ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ

ອັດຕາເງິນເຟີ້ຂອງສິງກະໂປ ຫຼຸດລົງຕໍ່າສຸດໃນຮອບ 4 ປີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ເມສາ ຜ່ານມາ; ຫ້ອງການ​ສະຖິຕິ​ແຫ່ງ​ຊາດຂອງສິງກະໂປ ເປີດເຜີຍ​ວ່າ: ອັດຕາ​ເງິນ​ເຟີ້​ຂອງ​ສິງກະ​ໂປ​ໄດ້​ຫຼຸດ​ລົງ​ໃນ​ເດືອນ​ມີນາ. ຕົກ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ມີ​ນາ 2021 ​ເນື່ອງ​ມາ​ຈາກ​ລາ​ຄາສາທາລະນູປະໂພກ,​​ລວມ​ທັງ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ໃນຄົວ​ເຮືອນ ຫຼຸດລົງ.

 

ໃນຂະນະດຽວກັນ, ອັດຕາເງິນເຟີ້ພື້ນຖານຊຶ່ງບໍ່ລວມຄ່າທີ່ຢູ່ອາໄສແລະການຂົນສົ່ງສ່ວນບຸກຄົນແມ່ນຢູ່ໃນລະດັບ 0.5% ໃນເດືອນມີນາ ຜ່ານມາ ເມື່ອທຽບເປັນປີຕໍ່ປີ ຊຶ່ງຕ່ຳກວ່າລະດັບ 0.6% ໃນເດືອນກຸມພາ ແລະຕ່ຳກວ່າໂຕເລກການຄາດຄະເນສະເລ່ຍໃນການສຳຫຼວດຂອງບລູມເບຣີກ 0.7%.

ອັດຕາເງິນເຟີ້ທົ່ວໄປ ແມ່ນ 0.9% ໃນເດືອນມີນາ ເທົ່າກັບເດືອນກຸມພາ ແລະຕໍ່າກວ່າໂຕເລກຄາດຄະເນໃນລະດັບ 1.1%

ທະນາຄານກາງສິງກະໂປ (MAS) ໄດ້ຫຼຸດການຄາດຄະເນອັດຕາເງິນເຟີ້ໃນກອງປະຊຸມນະໂຍບາຍໃນເດືອນເມສານີ້, ໂດຍຄາດວ່າອັດຕາເງິນເຟີ້ພື້ນຖານຈະຢູ່ໃນລະດັບ 0.5%-1.5% ໃນປີນີ້ ຊຶ່ງຕໍ່າກວ່າການຄາດຄະເນທີ່ຜ່ານມາ 1%-2%, ແລະອັດຕາເງິນເຟີ້ທົ່ວໄປມີທ່າອ່ຽງທີ່ຈະຫຼຸດລົງເຫຼືອ 0.5%-1.5% ຈາກການຄາດຄະເນທີ່ຜ່ານມາ 1.5%-2.5%.

MAS ໄດ້ຜ່ອນຜັນນະໂຍບາຍເງິນຕາເປັນຄັ້ງທີ 2 ຕິດຕໍ່ກັນ ເພື່ອສະໜັບສະໜູນເສດຖະກິດ ທ່າມກາງສົງຄາມການຄ້າລະຫວ່າງສອງປະເທດທະວີຄວາມຮຸ່ນແຮງເພີ່ມຂຶ້ນ.

ສຳລັບກອງປະຊຸມຄັ້ງຕໍ່ໄປຂອງMAS ຈະຈັດຂຶ້ນໃນເດືອນກໍລະກົດແລະນັກວິເຄາະຄາດວ່າອາດຈະມີການຜ່ອນຄາຍນະໂຍບາຍອີກຄັ້ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ສິງກະໂປຕິດຕາມຜົນກະທົບຕໍ່ການສົ່ງອອກຊິບຂັ້ນສູງ

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ-ອຸດສາຫະກໍາ ແລະ ກະຊວງພັດທະນາດີຈີຕອນ-ຂໍ້ມູນຂ່າວສານສິງກະໂປໄດ້ເປີດເຜີຍວ່າ, ສິງກະໂປກໍາລັງສຶກສາຜົນກະທົບທີ່ອາດເກີດຂຶ້ນຈາກມາດຕະການຄວບຄຸມການສົ່ງອອກເຊມິຄອນດັກເຕີຂັ້ນສູງສະບັບໃໝ່ ຂອງສະຫະລັດ ອາເມຣິກາ. ໂດຍຢູ່ໃນລະຫວ່າງການປຶກສາຫາລືກັບບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ປຶກສາຫາລືກັບອົງການທີ່ກ່ຽວຂ້ອງ ຂອງສະຫະລັດ ອາເມຣິກາ ກ່ຽວກັບຂອບເຂດ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວ.
ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ທະນາຄານກາງອິນໂດເນເຊຍ ຂຶ້ນອັດຕາດອກເບ້ຍ 0.25% ເປັນ 6%

ຂ່າວຕ່າງປະເທດລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ທະນາຄານກາງອິນໂດເນເຊຍ (BI) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍ 0.25% ເປັນ 6% ເພື່ອຮັກສາສະຖຽນລະພາບຂອງເງິນຣູເປຍ ທ່າມກາງຄວາມບໍ່ແນ່ນອນທົ່ວໂລກທີ່ເພີ່ມຂຶ້ນ ແລະ ເພື່ອຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບເປົ້າໝາຍ.
ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 19 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ເປັນ​ປະ​ທານກອງ​ປະ​ຊຸມ​ຜູ້​ນຳ​ເສດ​ຖະ​ກິດ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ຢູ່​ສູນ​ແລກ​ປ່ຽນ​ສາ​ກົນ​ນະ​ຄອນ​​ເຊີ່ນ​ເຈີ້ນ​ ແຂວງກວາງ​ຕຸ້ງຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ, ສືບ​ຕໍ່​ຂຽນ​ບົດ​ໃໝ່ໃນ ‘ສິ່ງ​ມະ​ຫັດ​ສະ​ຈັນ​ອາ​ຊີ-ອາ​ຊີ​ຟິກ’”.
ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ຫວຽດນາມ ຍົກກອອກ 3 ຂໍ້ສະເໜີ ໃນກອງປະຊຸມ COP 31

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພະຈິກ ຜ່ານມາ, ທ່ານ ໂຮ່ກວກຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ໄດ້ກ່າວຄຳເຫັນ​ໃນວາ​ລະ​ປຶກ​ສາ​ຫາ​ລື​ຂັ້ນສູງ ກອງປະຊຸມຄັ້ງ​ທີ 31 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂອບ​ສົນ​ທິ​ສັນ​ຍາສະຫະປະຊາຊາດ ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ,
ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ໃນວັນທີ 15 ພະຈິກ ຜ່ານມາ, ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ກ່າວຂໍໂທດຕໍ່ປະເທດສິງກະໂປ ແລະ ມາເລເຊຍ ເນື່ອງຈາກບັນຫາໝອກຄວັນຂ້າມຊາຍແດນສ້າງຜົນກະທົບຕໍ່ປະເທດເພື່ອນບ້ານ.
ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ຂ່າວຕ່າງປະເທດລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທະນາຄານຣາໂບ (Rabobank) ໄດ້ເປີດເຜີຍໃນບົດລາຍງານທ່າອ່ຽງຕະຫຼາດຊີ້ນງົວໂລກປະຈຳໄຕມາດທີ 4 ປີ 2026 ໃນວັນທີ 16 ພະຈິກ ຜ່ານມາວ່າ, ການຜະລິດ ແລະ ການສົ່ງອອກຊີ້ນງົວຂອງອົສຕຣາລີຄາດວ່າຈະເພີ່ມຂຶ້ນໃນປີ 2027 ຊຶ່ງກົງກັນຂ້າມກັບການສະໜອງທົ່ວໂລກທີ່ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ.
ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ເພີ່ມເຕີມ