BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທະນາຄານ​​ເພື່ອການຊຳລະສາກົນ (Bank for International Settlements: BIS) ເປີດເຜີຍບົດລາຍງານ​ການ​ປະ​ເມີນ​ເສດຖະກິດ​ໂລກ​ຄັ້ງ​ຫຼ້າ​ສຸດ​ ໃນ​ວັນ​ທີ 29 ມິຖຸນາ ຜ່ານມາ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ ທາງ​ດ້ານພູມສາດການ​ເມືອງ​ ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບການເງິນທົ່ວໂລກປະເຊີນກັບຄວາມບໍ່ສອດຄ່ອງໃນລະດັບທີ່ເລິກເຊິ່ງຂຶ້ນ.

 

ທ່ານ ອໍກັສຕິນ ຄາຣສເຕນ ຫົວໜ້າບໍລິຫານ BIS ກ່າວວ່າ: ສົງຄາມການຄ້າທີ່ເກີດຂື້ນໂດຍ ສະຫະລັດ ອາເມຣິກາ ແລະ ການປ່ຽນແປງນະໂຍບາຍອື່ນໆກຳລັງທໍາລາຍລະບຽບເສດຖະກິດທີ່ເຄີຍມີຄວາມໝັ້ນຄົງເປັນເວລາດົນນານ, ທ່ານກ່າວຕື່ມວ່າ: ເສດຖະກິດໂລກກໍາລັງຢູ່ໃນໄລຍະທີ່ສໍາຄັນໃນການເຂົ້າສູ່ "ຍຸກໃໝ່ຂອງຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້" ຊຶ່ງກໍາລັງທົດສອບຄວາມໄວ້ວາງໃຈທີ່ສາທາລະນະມີຕໍ່ສະຖາບັນຕ່າງໆ, ລວມທັງທະນາຄານກາງ.

ທ່ານ ຄາຣສເຕນ ກ່າວວ່າ: ການເພີ່ມຂຶ້ນຂອງອຸປະສັກການຄ້າ ແລະ ການຈຳແນກທາງການຄ້າທີ່ເພີ່ມຂຶ້ນ ຖືເປັນເລື່ອງໜ້າກັງວົນ ເນື່ອງຈາກເປັນການຊໍ້າເຕີມເສດຖະກິດ ແລະ ຜະລິດຕະພັນທີ່ຫຼຸດລົງຫຼາຍສິບປີ. ນອກຈາກນີ້, ຍັງມີຫຼັກຖານທີ່ສະແດງໃຫ້ເຫັນວ່າ: ເສດຖະກິດໂລກມີຄວາມຍືດຍຸ່ນຕໍ່ພາວະຖົດຖອຍໜ້ອຍລົງ ໂດຍປັດໃຈຕ່າງໆເຊັ່ນ: ປະຊາກອນອາຍຸສູງ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ພູມສາດ ແລະ ບັນຫາລະບົບຕ່ອງໂສ້ການສະໜອງ. ທັງໝົດລ້ວນແຕ່ມີສ່ວນເຮັດໃຫ້ເກີດສະພາບແວດລ້ອມທີ່ມີການເໜັງຕີງຫຼາຍຂຶ້ນ.

ບົດລາຍງານ BIS ສະບັບນີ້ໄດ້ຖືກເປີດເຜີຍກ່ອນທີ່ຈະເຖິງກຳນົດການເກັບອັດຕາພາສີຂອງ ທ່ານ ໂດໂນ ທຣໍາປະທານາທິບໍດີສະຫະລັດ ອາເມຣິກາ ໃນວັນທີ 9 ກໍລະກົດນີ້ ແລະ ຫຼັງຈາກສະຖານະການທາງພູມສາດທົ່ວໂລກປະເຊີນກັບຄວາມວຸ້ນວາຍຢ່າງຮຸ່ນແຮງຕໍ່ເນື່ອງເປັນເວລາເຖິງ 6 ເດືອນ.

ບົດລາຍງານປະຈໍາປີຂອງ BIS ແມ່ນຕົວຊີ້ວັດທີ່ສໍາຄັນທີ່ສະທ້ອນເຖິງຄວາມຮູ້ສຶກຂອງທະນາຄານກາງ ໃນປະເທດຕ່າງໆ, ເນື່ອງຈາກວ່າເປັນບົດລາຍງານຈາກກອງປະຊຸມປະຈໍາປີຂອງເຈົ້າໜ້າທີ່ທະນາຄານກາງທົ່ວໂລກ ຊຶ່ງຈັດຂຶ້ນເປັນປະຈຳ ໃນປະເທດສະວິດ. ໃນຄະນະທີ່ BIS ໄດ້ຖືກເຫັນວ່າເປັນທະນາຄານກາງຂອງທະນາຄານກາງທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ສະຖານະການໃນຕາເວັນອອກກາງໄດ້ເຮັດໃຫ້ຄ່າຂົນສົ່ງນ້ຳມັນເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ. ໂດຍຂໍ້ມູນຈາກ LSEG ຊີ້ໃຫ້ເຫັນວ່າ: ຫຼັງຈາກເກີດຄວາມຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ ເພີ່ມທະວີຄວາມຮຸ່ນແຮງຂຶ້ນ, ເຮັດໃຫ້ອີຣານ ຂົ່ມຂູ່ຈະໂຈມຕີເຮືອທີ່ຜ່ານຊ່ອງແຄບຮໍມຸສ.
ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ເປີດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໃນເວລາ 9:00 ໂມງ ຂອງວັນທີ 5 ມີນານີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຜູ້ນໍາພັກ-ລັດຂອງຈີນຫຼາຍທ່ານໄດ້ເຂົ້າຮ່ວມພິທີເປີດກອງປະຊຸມດັ່ງກ່າວ.
ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ມີນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບໜ່ວຍຮຽບຮຽງສະຫຼຸບ 100 ປີແຫ່ງວັນພັກນຳພາການປະຕິວັດ ຫວຽດນາມ ແລະ 40 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.
ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກຸມພາ ຜ່ານມາວ່າ: ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍວ່າ, ອັດຕາການວ່າງງານໃນເດືອນມັງກອນຜ່ານມາເພີ່ມຂຶ້ນເປັນ 2.7% ຈາກ 2.6% ໃນເດືອນກ່ອນໜ້າ ຊຶ່ງເປັນການເພີ່ມຂຶ້ນຄັ້ງທຳອິດໃນຮອບ 5 ເດືອນ. ເນື່ອງຈາກມີແຮງງານຈຳນວນຫຼາຍຕັດສິນໃຈລາອອກຈາກວຽກເກົ່າເພື່ອຫາວຽກໃໝ່ທີ່ດີກວ່າເກົ່າ.
ສ ເກົາຫຼີ ເລັ່ງຊອກຫານໍ້າມັນຢູ່ນອກຕາເວັນອອກກາງ

ສ ເກົາຫຼີ ເລັ່ງຊອກຫານໍ້າມັນຢູ່ນອກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ມີນາ ຜ່ານມາວ່າ: ລັດຖະບານ ສ ເກົາຫຼີ ໄດ້ປະກາດວ່າຈະສືບຕໍ່ຊື້ນ້ຳມັນເພີ່ມເຕີມຈາກພາຍນອກຕາເວັນອອກກາງ ຫຼັງຈາກຊ່ອງແຄບຮໍມຸສຖືກປິດລົງຕາມຕົວຈິງ ທ່າມກາງການໂຈມຕີຢ່າງຕໍ່ເນື່ອງຕໍ່ອີຣານໂດຍສະຫະລັດ ແລະ ອິສຣາເອນ. ລັດຖະບານຢືນຢັນວ່າມີນ້ຳມັນສຳຮອງພຽງພໍທີ່ຈະຮັບມືກັບວິກິດການທີ່ຍືດເຍື້ອ.
ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລ​ຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ

ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລ​ຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ມີນາ ຜ່ານມາວ່າ: ໜັງ​ສື​ພິມ “The Guardian” ຂອງ​ອັງ​ກິດ​ລາຍ​ງານ​ວ່າ, ຍ້ອນ​ອາ​ເມ​ຣິ​ກາ ແລະ ອິດ​ສະ​ຣ​າ​ແອນ​ໂຈມ​ຕີ​ອີ​ຣານ​ໄດ້​ສົ່ງ​ຜົນ​ຕໍ່​ການ​ເດີນ​ເຮືອ​ທາງ​ທະ​ເລ​ສາ​ກົນ, ຫຼາຍ​ບໍ​ລິ​ສັດ​ປະ​ກັນ​ໄພ​ທາງ​ທະ​ເລທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອັງ​ກິດ, ນອກ​ແວ ແລະ ອາ​ເມ​ຣິ​ກາ​ ໄດ້​ປະ​ກາດ​ໃນ​ວັນ​ທີ 2 ມີ​ນາ​ ຜ່ານມາ​ວ່າ: ຈະຍົກ​ເລີກ​ປະ​ກັນ​ໄພ​ສົງ​ຄາມ​ຕໍ່​ກຳ​ປັ່ນ​ທີ່​​ດຳ​ເນີນທຸ​ລະ​ກິດ​ຢູ່​ເຂດ​ອ່າວ​ເປີ​ເຊຍ ນັບ​ແຕ່​ວັນ​ທີ 5 ມີ​ນາ​​ເປັນ​ຕົ້ນ​ໄປ.
ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ຂ່າວສານຊີອາໄອລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ ແລະ ວາງ​ສະ​ແດງ​ບາ​ເຊ​ໂລ​ນາ​ ຂອງ​ແອັດ​ສະ​ປາຍ ​ໃນ​ວັນ​ທີ 2 ມີ​ນາ ຜ່ານມາ ​ພາຍ​ໃຕ້​ຫົວ​ຂໍ້ “ຍຸກ​ອັດ​ສະ​ລິ​ຍະ” ໂດຍຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ​, ກອງປະຊຸມຈະ​ສຸມ​ໃສ່ 6 ຂົງ​ເຂດ​ສຳ​ຄັນ ຄື: ສິ່​ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອັດ​ສະ​ລິ​ຍະ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ອັດ​ສະ​ລິ​ຍະ, ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ​ລະ​ດັບ​ວິ​ສາ​ຫະ​ກິດ, ການ​ປະ​ສົມ​ປະ​ສານ​ນິ​ເວດ​ປັນ​ຍາ​ປະ​ດິດ, ການ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ​ໃຫ້​ທົ່ວ​ເຖິງ ແລະ ການ​ປ່ຽນ​ແປງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່.
ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ມີນາ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍວ່າ, ການໃຊ້ຈ່າຍທຶນ (Capital Spending) ຂອງບໍລິສັດຍີ່ປຸ່ນໃນໄຕມາດເດືອນຕຸລາ-ທັນວາ 2025 ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຊຶ່ງເປັນການຂະຫຍາຍຕົວຕໍ່ເນື່ອງເປັນໄຕມາດທີ 4, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບອະສັງຫາລິມະຊັບໃນໂຄງການພັດທະນາຕົວເມືອງ.
ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ກະຊວງພະລັງງານຂອງຊາອຸດິດ ອາຣັບບີ ຢືນຢັນວ່າການໂຈມຕີດ້ວຍໂດຣນທີ່ໂຮງກັ່ນນ້ຳມັນ Ras Tanura ຂອງ Aramco ຊຶ່ງເປັນບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດ ໄດ້ສ້າງຄວາມເສຍຫາຍຈຳກັດ ແລະ ບໍ່ມີຜົນກະທົບຕໍ່ການສະໜອງຜະລິດຕະພັນນ້ຳມັນໃຫ້ແກ່ຕະຫຼາດທ້ອງຖິ່ນ.
ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.
ເພີ່ມເຕີມ