AU ອະນຸມັດຍຸດທະສາດ AI ເພື່ອຊຸກຍູ້ຄວາມກ້າວໜ້າຂອງອາຟຣິກາ

AU ອະນຸມັດຍຸດທະສາດ AI ເພື່ອຊຸກຍູ້ຄວາມກ້າວໜ້າຂອງອາຟຣິກາ
ຂ່າວສານຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ສະພາບໍລິຫານຂອງສະຫະພາບອາຟຣິກາ (AU) ໄດ້ອະນຸມັດຍຸດທະສາດປັນຍາປະດິດ (AI) ທີ່ເປັນຈຸດເດັ່ນ ແລະ ຍຸດທະສາດເຕັກໂນໂລຊີດີຈີຕອນ ຂອງ ອາຟຣິກາ ເພື່ອເລັ່ງການຫັນປ່ຽນທາງດີຈີຕອນຂອງທະວີບໂດຍການນຳໃຊ້ທ່າແຮງຂອງເຕັກໂນໂລຊີດີຈີຕອນໃໝ່.

ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ນັກຂ່າວຢູ່ນອກກອງປະຊຸມສະໄໝສາມັນ ເທື່ອທີ 45 ຂອງສະພາບໍລິຫານ AU ຢູ່ນະຄອນ ອາກຣາຂອງການາ, ທ່ານນາງ ອາມານິ ອາບູ ເຊດ ຫົວໜ້າຄະນະກຳມະການພື້ນຖານໂຄງລ່າງ, ພະລັງງານ ແລະ ດີຈີຕອນ ຂອງ AU ໃຫ້ຮູ້ວ່າ: ສະພາໄດ້ຮັບຮອງເອົາຍຸດທະສາດຂອງ AU ກ່ຽວກັບ AI ແລະ ການນໍາໃຊ້ຍຸດທະສາດເຕັກໂນໂລຊີດີຈີຕອນເພື່ອການພັດທະນາ ອາຟຣິກາ.

ທ່ານນາງ ອາມານິ ອາບູ ເຊດ ກ່າວວ່າ: ຍຸດທະສາດເຫຼົ່ານີ້ຈະໃຫ້ທິດທາງໃນການນຳໃຊ້ເຕັກໂນໂລຊີເພື່ອຊອກຫາມາດຕະການແກ້ໄຂບັນດາສິ່ງທ້າທາຍຂອງອາຟຣິກາ, ຊ່ວຍເລັ່ງລັດຫຼາຍໂຄງການ ພ້ອມທັງວິທີການປ້ອງກັນທີ່ຈຳເປັນເພື່ອສະກັດກັ້ນການນຳໃຊ້ເຕັກໂນໂລຊີທີ່ບໍ່ຖືກຕ້ອງ.

ອີງຕາມຄະນະກໍາມະການ AU, ຍຸດທະສາດເຫຼົ່ານີ້ຈະສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນ. ນະໂຍບາຍຂອງ AU ຈະຊີ້ນໍາລັດຖະບານຂອງບັນດາສະມາຊິກໃນການພັດທະນານະໂຍບາຍ ແລະ ລະບຽບການທີ່ຈໍາເປັນສໍາລັບຂະແໜງການນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກັນຍາ ຜ່ານມາ, ບໍລິສັດ Google ຂອງ ສະຫະລັດ ອາເມຣິກາ ໄດ້ຍອມຮັບເປັນເທື່ອທໍາອິດວ່າ: ໃນລະຫວ່າງການທົດລອງຄວາມສາມາດດ້ານຄວາມປອດໄພທາງອິນເຕີເນັດໃນເດືອນພຶດສະພາຜ່ານມາ, Gemini ຊຶ່ງເປັນແບບຈໍາລອງປັນຍາປະດິດ ຫຼື AI ຂອງຕົນເຄີຍເຈາະລະບົບປິດກັ້ນ ແລະ ລ່ວງລ້ຳເຂົ້າໃນລະບົບຂອງບໍລິສັດຕົວຈິງ 3 ແຫ່ງ.
ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຕາມຕາຕະລາງກ່ຽວກັບກຳ​ປັ່ນປີ 2026 ຂອງທ່າກໍາປັ່ນສາກົນ ຮະລອງ, ລະດູການທ່ອງທ່ຽວກຳ​ປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳ​ປັ່ນສາກົນ, ພານັກທ່ອງທ່ຽວ​ມາຈາກ ສະຫະລັດ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ.
ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ເພີ່ມເຕີມ