ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວສະຫຼຸບຜົນງານ

ບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວສະຫຼຸບຜົນງານ
ກອງປະຊຸມສະຫຼຸບຜົນງານຂອງຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ ລາວ(SOS)ປະຈຳປີ 2023ໄດ້ຈັດຂຶ້ນວັນທີ 20 ກຸມພານີ້ທີ່ເຮືອນຮັບແຂກ ກະຊວງແຮງງານແລະ ສະຫວັດດີການສັງຄົມ(ຮສສ),ໂດຍການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະລັດຖະມົນຕີກະຊວງ ຮສສ ປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫຼືອເດັກ SOS ລາວ, ມີທ່ານຣານີດເຈນ (Mr Rajnees Jain)ຜູ້ຕາງໜ້າຫ້ອງການ SOSປະຈຳພາກພື້ນອາຊີ, ມີບັນດາຫົວໜ້າກົມ-ຮອງກົມແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ໃບຄໍາ ຂັດທິຍະໄດ້ກ່າວວ່າ: ສໍາລັບວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກທີ່ຕ້ອງການການປົກປ້ອງພິເສດ ໂດຍສະເພາະເດັກກຳພ້າ-ກຳພອຍ, ດ້ອຍໂອກາດ, ເດັກຖືກປະລະ, ເດັກຖືກປະຖິ້ມທີ່ເອົາເຂົ້າມາດູແລເບິ່ງແຍງ ຢູ່ບ້ານຊ່ວຍເຫຼືອ ເດັກນ້ອຍSOS ລາວທັງ 6 ແຫ່ງແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ ຊຶ່ງສະແດງອອກໃນການປັບປຸງບ້ານຊ່ວຍເຫຼືອເດັກSOS ດ້ວຍການສ້າງນິຕິກຳ; ປັບປຸງລະບົບກົນໄກການປະສານງານຢູ່ແຕ່ລະຂັ້ນ; ປັບປຸງການຄຸ້ມຄອງບໍລິຫານ, ມາດຕະຖານຄຸນນະພາບການບໍລິການ, ລະບົບການລາຍງານ ແລະ ການຕິດຕາມກວດກາ; ສົ່ງເສີມໃຫ້ບ້ານຊ່ວຍເຫຼືອເດັກມີຄວາມຍືນຍົງໂດຍການປຸກລະດົມຂົນຂວາຍການມີສ່ວນຮ່ວມຈາກສັງຄົມໃຫ້ຫຼາຍຂຶ້ນ. ພ້ອມດຽວກັນນີ້ກໍຍົກສູງຄວາມຮັບຜິດຊອບຂອງພະນັກງານຄູ, ແມ່, ນ້າສາວ, ຫົວໜ້າເຍົາວະຊົນ, ພະນັກງານຂັ້ນບ້ານ ແລະ ພະນັກງານທັງໝົດ ທີ່ປະຈຳການເຮັດໜ້າທີ່ຂອງຕົນເປັນຢ່າງດີ,ປັດຈຸບັນມີເດັກນ້ອຍທີ່ຢູ່ໃນການຄຸ້ມຄອງຂອງໂຄງການທັງໝົດ 904 ຄົນ ຍິງ 393 ຄົນ.
ທ່ານ ນາງ ໃບຄໍາ ຂັດທິຍະໄດ້ກ່າວຕື່ມວ່າ: ຄຽງຄູ່ ກັບຜົນສໍາເລັດທີ່ຍາດມາໄດ້ພວກເຮົາຍັງມີສິ່ງທ້າທ້າຍບາງອັນທີ່ຈະໄດ້ສືບຕໍ່ປັບປຸງໃຫ້ດີເປັນຕົ້ນຍັງມີແມ່-ນ້າສາວແລະພະນັກງານSOSຈຳນວນໜຶ່ງລາອອກຈາກວຽກເຮັດໃຫ້ມີຄວາມຫຍຸ້ງຍາກໃນການສືບຕໍ່ວຽກງານໃນການຮັບສະໝັກທົດແທນທັງເຮັດໃຫ້ຂາດແຄນ ແມ່-ນ້າສາວ ແລະ ຂາດພະນັກງານຈຳນວນໜຶ່ງ ຍ້ອນໄດ້ຮັບຜົນທະທົບຈາກບັນຫາເງິນເຟີ ແລະ ວີກິດການທາງເສດຖະກິດ;ຜົນການຮຽນຂອງຊາວໜຸ່ມSOS ຈຳນວນໜຶ່ງບໍ່ດີເທົ່າທີ່ຄວນເຮັດໃຫ້ການສອບເສັງເຂົ້າໂຮງໂຮງຮຽນອາຊີວະ, ວິທະຍາໄລ, ມະຫາວິທະຍາໄລບໍ່ຜ່ານແລະຜູ້ທີ່ຮຽນຈົບບາງຈໍານວນຍັງພົບຄວາມຫຍຸ້ງຍາກໃນການຊອກວຽກເຮັດງານທຳ; ຜູ້ໃຫ້ທຶນສະໜັບສະໜູນມີທ່າອ່ຽງຫຼຸດຜ່ອນຄ່າໃຊ້ຈ່າຍສຳລັບໂຮງຮຽນອະນຸບານແລະໂຮງຮຽນSOS ເຮີແມນມາຍເນີ, ການຊອກຫາແຫຼ່ງ ທຶນສະໜັບສະໜູນຢູ່ພາຍໃນປະເທດຍັງມີຈຳກັດ; ການດໍາເນີນການສຶກສາຄວາມເປັນໄປໄດ້ໃນການມອບ-ໂອນໂຮງຮຽນ SOS ເຮີແມນມາຍເນີໃຫ້ລັດເປັນຜູ້ຄຸ້ມຄອງບໍລິຫານຍັງເປັນສິ່ງທ້າທ້າຍຢູ່ ໃນເງື່ອນໄຂສະພາບວິກິດການດ້ານເສດຖະກິດທີ່ຕິດພັນກັບງົບປະມານສໍາລັບການຄຸ້ມຄອງບໍລິຫານໂຮງຮຽນ.
ກອງປະຊຸມຍັງຈະເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄງການບ້ານຊ່ວຍເຫຼືອເດັກນ້ອຍ SOS ລາວ ໃນໄລຍະໜຶ່ງປີທີ່ຜ່ານມາ ແລະ ທິດທາງແຜນການປີ2024 ແລະຈະໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ສິ່ງທ້າທາຍ ບົດຮຽນທີ່ຖອດຖອນໄດ້ ແລະ ວິທີການແກ້ໄຂໃນປີຕໍ່ໜ້າ  ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງເຄື່ອນໄຫວວຽກງານບ້ານຊ່ວຍ ເຫຼືອເດັກນ້ອຍ SOS ລາວມີປະສິດທິຜົນສູງຂຶ້ນກວ່າເກົ່າແລະເຊື່ອໝັ້ນວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະໄດ້ພ້ອມກັນເອົາໃຈໃສ່ຕິດຕາມປະກອບຄຳເຫັນຢ່າງສ້າງສັນ ແລະ ກົງໄປກົງມາເພື່ອເຮັດໃຫ້ກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ການຈັດຕັ້ງປະຕິບັດແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V (2021-2025) ເປັນຕົ້ນວຽກງານສະຫວັດດີການສັງຄົມກໍຄືແຜນວຽກຈຸດສຸມການປັບປຸງລະບົບສັງຄົມສົ່ງເຄາະໃຫ້ສາມາດບໍລິການຊ່ວຍເຫຼືອສັງຄົມສົ່ງເຄາະ ແລະ ບັນເທົາທຸກຕ່າງໆໃຫ້ປະຊາຊົນທີ່ທຸກຍາກ, ດ້ອຍໂອກາດ ແລະ ຜູ້ປະສົບໄພພິບັດຕ່າງໆໃຫ້ມີປະສິດທີຜົນໂດຍສົ່ງເສີມໃຫ້ສັງຄົມມີສ່ວນຮ່ວມຢ່າງກວ້າງຂວາງກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ, ການສ້າງນັກສັງຄົມສົ່ງເຄາະ ສະເພາະດ້ານ, ການຊ່ວຍເຫຼືອດ້ານການຝຶກອົບຮົມວິຊາຊີບ, ປະກອບອາຊີບ ແລະ ສ້າງໂອກາດໃຫ້ມີວຽກເຮັດງານທໍາໃຫ້ແກ່ກຸ່ມສ່ຽງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. 
ຂ່າວ: ບຸນອູ້ມ, ພາບ:ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ