ອັດຕະປືສຳ ເລັດການຍົກລະດັບທິດສະດີ-ແນວທາງຂອງພັກປະຈຳປີ 2025.

ອັດຕະປືສຳ ເລັດການຍົກລະດັບທິດສະດີ-ແນວທາງຂອງພັກປະຈຳປີ 2025.

ອັດຕະປືສຳ ເລັດການຍົກລະດັບທິດສະດີ-ແນວທາງຂອງພັກປະຈຳປີ 2025.
ພິທີປິດຊຸດອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວແຂວງອັດຕະປື ປະຈຳປີ 2025 ໄດ້ສໍາເລັດລົງ ໃນວັນທີ 24 ຕຸລາຜ່ານມາ, ພາຍຫຼັງໄດ້ດໍາເນີນມາເປັນເວລາ 7 ວັນ (ວັນທີ 15-23 ຕຸລາ 2025) ທີ່ສະໂມສອນຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ມີວິທະຍາກອນ ແລະ ສຳມະນາກອນ ອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.
ອດຕະປສຳ ເລດການຍກລະດບທດສະດ-ແນວທາງຂອງພກປະຈຳປ 2025. - image 1
 

ຕະຫຼອດໄລຍະການຝຶກອົບຮົມ, ສໍາມະນາກອນໄດ້ຮຽນຮູ້ເອກະສານແນວທາງຂອງພັກ ຈຳນວນ 14 ບົດ. ໃນນັ້ນ, ໄດ້ລົງເລິກບົດແນວທາງການຕ່າງປະເທດທີ່ສ້າງສັນ ການພົວພັນເພື່ອນມິດຍຸດທະສາດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ວິທີວັດຖຸນິຍົມສັດຈະວິພາກ, ແນວທາງເສດຖະກິດຂອງພັກ, ການຫັນເປັນອຸດສະຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ຮັກສາສິ່ງແວດລ້ອມ, ສ້າງລັດແຫ່ງກົດໝາຍເທື່ອລະກ້າວພາຍໃຕ້ການນໍາພາຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ສັງຄົມສາມັກຄີປອງດອງແມ່ນບໍ່ເກີດກໍາລັງແຮງຂອງການປົກປັກຮັກສາ ແລະ ການພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກ ເຂົ້າໃນຊີວິດຕົວຈິງ, ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈ ທິດສະດີ-ແນວທາງຂອງພັກ ໃຫ້ເລິກເຊິ່ງ, ສາມາດໄປນໍາໃຊ້ໃນຊີວິດຕົວຈິງໄດ້ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ. ຊຸດອົບຮົມຄັ້ງນີ້, ຖືເປັນສ່ວນໜຶ່ງຂອງແຜນພັດທະນາບຸກຄະລາກອນຂອງພະແນກການອ້ອມຂ້າງແຂວງ ແລະ ເມືອງ ທີ່ສົ່ງເສີມໃຫ້ທຸກພາກສ່ວນມີຄວາມຮູ້ ຄວາມເຂົ້າໃຈ ຕາມແນວທາງຂອງພັກ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ບັນລຸເປົ້າໝາຍທີ່ວາງໄວ້. ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນ ໃຫ້ຜູ້ທີ່ສໍາເລັດການຝຶກອົບຮົມຄັ້ງນີ້.

ອດຕະປສຳ ເລດການຍກລະດບທດສະດ-ແນວທາງຂອງພກປະຈຳປ 2025. - image 2
 

(ຂ່າວ: ສິດຕິພອນ, ພາບ: ວົງສະໄໝ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ລົງກວດກາ ຮ້ານອາຫານທີ່ມີການລັກລອບ ຄ້າ-ຂາຍ ສັດປ່າ ປະເພດຫວງຫ້າມ ຢູ່ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 624/ຫສນຍ, ລົງວັນທີ 24 ພຶດສະພາ 2026. ໃນຄັ້ງວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ, ເຈົ້າໜ້າທີ່ ໄດ້ພົບເຫັນຊາກ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ ປະເພດຫວງຫ້າມ ຖືກນໍາມາປຸງແຕ່ງ, ຊື້-ຂາຍ ເປັນອາຫານ ໃຫ້ກຸ່ມນັກທ່ອງທ່ຽວຄົນຕ່າງປະເທດ ຢ່າງຜິດກົດໝາຍ, ຂອງກາງທີ່ກວດພົບ ແລະ ໄດ້ກັກຍຶດເບື້ອງຕົ້ນ ປະກອບມີ:
ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ສສກ ຈັດກິດຈະກໍາສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາສະຫຼອງວັນສ້າງຕັ້ງກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 -13 ກໍລະກົດ 2026) ແລະ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຄຶກຄື້ນ ໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກໍາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສື່ມວນຊົນຕ້ອງປັບປຸງຕົນເອງ ເພື່ອໃຫ້ທັນຍຸກທັນສະໄໝ

ສື່ມວນຊົນຕ້ອງປັບປຸງຕົນເອງ ເພື່ອໃຫ້ທັນຍຸກທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດຜ່ານມາ, ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຄວບຕຳແໜ່ງ ເລຂານຸການ ປະຈຳການເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ຖືວ່າມີສໍາຄັນຫຼາຍ ເພາະວ່າກອງປະຊຸມຄັ້ງນີ້ ເປັນກອງປະຊຸມຕັດສິນຊີ້ຂາດ ໃນການເຮັດບົດບາດການນໍາພາວຽກງານສື່ມວນຊົນຕະຫຼອດໄລຍະ 70 ປີຜ່ານມາ ກໍເຫັນວ່າວຽກງານສື່ມີທ່າກ່າວຫຼາຍຂຶ້ນ.
ບໍລິສັດຮ່ວມທຶນສຳພັນໄຊມາ ມອບລົດ ແລະ ອຸປະກອນຮັບໃຊ້ໃຫ້ແຂວງຊຽງຂວາງ

ບໍລິສັດຮ່ວມທຶນສຳພັນໄຊມາ ມອບລົດ ແລະ ອຸປະກອນຮັບໃຊ້ໃຫ້ແຂວງຊຽງຂວາງ

ໃນວັນທີ 13 ກໍລະກົດ 2026 ຢູ່ທີ່ຫ້ອງວ່າການແຂວງ ທ່ານ ວິໄຊ ພັນດານຸວົງ ທີ່ປຶກສາບໍລິສັດ ຮ່ວມທຶນສຳພັນໄຊ ມາຍນິງ ຈຳກັດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ບໍລິສັດ ມອບລົດໂຕໂຢຕາ ໄຮລັກ ທຣາໂວ ຈຳນວນ 1 ຄັນ, ຄອມພີວເຕີໂນດບຸກຈຳນວນ 3 ເຄື່ອງ, ຄອມໃພີວເຕີຕັ້ງໂຕະ 1 ເຄື່ອງ, ປຣິ້ນເຕີ 4 ໜ່ວຍ, ໂຟນີ 12 ໜ່ວຍ, ເຄື່ອງອຸປະກອນຮາດແວ, ມຸງຫຼັງຄາໃຫ້ໂຮງຮຽນອະນຸບານເມືອງຄຳ ລວມມູນຄ່າທັງໝົດ 1.3 ຕື້ກວ່າກີບ; ກ່າວຮັບໂດຍທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ.
ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ຄໍາມ່ວນ ປ່ອຍປາ ລົງສູ່ວັງສະຫງວນແມ່ນໍ້າຂອງ ບໍລິເວນ ໜ້າພຣະທາດສີໂຄດຕະບອງ

ເນື່ອງໃນໂອກາດວັນປ່ອຍ ແລະ ອະນຸລັກສັດນໍ້າແຫ່ງຊາດ ( 13 ກໍລະກົດ 1997 – 13 ກໍລະກົດ 2026 ) ຄົບຮອບ 29 ປີ, ໃນວັນທີ 13 ກໍລະກົດຜ່ານມາ ແຂວງຄໍາມ່ວນ ໄດ້ຈັດພິທີປ່ອຍປາ ລົງສູ່ວັງສະຫງວນຂອງແມ່ນ້ຳຂອງ ຢູ່ທີ່ ທ່ານໍ້າໜ້າພຣະທາດສີໂຄດຕະບອງ ບ້ານມ່ວງສຸມ ເມືອງທ່າແຂກ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີພຣະເຖຣາ-ນຸເຖຣະ, ມີການນໍາຂັ້ນແຂວງ, ຕາງໜ້າການນໍາຂັ້ນເມືອງໃນ 10 ຕົວເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງຍຸຕິທຳ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງຍຸຕິທຳ ຈັດພິທີປາຖະກະຖາວັນເກີດປະທານສຸພານຸວົງ ຄົບຮອບ 117 ປີ ແລະ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ຂຶ້ນໃນວັນທີ 14 ກໍລະກົດນີ້, ທີ່ກະຊວງຍຸຕິທຳ ໂດຍການປາຖະກະຖາຂອງທ່ານ ຄໍາພັນ ບຸນພາຄົມ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມຮັບຟັງ.
ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ຫຼາຍວຽກງານຈຸດສຸມ ສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່ ເປັນວຽກໜຶ່ງທີ່ສໍາຄັນຫຼາຍ ເພື່ອເຮັດໃຫ້ບັນດາທິດທາງຄາດໝາຍທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດໄປພ້ອມໆ ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ, ຕ້ອງໄດ້ເອົາໃສ່ບາງວຽກງານຈຸດສຸມຕົ້ນຕໍ ໂດຍສະເພາະເພື່ອສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ ຜູ້ຮູ້ແທງເຖິງໃຈ

ທ່ານ ຄຳ​ເຮືອງ ຄຳ​ປະ​ສິດ ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່ ໜັງ​ສື​ພິມ​ປະ​ຊາ​ຊົນ ໄດ້ປະກອບຄຳເຫັນຕໍ່​ກອງ​ປະ​ຊຸມວຽກ​ງານ​ສື່ມວນ​ຊົນທົ່ວ​ປະ​ເທດ ຄັ້ງ​ທີ I ໃນຫົວ​ຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ວ່າ: ສື່ມວນຊົນ ແມ່ນກະບອກສຽງອັນແຫຼມຄົມໃນທຸກໄລຍະຂອງການປະຕິວັດ. ພັກ-ລັດ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ຊຶ່ງໃນພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 70 ປີ ເມື່ອປີ 2020 ຜ່ານມາ,
ເປີດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ

ເປີດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະ ການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ຫົວໜ້າສະຖາບັນການເມືອງ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສຳຮອງ, ບັນດາອະດີດການນຳ, ພະນັກງານອາວຸໂສບໍານານ, ມີລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ກ້າວເຂົ້າສູ່ຍຸກສະໄໝໃໝ່, ເພື່ອຮັບປະກັນສ້າງການຫັນປ່ຽນວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງນັ້ນ ຕ້ອງດໍາເນີນບົນຈິດໃຈ: "ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.
ເພີ່ມເຕີມ