ທ່ານ ເພັງ ເພີນຈິດ ຄະນະປະຈຳພັກເມືອງ ປະທານກວດກາ ພັກ-ລັດ ເມືອງປາກກະດິງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນ ໃນວັນທີ 3 ຕຸລານີ້ວ່າ: ສະພາບນ້ຳຖ້ວມຢູ່ບັນດາ 8 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1ແມ່ນເກີດຂຶ້ນໃນລະຫວ່າງວັນທີ 29 ກັນຍາ ຫາ 1 ຕຸລາ 2025. ເນື່ອງຈາກໄດ້ຮັບຜົນກະທົບຈາກ ພະຍຸບົວລອຍ ເລີ່ມແຕ່ວັນທີ່ 28 ກັນຍາ, ບວກໃສ່ກັບການເປີດປະຕູລະບາຍນ້ຳ ອອກຈາກເຂື່ອນໄຟຟ້ານ້ຳເທີນ1. ເຮັດໃຫ້ນ້ຳກະດິງໄດ້ຍື່ງຂຶ້ນຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ ເຖີງຂັ້ນໄດ້ຍົກຍ້າຍເຄື່ອງເຮືອນ ແລະ ທີ່ຢູ່ອາໃສ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງຖືກນ້ຳຖ້ວມຕາຍ ແລະ ເສຍຫາຍຫຼາຍ, ເສັ້ນທາງບາງຈຸດບໍ່ສາມາດສັນຈອນໄປມາໄດ້. ຜ່ານການສຳຫຼວດຕົວຈິງເຫັນວ່າ ບ້ານທີ່ໄດ້ຮັບຜົນກະທົບຫຼາຍ ມີ 4ບ້ານຄື: ບ້ານໂພນຈະເລີນ ຖືກນ້ຳຖ້ວມ 419 ຫຼັງຄາເຮືອນ, ບ້ານຫາດຊາຍຄຳ ຖືກນ້ຳຖ້ວມ 42 ຫຼັງຄາເຮືອນ, ບ້ານດອນໄຊ ຖືກນ້ຳຖ້ວມ 4 ຫຼັງຄາເຮືອນ ແລະ ບ້ານປາກປາງ ຖືກນ້ຳຖ້ວມ 35 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ ມີ 2,595 ຄົນ;ບ້ານທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່ແມ່ນ: ບ້ານໂພນຈະເລີນ.
ຕໍ່ກັບສະພາບການດັ່ງກ່າວ, ໃນຄືນວັນທີ 29 ກັນຍາ ຫາ ວັນທີ 1 ຕຸລາ 2025 ການນຳ ພັກ-ລັດ ຂັ້ນເທີງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງກໍໄດ້ສົບທົບກັບກຳລັງ ປກຊ-ປກສ ແລະ ເຂື່ອນໄຟຟ້ານ້ຳເທີນ 1. ຊ່ວຍເຫຼືອອົບພະຍົກ ພໍ່ແມ່ປະຊາຊົນຈຳນວນໜຶ່ງມາພັກຢູ່ສະໂມສອນໃຫຍ່ຂອງເມືອງ ແລະ ພໍ່ແມ່ປະຊາຊົນຈຳນວນໜຶ່ງກໍໄດ້ເຄື່ອນຍ້າຍໄປພັກຢູ່ນຳພີ່ນ້ອງ.
ນອກຈາກການຍົກຍ້າຍທີ່ຢູ່ອາໃສແລ້ວ ກໍຍັງໄດ້ນຳເອົາເຄື່ອງບໍລິໂພກ(ຖົງຍັງຊີບ)ຈຳນວນ 600ກ່ວາຖົງ ແຈກຢາຍໃຫ້ພໍ່ແມ່ປະຊາຊົນ ເປັນການຊ່ວຍເຫຼືອສຸກເສີນ. ຈົນມາຮອດເວລາປະມານ 4ໂມງແລງ ວັນທີ 1 ຕຸລາ 2025ລະດັບນ້ຳກໍໄດ້ລົດລົງສູ່ລະດັບປົກກະຕິແລະ ໄນໄລຍະນີ້, ກໍໄດ້ມີທີມງານລົງສຳຫຼວດປະເມີນຜົນເສຍຫາຍຕົວຈິງຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້, ເພື່ອໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ກັບເຂົ້າສູ່ສະພາບປົກກະຕິ.
(ຂ່າວ: ແສງທອງ)
ຄໍາເຫັນ