ອາຊີ-ໂປຕາສ ສາກົນ ຕົວແທນວິສາຫະກິດດີເດັ່ນ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 2021

ອາຊີ-ໂປຕາສ ສາກົນ ຕົວແທນວິສາຫະກິດດີເດັ່ນ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 2021 ບໍລິສັດ ອາຊີ-ໂປຕາສ ສາກົນ ເປັນຕົວແທນວິສາຫະກິດດີເດັ່ນ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນທີ່ ຫໍວາງສະແດງສາກົນ

 

ອາຊີ-ໂປຕາສ ສາກົນ ຕົວແທນວິສາຫະກິດດີເດັ່ນ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 2021

 

ບໍລິສັດ ອາຊີ-ໂປຕາສ ສາກົນ ເປັນຕົວແທນວິສາຫະກິດດີເດັ່ນ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຈັດຂຶ້ນທີ່ ຫໍວາງສະແດງສາກົນ ນະຄອນໜານໜິງ ສປ ຈີນ ໃນລະຫວ່າງວັນທີ 16-18 ກັນຍາ 2023 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລົດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນເສດຖະກິດ ແລະ ການຄ້າ, ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ບັນດາປະມຸກລັດ ແລະ ບຸກຄົນສໍາຄັນຈາກອາຊຽນ ເຂົ້າຮ່ວມ.

ໃນຖານະຕົ້ນແບບຂອງການຮ່ວມມື ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເປັນຜູ້ນໍາລະດັບໂລກທີ່ພົ້ນເດັ່ນດ້ານໂປຕາສ, ອາຊີ-ໂປຕາສສາກົນ ໄດ້ມີຄຳເຫັນສົນທະນາສໍາຄັນໃນ “ເວທີສົນທະນາການຄ້າ-ການລົງທຶນ ລາວ-ຈີນ”, ມີບັນດາເຈົ້າໜ້າທີ່ລັດຖະບານ ແລະ ບໍລິສັດຊັ້ນນໍາຈາກ 40 ກວ່າປະເທດໃນອາຊຽນ ເພື່ອເຈລະຈາກ່ຽວກັບການພັດທະນາຄຸນນະພາບສູງ, ສະແດງໃຫ້ເຫັນເຖິງສະພາບແວດລ້ອມ ແຫ່ງການລົງທຶນ ແລະ ການພັດທະນາຂອງລາວທີ່ມີຄຸນນະພາບສູງ ແລະ ຄວາມເຂັ້ມແຂງຂອງບໍລິສັດ ໃນການພັດທະນາເກືອໂປຕາສ ແລະ ການພັດທະນານິຄົມອຸດສາຫະກໍາ.

ພາຍໃຕ້ການຊີ້ນໍາຂອງນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ”, ອາຊີ-ໂປຕາສສາກົນ ໄດ້ພັດທະນາເປັນວິສາ ຫະກິດດ້ານຊັບພະຍາກອນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີ ແລະ ເປັນຜູ້ຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ບໍລິສັດປະສົບຄວາມສໍາເລັດຢ່າງກ້າວໜ້າ ແລະ ຍືນຍົງ ໃນດ້ານການພັດທະນາແຮ່ໂປຕາສຢູ່ລາວ, ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ. ໃນຖານະເປັນຕົວແທນວິສາຫະກິດດີເດັ່ນຂອງລາວ, ອາຊີ-ໂປຕາສສາກົນ ໄດ້ສະແດງໃຫ້ເຫັນດ້ານການພັດທະນາ ແລະ ກາລະໂອກາດການລົງທຶນທີ່ກວ້າງຂວາງຂອງລາວ ໂດຍຜ່ານພື້ນທີ່ວາງສະແດງ ຮ່ວມກັນທີ່ຮ້ານວາງສະແດງຂອງປະເທດລາວ, ຄວາມຄືບໜ້າໃນການກໍ່ສ້າງຖານຝຸ່ນໂປຕາສ, ການພັດທະນານິຄົມອຸດສາຫະກໍາອະໂປຕາສ, ຜົນງານການດຶງດູດການລົງທຶນ ແລະ ອື່ນໆ ຂອງບໍລິສັດ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແລະ ໄດ້ຮັບການຍອມຮັບຈາກນັກການເມືອງ, ສື່ມວນຊົນທີ່ມີບົດບາດ ແລະ ບຸກຄົນໃນແວດວົງອຸດສາຫະກໍາຈາກຫລາຍປະເທດ ຊຶ່ງຕ່າງກໍຍົກຍ້ອງຕໍ່ “ຄວາມໄວຂອງອາຊີ-ໂປຕາສສາກົນ” ແລະ ຕື່ນເຕັ້ນກັບ “ຄວາມມະຫັດສະຈັນຂອງລາວ”.

I. ສະໜັບສະໜູນການພັດທະນາຂອງວິສາຫະກິດທີ່ມີກໍາລັງແຮງຢ່າງເຕັມສ່ວນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມຮ້ານວາງສະແດງຂອງອາຊີ-ໂປຕາສສາກົນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຢ້ຽມຢາມຮ້ານວາງສະແດງຂອງອາຊີ-ໂປຕາສສາກົນ, ເພື່ອຊົມແຮ່ດິບຄານາໄລ ແລະ ເກືອຫີນໂປຕາສ, ຜະລິດຕະພັນຝຸ່ນໂປຕາສແບບຜົງ ແລະ ແບບເມັດສີແດງໃຫຍ່, ຮຽນຮູ້ລາຍລະອຽດກ່ຽວກັບການສ້າງກໍາລັງການຜະລິດຝຸ່ນໂປຕາສ ຂອງບໍລິສັດ ແລະ ສະພາບການປັດຈຸບັນຂອງໂຄງການນິຄົມອຸດສາຫະກໍາອະໂປຕາສ, ການສົ່ງອອກຜະລິດຕະພັນຝຸ່ນໂປຕາສ ແລະ ແຜນການກ່ຽວຂ້ອງສໍາລັບໂຄງການຝຸ່ນປະສົມ ແລະ ໄດ້ມີການແລກປ່ຽນຢ່າງສະໜິດສະໜົມກັບທີມງານຂອງ ອາຊີ-ໂປຕາສສາກົນ.

ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ຄວາມສຳຄັນຕໍ່ກັບການພັດທະນາ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ມີຄວາມຫວັງຢ່າງສູງຕໍ່ບໍລິສັດ, ໃນເດືອນກຸມພາຜ່ານມາ, ທ່ານໄດ້ໄປຢ້ຽມຢາມ ກວດກາຖານການຜະລິດຝຸ່ນໂປຕາສຂອງບໍລິສັດຢູ່ລາວ, ທ່ານໄດ້ກ່າວເຖິງບົດບາດທີ່ໂດດເດັ່ນຂອງອາຊີ-ໂປຕາສສາກົນ ຊຶ່ງເປັນເສົາຫຼັກໃນການພັດທະນາອຸດສາຫະກໍາໃນລາວ ແລະ ການພັດທະນາຄຸນນະພາບສູງຂອງ ບໍລິສັດ ໃນການສົ່ງເສີມເສດຖະກິດຂອງລາວ, ທ່ານໄດ້ກ່າວຫຼາຍຄັ້ງວ່າ ລັດຖະບານລາວ ຈະສືບຕໍ່ສະໜັບສະໜູນການ ພັດທະນາຂອງບໍລິສັດ ແລະ ຫວັງວ່າບໍລິສັດ ຈະສືບຕໍ່ຮັກສາຕໍາແໜ່ງຜູ້ນໍາໃນອຸດສາຫະກໍານີ້ຕໍ່ໄປ ແລະ ສ້າງປະທດລາວ ໃຫ້ເປັນຖານການຜະລິດຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບ 4 ຂອງໂລກ.

II. ກົນໄກເສດຖະກິດໃໝ່ຂອງລາວ, ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສສາກົນ ໄດ້ຮັບຄວາມສົນໃຈຫລາຍ

ໂຄງການເກືອໂປຕາສຂອງ ອາຊີ-ໂປຕາສສາກົນຢູ່ລາວ ເປັນໜຶ່ງໃນໂຄງການກໍາລັງການຜະລິດ ແລະ ໂຄງການຮ່ວມມືລົງທຶນທີ່ສໍາຄັນລະຫວ່າງ ລາວ-ຈີນ. ໃນຖານະອົງກອນແບບຢ່າງສໍາລັບການລົງທຶນ ແລະ ການພັດທະນາໃນລາວ ແລະ ກົນໄກໃໝ່ສໍາລັບການພັດທະນາເສດຖະກິດຂອງລາວ, ທ່ານ ເຈິ່ງ ໂຢເຢ້ (Zheng Youye) ຜູ້ອໍານວຍການ ແລະ ຮອງຜູ້ຈັດການໃຫຍ່ຂອງບໍລິສັດອາຊີ-ໂປຕາສສາກົນ ໄດ້ຮັບເຊີນເຂົ້າຮ່ວມ “ເວທີສົນທະນາການຄ້າ ແລະ ການລົງທຶນ ລາວ-ຈີນ” ທີ່ກະຊວງແຜນການ ແລະ ການລົງທຶນ ຂອງລາວຈັດຂຶ້ນ, ໂດຍເນັ້ນໃສ່ຫົວຂໍ້ທີ່ກໍາລັງເປັນປະເດັນທີ່ພົ້ນເດັ່ນເຊັ່ນ: ກາລະໂອກາດໃນການລົງທຶນ, ທ່າອ່ຽງການພັດທະນາອຸດສາຫະກໍາໃນລາວ, ພ້ອມນັ້ນ ທ່ານໄດ້ບັນຍາຍ ແລະ ສົນທະນາພິເສດໃນຫົວຂໍ້ “ການປະຕິບັດຕົວຈິງໃນການສໍາຫລວດ ຂອງນິຄົມອຸດສາຫະກໍາອາ ຊີ-ໂປຕາສສາກົນ” ໃນຖານະແຂກຄົນສໍາຄັນ ໄດ້ສົນທະນາ ແລະ ແລກປ່ຽນກັບເຈົ້າໜ້າທີ່ພາກລັດ ແລະ ບໍລິສັດທີ່ສົນໃຈ 100 ກວ່າຄົນທີ່ຢູ່ໃນງານ ເພື່ອປຶກສາກ່ຽວກັບ ກາລະໂອກາດໃນການລົງທຶນດ້ານຂະແໜງບໍ່ແຮ່ຂອງລາວ ແລະ ຮ່ວມສ້າງແຜນຜັງການພັດທະນາອຸດສາຫະກໍາ ໂດຍມີ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຂອງລາວ, ທ່ານ Qian Xueming ກໍາມະການປະຈໍາຄະນະປະຈໍາ ສະພາທີ່ປຶກສາການເມີືອງທົ່ວປະເທດ ສປ ຈີນ ແລະ ຮອງປະທານ ບໍລິຫານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ທ່ານ ວັນທະນາ ນໍລິນທາ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນຂອງລາວ, ທ່ານ ທິບພະກອນ ໂຄດສີເມືອງ ຮອງພະແນກທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງລາວ ເຂົ້າຮ່ວມສົນທະນາ ແລະ ມີຄໍາເຫັນໃນຫົວຂໍ້ການສົນທະນາ.

ທ່ານ Zheng Youye ໄດ້ວິເຄາະຢ່າງຮອບດ້ານກ່ຽວກັບທ່າອ່ຽງ ການພັດທະນາທີ່ກວ້າງຂວາງຂອງ ລາວ ແລະ ຈີນ ໃນຂົງເຂດບໍ່ແຮ່, ພະລັງງານ ແລະ ອື່ນໆ ໂດຍຈາກທັດສະນະຂອງສະພາບເສດຖະກິດມະຫາພາກຂອງໂລກ ແລະ ການພັດທະນາອຸດສາຫະກໍາ ວ່າ: ພາຍໃຕ້ສະພາບການຍົກຍ້າຍຖານຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ອຸປະທານຈາກທົ່ວໂລກ ໄປສູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ສປປ ລາວ ມີຂໍ້ດີດ້ານສະຖານະທາງການເມືອງທີ່ໝັ້ນຄົງ, ຊັບພະຍາກອນອຸດົມສົມບູນ, ສັງຄົມມີສະຖຽນລະພາບ, ຕົ້ນທຶນຕໍ່າ, ນະໂຍບາຍຕ່າງໆ, ຕະຫລາດພົ້ນເດັ່ນ ເຊິ່ງເປັນ “ຂໍ້ດີເດັ່ນສໍາລັບປະເທດພັດທະນາຕາມຫລັງ. ອີງໃສ່ການກໍານົດບູລິມະສິດພັດທະນາຂະແໜງອຸດສາຫະກໍາປຸງແຕ່ງແຮ່ທາດ ແລະ ເຄມີຂອງລາວ, ບໍລິສັດ ອາຊີ-ໂປຕາສສາກົນ ດ້ວຍວິໄສທັດສາກົນ ແລະ ແນວຄວາມຄິດການຫັນເປັນອຸດສາຫະກໍາ, ຕັ້ງໝັ້ນຢູ່ທີ່ຊັບພະຍາກອນ, ຄຽງຄູ່ກັບການອອກແຮງ ພັດທະນາອຸດສາຫະກໍາຝຸ່ນໂປຕາສ ທີ່ເປັນໂຄງການຫຼັກ ກໍໄດ້ຮ່ວມມືກັບລັດຖະບານລາວ ເພື່ອສ້າງນິຄົມອຸດສາຫະກໍາອັດສະລິຍະ ອາຊີ-ໂປຕາສ ສາກົນ ຊຶ່ງມີຄວາມເປັນຊີວິດຊີວາ ແລະ ອະນາຄົດທີ່ສົດໃສ.

+ ຂະໜາດກໍາລັງການຜະລິດໄດ້ສືບຕໍ່ເພີ່ມຂຶ້ນ, “ຄວາມໄວຂອງອາຊີ-ໂປຕາສ” ເຮັດໃຫ້ເກີດການສົນທະນາ ຢ່າງຟົດເດືອດ.

ໃນຊຸມປີມໍ່ໆມານີ້, ອຸດສາຫະກໍາຝຸ່ນໂປຕາສທີ່ເປັນອຸດສາຫະກໍາຫລັກ, ອາຊີ-ໂປຕາສສາກົນ ໂດຍປິ່ນອ້ອມ ນະໂຍບາຍຍຸດທະສາດ “ຊັບພະຍາກອນ, ຂະໜາດ, ນະວັດຕະກໍາ” ໄດ້ປະສົບຄວາມສໍາເລັດໃນການພັດທະນາຢ່າງ ວ່ອງໄວ ແລະ ອີກຍາວນານຢູ່ ສປປ ລາວ ເຊິ່ງ “ຄວາມໄວຂອງອາຊີ-ໂປຕາສ” ແລະ “ຄວາມມະຫັດສະຈັນຂອງ ລາວ” ທີ່ມີອັນໃໝ່ຂຶ້ນເລື້ອຍໆນັ້ນ ໄດ້ເຮັດໃຫ້ມີການສົນທະນາຢ່າງຄຶກຄື້ນອີກຄັ້ງໃນວົງການອຸດສາຫະກໍາ. ທ່ານ Zheng Youye ໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ບໍລິສັດໄດ້ສຸມໃສ່ໂດຍປີ່ນອ້ອມເປົ້າໝາຍຍຸດທະສາດ “ຜູ້ສະໜອງຝຸ່ນໂປຕາສລະດັບໂລກ” ແລະ ພວມຊຸກຍູ້ການເຕີບໂຕຢ່າງວ່ອງໄວຂອງກໍາລັງ ແລະ ປະລິມານການຜະລິດຝຸ່ນໂປຕາສດ້ວຍຄວາມໄວ “ປີໜຶ່ງເພີ່ມຂຶ້ນໜຶ່ງລ້ານໂຕນ”. ໂຄງການ 1 ລ້ານໂຕນແຫ່ງທີ 3 ກໍາລັງເລັ່ງກໍ່ສ້າງ ແລະ ຄາດວ່າຈະສໍາເລັດ ແລະ ເລີ່ມຜະລິດໃນທ້າຍປີ 2023, ສູ້ຊົນກໍ່ສ້າງກໍາລັງການຜະລິດໃຫ້ໄດ້ 5 ລ້ານໂຕນໃນປີ 2025. ສິ່ງພົ້ນເດັ່ນດ້ານຊັບພະຍາກອນຂອງບໍລິສັດສືບຕໍ່ເຂັ້ມແຂງຂຶ້ນ, ຂະໜາດກໍາລັງການຜະລິດສືບຕໍ່ຍົກສູງຂຶ້ນ, ປະສິດທິຜົນຈາກຂະໜາດ ໄດ້ຮັບການປົດປ່ອຍອອກມາເທື່ອລະກ້າວ, ເຊິ່ງເປັນການເປີດຊ່ອງທາງການພັດທະນາ ທີ່ມີຄຸນນະພາບສູງຢ່າງຮອບດ້ານ.

+ ການພັດທະນາຢ່າງປະສົມປະສານຂອງລະບົບຕ່ອງໂສ້ອຸດສາຫະກໍາທັງໝົດ, ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ໄດ້ກາຍເປັນເຂດພັດທະນາອຸດສາຫະກໍາລະດັບສູງໃໝ່

ທ່ານ Zheng Youye ໄດ້ອະທິບາຍລາຍລະອຽດກ່ຽວກັບການວາງແຜນໂດຍລວມ, ຂໍ້ດີຂອງນິຄົມອຸດ ສາຫະກໍາ ແລະ ສະພາບການດຶງດູດການລົງທຶນຂອງນິຄົມອຸດສາຫະກໍາອັດສະລິຍະຂອງ ອາຊີ-ໂປຕາສສາກົນ ວ່າ: ໂດຍອາໄສແຮງຈາກພື້ນຖານອຸດສາຫະກໍາຂອງຈີນ, ນິຄົມອຸດສາຫະກໍາ ໄດ້ຖືເອົາການໃຊ້ຊັບພະຍາກອນ ຢ່າງມີປະສິດທິຜົນສູງ ແລະ ສາມາດຂະຫຍາຍເປັນທິດຊີ້ນໍາ ໂດຍກໍາແໜ້ນສິ່ງພົ້ນເດັ່ນດ້ານບົດບາດການສະໜັບສະໜູນຂອງລັດຖະບານລາວ, ດ້ານຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ສະຖານະໃນຕະຫລາດ, ຕົ້ນທຶນ ແລະ ເຕັກໂນໂລຊີ ແນໃສ່ເພີ່ມມູນຄ່າສູງສຸດຂອງຊັບພະຍາກອນແຮ່ທາດຕິດພັນກັບແຮ່ໂປຕາສ ໂດຍຜ່ານຮູບແບບການດຶງດູດນັກລົງ ທຶນ ແລະ ການຮ່ວມກັນລົງທຶນກໍ່ສ້າງ ເພື່ອສ້າງລະບົບຕ່ອງໂສ້ອຸດສາຫະກໍາທີ່ມີການເຊື່ອມໂຍງການພັດທະນາຢ່າງກົມກຽວ ຂອງອຸດສາຫະກໍາກັ່ນແຍກຫາງແຮ່ໂປຕາສ, ເກືອຈາກບໍ່ແຮ່ໂປຕາສ, ຖ່ານຫີນ, ຫີນປູນ, ບົກຊິດ, ການສະໜອງພະລັງງານໃໝ່ ແລະ ອຸດສາຫະກໍາຫລັກອື່ນໆ, ບັນລຸການລວມກໍາລັງໄປໃນທິດທາງດຽວ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງ ລະຫວ່າງບັນດາອຸດສາຫະກໍາດ້ວຍກັນ. ປັດຈຸບັນ ໂຄງການໂບຣມີນ ແລະ ຄລໍ-ອັນຄາໄລ ໄລຍະທີໜຶ່ງໄດ້ກໍ່ສ້າງສໍາເລັດແລ້ວ, ການດຶງດູດການລົງທຶນໂຄງການສໍາຄັນມີ 10 ໂຄງການ, ພ້ອມນັ້ນ ຍັງມີຫລາຍໂຄງການອຸດສາຫະກໍາ ກໍາລັງຢູ່ໃນລະຫວ່າງການເຈລະຈາ ແລະ ດໍາເນີນການ. ນິຄົມອຸດສາຫະກໍາດັ່ງກ່າວ ໄດ້ດຶງດູດບັນດາວິສາຫະກິດຊັ້ນນໍາຈໍານວນໜຶ່ງ ທີ່ເປັນເຈົ້າຂອງເຕັກໂນໂລຊີຫລັກ ແລະ ເປັນຜູ້ນໍາໃນຂະແໜງການ ເພີື່ອເຂົ້າມາລົງທຶນຢູ່ລາວ, ຈາກນີ້ຈະກາຍເປັນກຸ່ມອຸດສາຫະກໍາ ເຊິ່ງຈະເກີດມີປະສິດທິຜົນຂອງການຮ່ວມປະສານງານທາງອຸດສາຫະກໍາທີ່ເຂັ້ມແຂງ.

ທ່ານ Zheng Youye ໄດ້ກ່າວຢ່າງໜັກແໜ້ນວ່າ: ນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ໃນຖານະເປັນເວທີຄຸນນະພາບສູງ ທີ່ສັງລວມຊັບພະຍາກອນຊັ້ນນໍາຂອງໂລກ ຈະຍຶດໝັ້ນກົນໄກການພັດທະນາ ຂອງວິສາຫະກິດທີ່ມີຄຸນນະພາບສູງ ແລະ ຖືການຈັດວາງລະອຽດສໍາລັບລະບົບຕ່ອງໂສ້ອຸດສາຫະກໍາ ເປັນເສັ້ນທາງ ແຫ່ງພັດທະນາ, ສືບຕໍ່ດຶງດູດການລົງທຶນ, ຂະຫຍາຍຂະໜາດໂຄງການ, ບູລະນະຢ່າງເລິກເຊິ່ງ ຊັບພະຍາກອນບໍ່ແຮ່ທີ່ມີຄຸນນະພາບສູງ, ຊຸກຍູ້ໃຫ້ ສປປ ລາວ ກໍາແໜ້ນກາລະໂອກາດໃຫຍ່ຂອງການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກໍາຈາກທົ່ວໂລກ ແລະ ກາຍເປັນ “ຜູ້ຊ່ວຍແຮງ” ໃນການພັດທະນາເສດຖະກິດຂອງ ສປປ ລາວ.

ໃນນາມຕາງໜ້າວິສາຫະກິດຊັ້ນນໍາໂປຕາສ ທີ່ຈະເລີນເຕີບໂຕໃໝ່ໃນໂລກ, ອາຊີ-ໂປຕາສສາກົນ ກໍາລັງເລັ່ງບາດກ້າວຫັນໄປສູ່ສາກົນຢ່າງບໍ່ຢຸດຢັ້ງ ໂດຍນໍາໃຊ້ເວທີງານວາງສະແດງສິນຄ້າ ຈີນ-ອາຊຽນ, ອາຊີ-ໂປຕາສສາກົນ ຈະລົງເລິກຂະຫຍາຍການຮ່ວມມືກັບບັນດາປະເທດໃນອາຊຽນ, ເຊິ່ງບໍ່ພຽງແຕ່ຈະຊ່ວຍໃຫ້ບໍລິສັດເລັ່ງຂະບວນການຫັນໄປສູູ່ສາກົນເທົ່ານັ້ນ, ແຕ່ຍັງເປັນຜົນດີໃນການເຜີຍແຜ່ໝາກຜົນການພັດທະນາຝຸ່ນໂປຕາສຂອງລາວ ໃນຂອບເຂດທົ່ວໂລກ. ໃນອະນາຄົດ ອາຊີ-ໂປຕາສສາກົນ ຈະຮ່ວມມືຢ່າງສະໜິດແໜ້ນກັບ ລັດຖະບານລາວ, ໂດຍເອົາການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນໂອກາດ, ຖືເອົານິຄົມອຸດສາຫະກໍາອັດສະລິຍະຂອງອາຊີ-ໂປຕາສສາກົນ ເປັນເວທີ ໂດຍຜ່ານການດຶງດູດທຸລະກິດ ແລະ ການສ້າງທຸລະກິດ, ສືບຕໍ່ຂັບເຄື່ອນການດຶງດູດການລົງທຶນຈາກ ສາກົນ, ສ້າງຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ຄຸນຄ່າ ທີ່ມີຄວາມກົມກຽວເລິກເຊິ່ງ, ມີກໍາລັງຂັບເຄື່ອນທີ່ເຂັ້ມແຂງກວ່າເກົ່າ ແລະ ມີຜົນປະໂຫຍດທີ່ກວ້າງຂວາງກວ່າເກົ່າ, ເພື່ອປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງສອງປະເທດ ລາວ-ຈີນ.

 

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:
ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດມາເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໄດ້ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກແຂວງຫຼວງນ້ຳທາ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດໃນຄັ້ງນີ້.
ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.
ສະຫວັນນະເຂດ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ສະຫວັນນະເຂດ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວວ່າ:
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເປັນຈຸດປ່ຽນສຳຄັນໃນການກໍານົດແນວທາງນະໂຍບາຍຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເປັນຈຸດປ່ຽນສຳຄັນໃນການກໍານົດແນວທາງນະໂຍບາຍຂອງພັກ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ພົທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ຜູ້ແທນສົມບູນກະຊວງປ້ອງກັນປະເທດ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ

5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ

ຕະຫຼອດໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ມີຜົນສຳເລັດຫຼາຍດ້ານຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ພວກເຮົາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງຂອງຄະນະພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງ ປກຊ-ປກສ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການພັດທະນາເສດຖະກິດ-ສັງຄົມໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.
ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ

ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ

ໃນຊຸມປີຕໍ່ໜ້າ, ພັກເຮົາຈະສືບຕໍ່ວາງທິດທາງ, ໜ້າທີ່ຕົ້ນຕໍໃນການສືບຕໍ່ນຳພາ ພາລະກິດປະຕິວັດຢູ່ປະເທດເຮົາຕາມຄໍາຂວັນລວມທີ່ວ່າ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”
ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່

ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ ເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່

ໃນ 5 ປີຜ່ານມາ, ພັກເຮົາໄດ້ສຸມໃສ່ປັບປຸງ, ກໍ່ສ້າງພັກ 4 ດ້ານໄປ ພ້ອມໆກັນ,ເປັນຕົ້ນ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ດ້ານແນວຄິດ-ການເມືອງ, ເຊິ່ງຖືເປັນສະໜາມຮົບແຖວໜ້າ ຂອງພັກ ໃນໄລຍະໃໝ່ ເພື່ອຍູ້ແຮງການກໍ່ສ້າງ, ປັບປຸງພັກ.
ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ

ຍທຂ ຈະສືບຕໍ່ສ້າງການຫັນປ່ຽນ 7 ວຽກງານຈຸດສຸມ ຢ່າງແຂງແຮງ

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ວ່າ:
ເພີ່ມເຕີມ