ບ້ານ ດອນໃຈໄດ້ຮັບຮອງເປັນບ້ານພັດທະນາ.

ບ້ານນ້ຳທຸງ ແລະ ບ້ານ ດອນໃຈໄດ້ຮັບຮອງເປັນບ້ານພັດທະນາ.

ບ້ານນ້ຳທຸງ ແລະ ບ້ານ ດອນໃຈໄດ້ຮັບຮອງເປັນບ້ານພັດທະນາ.
ທ້າຍອາທິດຜ່ານມານີ້, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດ-ຮັບຮອງເອົາບ້ານນ້ຳທຸງ ແລະ ບ້ານດອນໃຈ ກຸ່ມບ້ານທ່າຟ້າ ເປັນຄອບຄົວ ແລະ ບ້ານພັດທະນາ ຂຶ້ນທີ່ບ້ານນໍ້າທຸງໂດຍການ

ເປັນປະທານຂອງທ່ານ ສຸກຂະຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ບໍ່ແກ້ວ, ທ່ານ ຄຳເກິ່ງ ຜິວວັນນາ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງຫ້ວຍຊາຍ, ມີແຂກຖຶກເຊີນ ແລະ ປະຊາຊົນສອງບ້ານເຂົ້າຮ່ວມ.

ໃນພິທີ, ທ່ານ ຈອມແປງ ວົງນາທີ ເລຂາພັກນາຍບ້ານ ດອນໃຈ ຕາງໜ້າທັງ 2 ບ້ານ ຂຶ້ນລາຍງານການຊຸກຍູ້ການສ້າງຄອບຄົວ ແລະ ບ້ານພັດທະນາໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ໃຫ້ຮູ້ວ່າ: ບ້ານ ນໍ້າງທຸງ ແລະ ບ້່ານ ດອນໃຈ ກຸ່ມທ່າຟ້າ ແມ່ນຂຶ້ນກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລວມມີ 289 ຄົວເຮືອນ, ມີ 343 ຄອບຄົວ, ມີພົນລະເມືອງທັງໝົດ 1,476 ຄົນຍິງ 639 ຄົນ, ປະກອບມີ 3 ຊົນເຜົ່າຄື: ເຜົ່າລະເມດ, ເຜົ່າລື້ ແລະ ເຜົ່າມົ້ງ, ອາຊີບຕົ້ນຕໍ ແມ່ນການຜະລິດກະສິກຳ (ປູກຝັງ-ລ້ຽງສັດ), ເຮັດນາ, ພະນັກງານລັດ-ເອກະຊົນ, ເຮັດການບໍລິການ ແລະ ຄ້າຂາຍຈຳນວນໜຶ່ງ.ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງຫ້ວຍຊາຍ ວ່າດ້ວຍການມອບໃບຢັ້ງຢືນຄອບຄົວພັດທະນາ ຈຳນວນ 244 ຄົວເຮືອນ, ໃຫ້ກຽດມອບໂດຍທ່ານ ສຸກຂະ ຫຼຽນທອງຄຳ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການມອບໃບຢັ້ງຢືນບ້ານນໍ້າທຸງ ແລະ ບ້ານ ດອນໃຈ ກຸ່ມທ່າຟ້າ ເປັນບ້ານພັດທະນາ ໃຫ້ກຽດຂຶ້ນມອບໂດຍທ່ານ ຄຳເກິ່ງ ຜິວວັນນາ ພ້ອມທັງ ຮ່ວມເປີດປ້າຍບ້ານພັດທະນາ ແລະ ລັ່ນຄ້ອງ 9ບາດ.

(ຂ່າວ: ນາງ ມີເຮີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ