ທ່າອ່ຽງເພີ່ມຂຶ້ນສູງກວ່າລະດັບເປົ້າໝາຍຂອງທະນາຄານອັງກິດ (BoE) ໃນເດືອນຕຸລາ 2024

ອັດຕາເງິນເຟີ້ ອັງກິດ ມີທ່າອ່ຽງຈະເພີ່ມຂຶ້ນເກີນເປົ້າໝາຍ 2% ຂອງ BoE

ອັດຕາເງິນເຟີ້ ອັງກິດ ມີທ່າອ່ຽງຈະເພີ່ມຂຶ້ນເກີນເປົ້າໝາຍ 2% ຂອງ BoE
ຂ່າວສານຫວຽດນາມລາຍງານວ່າ: ອັດຕາເງິນເຟີ້ຂອງ ອັງກິດ ມີທ່າອ່ຽງເພີ່ມຂຶ້ນສູງກວ່າລະດັບເປົ້າໝາຍຂອງທະນາຄານອັງກິດ (BoE) ໃນເດືອນຕຸລາ 2024,

 ເຮັດໃຫ້ຜູ້ທີ່ກຳນົດນະໂຍບາຍຈໍາເປັນຕ້ອງປະຕິບັດຢ່າງລະມັດລະວັງໃນການຫຼຸດອັດຕາດອກເບ້ຍ.

ຂ່າວລະບຸວ່າ: ດັດຊະນີລາຄາຜູ້ບໍລິໂພກໃນເດືອນຕຸລາ 2024 ຂອງ ອັງກິດ ຈະຖືກປະກາດໃນວັນ ທີ 20 ພະຈິກ ນີ້ ແລະ ຄາດວ່າຈະເພີ່ມຂຶ້ນ 2.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ອີງຕາມການສໍາຫຼວດຂອງອົງການຂ່າວ Bloomberg. ໂຕເລກນີ້ແມ່ນສູງກວ່າ 1.7% ໃນເດືອນກັນຍາ 2024 ແລະ ຕ່ຳກວ່າເປົ້າໝາຍຂອງ BoE 2%.

ບັນດາຜູ້ຊ່ຽວຊານ ໃຫ້ຮູ້ວ່າ: ໃນຂະນະທີ່ດັດຊະນີຕົ້ນຕໍຄາດວ່າຈະເພີ່ມຂຶ້ນຢ່າງຫຼວງຫຼາຍຍ້ອນການເພີ່ມຂຶ້ນຂອງຄ່າໃຊ້ຈ່າຍພະລັງງານ, ຕົວຊີ້ວັດລວມທັງອັດຕາເງິນເຟີ້ການບໍລິການອາດຈະຫຼຸດລົງເລັກນ້ອຍ.

BoE ໄດ້ປັບຫຼຸດອັດຕາດອກເບ້ຍ ຄັ້ງທີ 2 ລົງ 0.25% ໃນເດືອນພະຈິກ 2024 ແລະ ບໍ່ໄດ້ໃຫ້ສັນຍານໃດໆທີ່ຈະຈຳເປັນຕ້ອງໃຊ້ນະໂຍບາຍຜ່ອນຜັນການເງິນໄວຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ

ວິທະຍຸກຸຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 19 ຫາ ວັນທີ 25 ມັງກອນ ນີ້. ໂດຍຫົວຂໍ້ຂອງກອງປະຊຸມໃນຄັ້ງນີ້ແມ່ນ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດຮອດປີ 2030 ຢ່າງມີໄຊ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈກ້າວເຂົ້າສູ່ສັງກາດບຸກບືນຂອງຊາດຢ່າງແຮງ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກກອມມູນິດ ຫວຽດນາມ 5.6 ລ້ານກວ່າສະຫາຍ.
ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍ ເຮັດໃຫ້ມີການປິດບັນຊີ 4.7 ລ້ານບັນຊີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຄະນະກຳມະການຄວາມປອດໄພທາງເອເລັກໂຕຣນິກຂອງລັດຖະບານອົສຕຣາລີ ໄດ້ລາຍງານການປິດບັນຊີສື່ສັງຄົມອອນລາຍຂອງເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຈຳນວນປະມານ 4.7 ລ້ານບັນຊີ, ຫຼັງຈາກຄຳສັ່ງຫ້າມເດັກນ້ອຍຫຼິ້ນສື່ສັງຄົມອອນລາຍສະບັບທຳອິດຂອງໂລກມີຜົນບັງຄັບໃຊ້ໃນວັນທີ 10 ທັນວາ 2025.
ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ອາເມຣິກາ ມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ 18 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ໂຕເລກການຄາດຄະເນລ້າສຸດຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສະຫະລັດ ອາເມຣິກາ ລາຍງານມີຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຢ່າງໜ້ອຍ 18 ລ້ານຄົນ ໃນລະດູການນີ້, ໂດຍມີຜູ້ເຂົ້າປິ່ນປົວໃນໂຮງໝໍ 230,000 ຄົນ ແລະ ມີຜູ້ເສຍຊີວິດຈາກໄຂ້ຫວັດໃຫຍ່ 9,300 ຄົນ.
ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ໃຊ້​ອຳ​ນາດ

ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມໂລກ (WMO) ໄດ້ຢືນຢັນວ່າປີ 2025 ຕິດອັນດັບໜຶ່ງໃນສາມປີທີ່ມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ຊຶ່ງສະທ້ອນໃຫ້ເຫັນເຖິງອຸນຫະພູມໂລກມີທ່າອ່ຽງຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.
ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງຂອງຈີນເປີດເຜີຍໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບທະນາຄານກາງການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ, ຍອດມູນຄ່າການແລກປ່ຽນເງິນຕາລະຫວ່າງສອງຝ່າຍບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຕໍ່ອອກໄປໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນຜ່ານມາວ່າ: ລັດຖະບານມຽນມາໄດ້ປະກາດວ່າ, ກອງກຳລັງຮັກສາຄວາມປອດໄພໄດ້ປາບປາມການດຳເນີນງານດ້ານໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍທີ່ຜິດກົດໝາຍຫຼາຍແຫ່ງໃນພາກເໜືອຂອງລັດຊານ ຊຶ່ງນຳໄປສູ່ການຢຶດອຸປະກອນຈຳນວນຫຼາຍ ລວມທັງອຸປະກອນດາວທຽມ Starlink.
ເພີ່ມເຕີມ