ຖະແຫຼງການລະບຸວ່າ: ໃນຖານະເປັນກຸ່ມເສດຖະກິດໃຫຍ່ອັນດັບ 5 ຂອງທົ່ວໂລກ, ອາຊຽນສະແດງຄວາມເປັນຫ່ວງເປັນໃຍທີ່ສຸດຕໍ່ນະໂຍບາຍພາສີຝ່າຍດຽວທີ່ອາເມຣິກາໄດ້ປະຕິບັດໃນຫວ່າງມໍ່ໆມານີ້ ຊຶ່ງມັນຈະສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ ແລະສາກົນ, ສົ່ງຜົນກະທົບຕໍ່ວິສາຫະກິດ ແລະຜູ້ບໍລິໂພກໃນທົ່ວໂລກ ໃນນັ້ນລວມທັງອາເມຣິກາ.
ຖະແຫຼງການລະບຸຕື່ມວ່າ: ອາຊຽນຈະເດັດດ່ຽວໜຽວແໜ້ນຊຸກຍູ້ໃຫ້ເສດຖະກິດຂອງພາກພື້ນເຊື່ອມໂຍງເຂົ້າກັນກ້າວສູ່ລວງເລິກ, ກຳເອົາໂອກາດຈາກສິ່ງທ້າທາຍສາກົນ, ປົກປັກຮັກສາສະພາບແວດລ້ອມເສດຖະກິດໃນພາກພື້ນທີ່ສະເໝີພາບກັນ, ກວມລວມ ແລະເປີດປະຕູ, ສ້າງພື້ນຖານໃຫ້ແກ່ການເຕີບໂຕຂອງການຄ້າ ແລະການພັດທະນາໃນພາກພື້ນ.
ຄໍາເຫັນ