ແມ່ຍິງທີ່ເກີດລູກໃໝ່ອາດຈະປະເຊີນກັບຄວາມສ່ຽງທີ່ຮ້າຍແຮງກວ່າເກົ່າ.
ຄໍາເຫັນ