ນໍ້າຖ້ວມໃນບັງກລາເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດໃນ 7 ເຂດທ້ອງຖິ່ນ

ບັງກລາເທດ ນໍ້າຖ້ວມຄັ້ງໃຫຍ່ ເສຍຊີວິດ 18 ຄົນ

ບັງກລາເທດ ນໍ້າຖ້ວມຄັ້ງໃຫຍ່ ເສຍຊີວິດ 18 ຄົນ
ຂ່າວຕ່າງປະເທດລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ນໍ້າຖ້ວມໃນບັງກລາເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດໃນ 7 ເຂດທ້ອງຖິ່ນ ຢ່າງໜ້ອຍ 18 ລາຍແລ້ວ.

 

ສູນປະສານງານຮັບມືກັບໄພພິບັດແຫ່ງຊາດ ສັງກັດກະຊວງຄຸ້ມຄອງ ແລະ ບັນເທົາທຸກໄພພິບັດຂອງປະເທດບັງກລາເທດ ລະບຸວ່າ:ມີປະຊາຊົນໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນ 11 ເຂດ ຈາກທັງໝົດ 64 ເຂດ ຂອງປະເທດ ເກືອບ 5 ລ້ານຄົນ.

ອຳນາດການປົກຄອງທ້ອງຖິ່ນຍັງຕ້ອງເຮັດວຽກຢ່າງໜັກເພື່ອຈັດສົ່ງສິ່ງຂອງໃນຫຼາຍເຂດທາງພາກຕາເວັນອອກສ່ຽງໃຕ້ ແລະພາກເໜືອ. ຂະນະທີ່ຖະໜົນຫົນທາງຖືກນໍ້າຖ້ວມ ຊຶ່ງມີສາເຫດມາຈາກຝົນຕົກໜັກຕາມລະດູການ ແລະ ມວນນໍ້າປ່າຈາກພູເຂົາຕາມຊາຍແດນຕິດກັບອິນເດຍ

ນອກຈາກນັ້ນ, ເຫດການນໍ້າຖ້ວມຍັງສ້າງຄວາມເສຍຫາຍແກ່ບ້ານເຮືອນ ແລະພືດຜົນເປັນວົງກວ້າງທົ່ວພາກເໜືອ ແລະ ຕາເວັນອອກສ່ຽງໃຕ້ ຂອງບັງກລາເທດ ອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.
ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ເປີດກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ທີ່ນະຄອນຝູໂຈວ ສປ ຈີນ

ກອງປະຊຸມເວທີຮ່ວມມືສື່ມວນຊົນໜຶ່ງແລວໜຶ່ງເສັ້ນທາງ ປີ 2026 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ນະຄອນຝູໂຈວ ແຂວງຝູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງ ສປ ຈີນ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ຍອດຜູ້ຕິດເຊື້ອພະຍາດໝາກແດງ ໃນອາເມຣິກາ ເກີນ 4,800 ຄົນ

ສຳນັກຂ່າວຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ມາຮອດວັນທີ 29 ຕຸລາ ຜ່ານມາ, ສະຫະລັດ ອາເມຣິກາ ມີຄົນເຈັບທີ່ໄດ້ຮັບການຢືນຢັນແລ້ວວ່າເປັນພະຍາດໝາກແດງ 4,852 ຄົນ. ໃນນັ້ນ, 4,834 ຄົນ ພົບໃນ 47 ເມືອງຂອງສະຫະລັດ ອາເມຣິກາ ແລະ 18 ຄົນ ເປັນນັກເດີນທາງຈາກຕ່າງປະເທດ ຊຶ່ງມີຄົນເຈັບ 511 ຄົນ ຫຼື ປະມານ 11% ຂອງຜູ້ທີ່ໄດ້ຮັບການຢືນຢັນວ່າຕິດພະຍາດໝາກແດງ ແລະ ໄດ້ເຂົ້າຮັກສາໃນໂຮງໝໍແລ້ວ.
ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ຈີນ ມີແຜນຈະລົງຈອດເທິງດວງຈັນກ່ອນປີ 2030

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກອງປະຊຸມໃຫຍ່ທາງວິຊາການການບິນອະວະກາດບັນທຸກຄົນຄັ້ງທີ 7 ຂອງຈີນ ທີ່ກຳລັງດຳເນີນຢູ່ນະຄອນຫຼວງປັກກິ່ງ, ໄດ້ເປີດເຜີຍແຜນການສົ່ງຍານບັນທຸກຄົນລົງຈອດເທິງດວງຈັນຂອງຈີນທີ່ໄດ້ຮັບຄວາມສົນໃຈຕໍ່ສາທາລະນະຊົນຢ່າງເປັນທາງການໃນກອງປະຊຸມເມື່ອວັນທີ 31 ຕຸລາຜ່ານມາ, ໂດຍຈີນມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະ ຈະນຳໃຊ້ແຜນການ “ຍິງສົ່ງສອງເທື່ອ ແລະ ລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດອົສຕຣາລີ

ໃນວັນທີ 2 ພະຈິກ ນີ້ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ Megan Jones ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ.
OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

OPEC ​ຕົກ​ລົງ​ຈະ​ຮັກ​ສາ​ລະ​ດັບ​ການ​ຜະ​ລິດ​​ນ້ຳ​ມັນ​ໄວ້​ເທົ່າ​ເກົ່າໃນ​ເດືອນ​ທັນ​ວາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 1 ພະ​ຈິກ ຜ່ານມາ, ອົງ​ການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ ຫຼື OPEC ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ, 7 ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ທີ່​ສຳ​ຄັນໄດ້​ຕົກ​ລົງ​ຈະ​ຮັກ​ສາ​​ລະ​ດັບການ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​​ໄວ້​ເທົ່າ​ເກົ່າ​ໃນ​ເດືອນ​ທັນ​ວາ​ໜ້າ​ນີ້.
ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ທ່ານ ໂຕເລິມ ເນັ້ນ ຕ້ອງ​ມີ​ຄວາມ​ຄາດ​ຫວັງ ແລະ ຕັດ​ສິນ​ໃຈ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນໂລຈິສຕິກ

ວິທະຍຸກະຈາຍສຽງຫວຽດລາຍງານວ່າ: ໃນວັນທີ 2 ພະຈິກ ຜ່ານມາທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້​ເຮັດ​ວຽກ​ກັບ​​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາໂລຈິສຕິກ ແຫ່ງ​ຊາ​ດ ແລະ ພື້ນ​ຖານ​ໂຄງ​ລ່າງໂລຈິສຕິກ, ທ່ານ ໂຕເລິມ ໄດ້ມີຄຳເຫັນຊີ້ນຳວ່າ: ຕ້ອງຫັນ​ປ່ຽນ​ຢ່າງ​ແຮງ ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ການ​ບໍ​ລິ​ການໂລຈິສຕິກ ໄປ​ສູ່ ​ການ​ສ້າງ​ກຳ​ລັງ​ຄວາມ​ສ​າ​ມາດໂລຈິສຕິກແຫ່ງ​ຊາດ. ນີ້​ແມ່ນ​ການ​​ປ່ຽນແປງ​ອັນ​ເປັນ​ພື້ນ​ຖານ​ທີ່​ສຸດ​ກ່ຽວ​ກັບ​ສະ​ຕິ​ຄວາມ​ຮັບ​ຮູ້ ແລະ ວິ​ທີ​ເຂົ້າ​ເຖິງ.
ເພີ່ມເຕີມ