BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເຖິງວ່າ ຍີ່ປຸ່ນ ຍັງມີການນຳໃຊ້ທະນະບັດໃນລະດັບສູງ, ແຕ່ ທະນາຄານກາງຍີ່ປຸ່ນ (BOJ) ຄາດຄະເນວ່າທ່າອ່ຽງການນຳໃຊ້ທະນະບັດອາດຈະຫຼຸດລົງຢ່າງຫຼວງຫຼາຍໃນອະນາຄົດ ເນື່ອງຈາກການຂະຫຍາຍຕົວຂອງ ດີຈີຕອນ ຢ່າງວ່ອງໄວ ຊຶ່ງການປ່ຽນແປງນີ້ໄດ້ກະຕຸ້ນໃຫ້ BOJ ເລັ່ງການວາງແຜນ ແລະ ການພັດທະນາລະບົບການຊຳລະເງິນທີ່ທັນສະໄໝ ແລະ ພ້ອມຮອງຮັບສະພາບສັງຄົມໃໝ່.

 

BOJ ກໍາລັງພິຈາລະນາການອອກສະກຸນເງິນດີຈີຕອນຂອງທະນາຄານກາງ (CBDC), ໂດຍໄດ້ເລີ່ມໂຄງການທົດລອງໃນປີ 2023 ພ້ອມທັງມີການປຶກສາຫາລືກັບພາກເອກະຊົນ ແລະ ລັດຖະບານ ເພື່ອອອກແບບໂຄງສ້າງ ແລະ ກົນໄກຂອງລະບົບການເງິນໃໝ່ນີ້.

ທ່າອ່ຽງຂອງການຊຳລະເງິນແບບບໍ່ມີເງິນສົດໃນປະເທດຍີ່ປຸ່ນແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍອີງຕາມຂໍ້ມູນຂອງລັດຖະບານລະບຸວ່າ: ໃນປີ 2023 ອັດຕາສ່ວນຂອງການຊຳລະເງິນທີ່ບໍ່ມີເງິນສົດໃນປະເທດເພີ່ມຂຶ້ນເປັນ 42.8% ຈາກ 13.2% ໃນປີ 2010 ຊຶ່ງຖືວ່າໄວກວ່າເປົ້າໝາຍທີ່ວາງໄວ້ 40% ຕໍ່ໜຶ່ງປີ.

ເຖິງວ່າຍີ່ປຸ່ນເປັນປະເທດທີ່ຊ້າກວ່າຫຼາຍປະເທດໃນດ້ານເຕັກໂນໂລຊີການຊຳລະເງິນ, ແຕ່ການຂະຫຍາຍຕົວຂອງການໃຊ້ຈ່າຍຜ່ານດີຈີຕອນໄດ້ກະຕຸ້ນໃຫ້ຜູ້ວາງນະໂຍບາຍຕ້ອງຮັບຮູ້ ແລະ ປັບຕົວ ເພື່ອເຮັດໃຫ້ລະບົບການຊຳເງິນສະດວກ, ມີປະສິດທິພາບ, ເຂົ້າເຖິງງ່າຍ ແລະ ປອດໄພໃນໄລຍະຍາວ.

ເຈົ້າໜ້າທີ່ລະດັບສູງຂອງ BOJ ເຫັນວ່າ CBDC ມີຄວາມສາມາດທີ່ຈະກາຍເປັນໂຄງສ້າງພື້ນຖານທີ່ສໍາຄັນຂອງລະບົບການເງິນໃນອະນາຄົດຂອງຍີ່ປຸ່ນ. ຢ່າງໃດກໍຕາມ, BOJ ບໍ່ໄດ້ຄາດຫວັງວ່າຄວາມຕ້ອງການໃຊ້ເງິນສົດໃນປະເທດຈະໝົດໄປໃນໄວໆນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ໂດຍ: ວັນໄຊ ຕະວິນຍານ ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 12 ມິຖຸນາ ຜ່ານມາ, ອົສຕຣາລີ ໄດ້ເປີດຖານຂໍ້ມູນ 3 ມິຕິອອນລາຍ ໃໝ່ທີ່ມີຊື່ວ່າ: Ozboneviz ຊຶ່ງພັດທະນາໂດຍມະຫາວິທະຍາໄລ Flinders ຂອງອົສຕຣາລີ ແລະ ຄູ່ຮ່ວມງານ, ເປີດໃຫ້ທົ່ວໂລກສາມາດເຂົ້າເຖິງຂໍ້ມູນລາຍລະອຽດກ່ຽວກັບສັດປ່າທີ່ມີຊີວິດຢູ່ ແລະ ບໍ່ມີຊີວິດແລ້ວ ຂອງອົສຕຣາລີ.
ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນຫວ່າງບໍ່ດົນມານີ້, ​ທ່ານ ຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ນັກ​ຂ່າວ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຜົນ​​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ສາງ​ຊ່າ ​ແຂວງ​ຫູ​​ໜານ ​ຂອງ​ຈີນ.
ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 12 ມິຖຸນາ ຜ່ານມານີ້, ເຮືອບິນໂດຍສານໂບອິງ-787 ລຳໜຶ່ງຂອງບໍລິສັດການບິນຂອງອິນເດຍໄດ້ເກີດອຸບັດຕິເຫດຕົກພາຍຫຼັງບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນລຳດັ່ງກ່າວໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ຍັງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ພາກພື້ນດິນອີກດ້ວຍ. ຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດອິນເດຍເປີດເຜີຍໃຫ້ຮູ້ວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 12 ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025 ດ້ວຍອັດຕາ 96.44% ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ໂດຍທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ອັດມັດ ມໍລານີ ເຈົ້າໜ້າທີ່ພິເສດຂອງລັດຖະມົນຕີປະສານງານການສ້າງຄວາມເຂັ້ມແຂງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ເຊື່ອໝັ້ນວ່າຄວາມພະຍາຍາມຫຼຸດຜ່ອນຄວາມທຸກຍາກຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທີ່ທຸກຍາກຈະຖືກລຶບລ້າງຊ້າສຸດພາຍໃນປີ 2026.
ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ງານວາງສະແດງເສດຖະກິດການຄ້າລະຫວ່າງຈີນ-ອາຟຣິກາ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ແຂວງຫູໜານ ຂອງຈີນ ໃນລະຫວ່າງວັນທີ 12-15 ມິຖຸນານີ້. ປັດຈຸບັນ ມີຫຼາຍກວ່າ 30.000 ຄົນ ຈາກ 53 ປະເທດໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 4.700 ກວ່າວິສາຫະກິດ ພ້ອມດ້ວຍສະມາຄົມການຄ້າ, ສະຖາບັນການເງິນ ແລະ ອື່ນໆ ຂອງຈີນ ແລະ ອາຟຣິກາ ໄດ້ສະເໝີຊື່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແລ້ວ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ ປະເທດຝຣັ່ງ, ໃນວັນທີ 11 ມິຖຸນາ ຜ່ານມາ ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງອາຊີບການປະມົງແບບຍືນຍົງ; ໃນນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບຫາປາ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).
ບໍລິສັດ Gotion, Inc ຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານ

ບໍລິສັດ Gotion, Inc ຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານ

ບໍລິສັດ Gotion, Inc. ຫຼື ເປັນທີ່ຮູ້ຈັກກັນໃນນາມ Gotion High-tech ເປັນຜູ້ນຳລະດັບໂລກໃນດ້ານເຕັກໂນໂລຊີແບັດເຕີຣີ ແລະ ການແກ້ໄຂດ້ານພະລັງງານທົດແທນ. ບໍລິສັດ Gotion, Inc ເປັນຊ່ຽວຊານໃນການຄົ້ນຄວ້າ, ພັດທະນາ ແລະ ການຜະລິດແບັດເຕີຣີ lithium-ion, ສຳລັບ ລົດໄຟຟ້າ (EVs) ໂດຍສະເພາະລະບົບການເກັບພະລັງງານ (ESS) ແລະ ການນຳໃຊ້ເຕັກໂນໂລຊີຂັ້ນສູງອື່ນໆ.
ເພີ່ມເຕີມ