ບ້ານພະໄຊ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີ

ບ້ານພະໄຊ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີ
ອົງການປົກຄອງບ້ານພະໄຊໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີ(2019-2023)ແລະ ແຜນພັດທະນາບ້ານໃນ5 ປີຕໍ່ໜ້າຂຶ້ນໃນວັນທີ 28 ກຸມພານີ້ ທີ່ບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ດວງເດືອນ ວົງນະລາດ ຮອງເລຂາພັກເມືອງສີສັດຕະນາກ, ມີທ່ານນາງ ບຸນມາລາ ສິມມາລາວົງ ນາຍບ້ານໆພະໄຊ, ມີແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ບຸນມາລາ ສິມມາລາວົງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດແຜນພັດທະນາຮອບດ້ານຂອງບ້ານໃນໄລຍະ 5 ປີຜ່ານມາ ວ່າ: ບ້ານພະໄຊເປັນບ້ານໜຶ່ງໃນຈຳນວນ 37 ບ້ານຂອງເມືອງສີສັດຕະນາກນະຄອນຫຼວງວຽງຈັນມີເນື້ອທີ່ທັງໝົດ 84.183 ຕາແມັດ, 215 ຫຼັງຄາເຮືອນແບ່ງອອກເປັນ 12 ໜ່ວຍ,  189 ຄອບຄົວ, ມີພົນລະເມືອງທັງໝົດ 875 ຄົນ ຍິງ 487 ຄົນ, ການປະກອບອາຊີບແມ່ນເປັນພະນັກງານ-ລັດຖະກອນ, ກຳມະກອນທົ່ວໄປ, ຊາວຄ້າຂາຍ, ນັກຮຽນ-ນັກສຶກສາ ແລະ ອື່ນໆ.
ອົງການປົກຄອງບ້ານໄດ້ປະຕິບັດຕາມພາລະບົດບາດ, ສິດແລະໜ້າທີ່ໃນ 5 ປີຜ່ານມາ ເປັນໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນບ້ານ, ປັບປຸງອົງການປົກຄອງບ້ານຕາມ 5 ໜ່ວຍງານໄດ້ສຳເລັດຊຶ່ງມີຄະນະບ້ານ5 ທ່ານ ຍິງ 5 ທ່ານ;ມີສະມາຊິກພັກທັງໝົດ 20 ຄົນຍິງ 14 ຄົນ, ໃນຊຸມປີຜ່ານມາໄດ້ສຸມໃສ່ໂຄສະນາສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ປຸກລະດົມປະຊາຊົນໃຫ້ຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນໄດ້ຮັບໃບຢັ້ງຢືນຄອບຄົວສາມັກຄີປອງດອງຈຳນວນ183ຄອບຄົວ. ເປັນສະມາຊິກກອງທຶນຊ່ວຍເຫຼືອຊຶ່ງກັນແລະກັນ;ຄະນະຫະພັນແມ່ຍິງບ້ານມີ 5ທ່ານ, ມີສະມາຊິກແມ່ຍິງທັງໝົດ66 ທ່ານ, ແບ່ງອອກເປັນ 1 ໜ່ວຍ. ມີກຸ່ມທ້ອນເງິນຊຶ່ງມີສະມາຊິກກອງທຶນ 85ຄົນ ຍິງ 72 ຄົນ. ມີເງິນທ້ອນທັງໝົດ 374.000.000 ກີບ,ປ່ອຍເງິນກູ້ໃຫ້ສະມາຊິກ 290.000.000 ກີບ.ມີເງິນສໍາຮອງ 79.259.000 ກີບ. ຄະນະແມ່ຍິງໄດ້ເຄື່ອນໄຫວປະຕິບັດຄໍາຂວັນ 3 ດີໃນຖັນແຖວເອື້ອຍນ້ອງແມ່ຍິງຢ່າງກວ້າງຂວາງ, ສຶກສາອົບຮົມເຜີຍແຜ່ພາລະບົດບາດ, ສິດໜ້າທີ່ຂອງຄະນະບໍລິຫານງານສະຫະພັນແມ່ຍິງຢູ່ພາຍໃນບ້ານໃຫ້ຮັບຮູ້ ແລະ ເຂົ້າໃຈກົດໜາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ.
    ຜ່ານການເຄື່ອນໄຫວວຽກງານຕົວຈິງໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຮັກນະຄອນຫຼວງວຽງຈັນ 2016-2020 ສາມາດຍາດໄດ້ຜົນງານຫຼາຍດ້ານ:ປະເພດລວມໝູ່ໄດ້ຮັບຫຼຽນໄຊແຮງງານຊັ້ນ IIຈຳນວນ 1 ໜ່ວຍ; ປະເພດບຸກຄົນຫຼຽນໄຊແຮງານຊັ້ນ II ຈຳນວນ1 ໜ່ວຍ,ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 4 ໜ່ວຍ;ຫຼຽນກາແຮງງານ2 ໜ່ວຍ ແລະ ໃບຍ້ອງຍໍຂັ້ນຕ່າງໆເປັນຈຳນວນຫຼາຍ.
    ສໍາລັບແຜນພັດທະນາບ້ານພະໄຊນັບແຕ່ປີ 2024-2028ຈະສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບ້ານ, ພະນັກງານ, ປະຊາຊົນທຸກຊັ້ນຄົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ເຊີດຊູສະຕິເປັນເຈົ້າຂອງປະເທດຊາດ ຮັກລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນ; ສືບຕໍ່ໂຄສະນາ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນພາຍໃນບ້ານ, ສືບຕໍ່ເກັບຂໍ້ມູນກ່ຽວກັບຫົວໜ່ວຍແຮງງານ, ເກັບກຳຈຳນວນຄົນໃນເກນອອກແຮງງານທັງໝົດພາຍໃນບ້ານ, ຊຸກຍູ້ສົ່ງເສີມ ແລະ ຈັດຫາວຽກເຮັດງານທຳຕາມເງື່ອນໄຂ ແລະ ຄວາມສາມາດ; ແກ້ໄຂຄົນຂໍທານ, ຄົນເສຍຈິດ, ແຮງງານຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ, ຊ່ວຍເຫຼືອຄອບຄົວພະນັກງານບໍານານ, ປະຊາຊົນຜູ້ປະສົບໄພພິບັດຕ່າງໆ ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບ້ານຊຸດໃໝ່. 
ຂ່າວ-ພາບ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ