ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ຈະເລີນເຕີບໂຕ

ບໍລິມາດການຂົນສົ່ງ ແລະ ພັດສະດຸຜ່ານທາງໄປສະນີໃນອຸດສາຫະກຳ e-commerce ເພີ່ມຂຶ້ນ 73%

ບໍລິມາດການຂົນສົ່ງ ແລະ ພັດສະດຸຜ່ານທາງໄປສະນີໃນອຸດສາຫະກຳ e-commerce ເພີ່ມຂຶ້ນ 73%
ໂດຍ: ແສງຈັນ ວຽກງານໄປສະນີ ແມ່ນຂະແໜງບໍລິການໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ຈະເລີນເຕີບໂຕ, ທັງເຮັດໜ້າທີ່ໃນການເຊື່ອມໂຍງ ລະຫວ່າງຄົວເຮືອນ,

 ຮ້ານຄ້າ ແລະ ຫົວໜ່ວຍທຸລະກິດ ໃນການຕິດຕໍ່ພົວພັນ ແລະ ຈໍລະຈອນແຈກຢາຍສິນຄ້າຢ່າງກວ້າງຂວາງ, ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການຄ້າ ການຊື້-ຂາຍ ແລະ ການສື່ສານ ທັງພາຍໃນ ແລະ ລະຫວ່າງປະເທດ ຊຶ່ງບໍ່ພຽງແຕ່ເປັນຕົວກາງ ຂອງການເຊື່ອມໂຍງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ບໍລິໂພກເທົ່ານັ້ນ ແຕ່ຍັງປະກອບສ່ວນສໍາຄັນໃນການຂັບເຄື່ອນ ແຜນພັດທະເສດຖະກິດດີຈີຕອນແຫ່ງຊາດ ທີ່ຫຼາຍກິດຈະກໍາ ແລະ ທຸລະກິດ ຍັງອາໄສການບໍລິການໄປສະນີ ເພື່ອໂຄສະນາເຖິງເຮືອນ, ສ້າງການພົວພັນ, ຈັດສົ່ງ ແລະ ແຈກຢາຍສິນຄ້າ ໃຫ້ແກ່ລູກຄ້າ; ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ ກະຊວງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງວັນໄປສະນີໂລກຄົບຮອບ 150 ປີ (9 ຕຸລາ1874–9 ຕຸລາ 2024) ທີ່ສະຖາບັນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ໄດ້ກ່າວວ່າ: ການບໍລິການຈັດສົ່ງໄປສະນີພັນ ແລະ ພັດສະດຸໄປສະນີ ໃນຕະຫຼາດການຄ້າເອເລັກໂຕຣນິກ (E-Commerce) ກໍາລັງມີການເຕີບໂຕ. ປັດຈຸບັນ ມີການພັດທະນາໄປພ້ອມກັບການເຕີບໂຕ ຂອງການຊື້-ຂາຍອອນລາຍ ຊຶ່ງສະແດງອອກໃຫ້ເຫັນເຖິງໂຕເລກບໍລິມາດການຂົນສົ່ງ ຂອງໄປສະນີພັນ ແລະ ພັດສະດຸຜ່ານທາງໄປສະນີໃນອຸດສາຫະກຳ e-commerce ເພີ່ມຂຶ້ນ 73% ໂດຍສະເພາະ ແມ່ນປະເທດໃນອາເມຣິກາ, ເອີຣົບ ແລະ ເອຊີຕາເວັນອອກ ທີ່ກຳລັງເຕີບໂຕ ຂອງພັດສະດຸຈາກe-commerce ແບບກ້າວກະໂດດ; ປັດຈຸບັນ ໂຄງລ່າງພື້ນຖານຂອງຜູ້ປະກອບການໄປສະນີໃນທົ່ວໂລກ ມີຫ້ອງການໄປສະນີ ປະມານ 618,416ແຫ່ງ ຊຶ່ງຖືວ່າເປັນໂຕເລກຂ້ອນຂ້າງຄົງທີ່ໃນທົດສະວັດທີ່ຜ່ານມາ ໃນນີ້ 185,327ແຫ່ງ ບໍ່ແມ່ນຫ້ອງການຂອງຜູ້ປະກອບການໄປສະນີລັດ (outsourced). ນອກຈາກນີ້ ຈໍານວນພະນັກງານທີ່ປະຕິບັດການໄປສະນີໃນປີ 2022 ຄາດຄະເນມີທັງໝົດ5.06 ລ້ານຄົນ ຊຶ່ງແຮງງານມີການຫຼຸດລົງໃນທົດສະວັດທີ່ຜ່ານມາ ແລະ ມີອັດຕາສ່ວນໜ້ອຍກວ່າ 10 ປີກ່ອນ.

ສຳລັບ ສປປ ລາວ ໃນປັດຈຸບັນ, ວິວັດທະນາການດ້ານເຕັກໂນໂລຊີການສື່ສານ ໄດ້ຂະຫຍາຍຕົວຢ່າງກ້າວກະໂດດຢູ່ໃນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4. ສະນັ້ນ, ການນໍາໃຊ້ເຕັກໂນໂລຊີດັ່ງກ່າວ ຈຶ່ງກາຍເປັນພື້ນຖານສຳຄັນໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງສປປ ລາວ ພາຍໃຕ້ວິໄສທັດ ການພັດທະນາເສດຖະກິດ ດີຈີຕອນ ຮອດປີ 2040 ຄື: ນໍາໃຊ້ເຕັກໂນໂລຊີດີຈີຕອນເປັນເຄື່ອງມືສໍາຄັນໃນການຂັບເຄື່ອນທຸກຂະແໜງການ ເພື່ອສ້າງເສດຖະກິດດີຈີຕອນ ແນໃສ່ປະກອບສ່ວນເຂົ້າໃນການດັດປັບໂຄງສ້າງເສດຖະກິດ ຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງຊຶ່ງໜຶ່ງໃນນັ້ນ ແມ່ນຂະແໜງການໄປສະນີ ຂອງພວກເຮົາ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງເສດຖະກິດດີຈີຕອນແຫ່ງຊາດ.

ວຽກງານໄປສະນີ ມີບົດບາດສໍາຄັນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປະຕິບັດໜ້າທີ່ການເມືອງ ຂອງພັກເປັນຕົ້ນ: ການພັດທະນາເສດຖະກິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານວັດທະນະທຳ-ສັງຄົມ. ປັດຈຸບັນ ມີຈຳນວນຜູ້ປະກອບການຂະແໜງການໄປສະນີທັງໝົດ 63 ບໍລິສັດ, ໃນນັ້ນ ບໍລິສັດບໍລິການພາຍໃນແຂວງ 52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ 4 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະຫວ່າງປະເທດ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1,161 ແຫ່ງ ຊຶ່ງກວມເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສ້າງລາຍຮັບໄດ້ 198 ຕື້ກວ່າກີບ ແລະ ມອບພັນທະອາກອນເຂົ້າງົບປະມານແຫ່ງຊາດຈຳນວນ 14 ຕື້ກວ່າກີບ.

ການພັດທະນາລະບົບການຄຸ້ມຄອງ ແລະ ການບໍລິການໄປສະນີໄດ້ຮັບການປັບປຸງໃຫ້ມີປະສິດທິພາບສູງຂຶ້ນ ດ້ວຍການຫັນເປັນດີຈີຕອນ ເພື່ອຮອງຮັບການບໍລິການໃນຍຸກອຸດສາຫະກໍາ4.0 ຕາມແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໂດຍໄດ້ສ້າງລະບົບສູນລວມການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Trackingສາມາດນໍາໃຊ້ໄດ້ໃນໂທລະສັບສະມາດໂຟນ ທັງລະບົບ ແອນດຣອຍ, ໄອໂອເອັສ ແລະ ໃນຄອມພິວເຕີ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີສາມາດນຳໃຊ້ເຂົ້າໃນການບໍລິການ ແລະ ຜູ້ຊົມໃຊ້ກໍສາມາດຕິດຕາມສະຖານະການເຄື່ອງຝາກຂອງຕົນໄດ້ຕະຫຼອດເວລາ.

ທ່ານ ໄຊລືຊາ ອິນສີຊຽງໃໝ່ ກ່າວຕື່ມວ່າ: ໂດຍທົ່ວໄປແລ້ວ ເຮົາຈະຄິດວ່າການແຂ່ງຂັນເປັນສິ່ງທີ່ທ້າທາຍ ແຕ່ສໍາລັບ ສະຫະພາບໄປສະນີສາກົນແລ້ວ ແມ່ນມີຄວາມຍິນດີທີ່ຈະສ້າງຄູ່ຮ່ວມພັນທະມິດກັບຫຼາຍພາກສ່ວນ ໃນນັ້ນ ຈະເປັນການເປີດກວ້າງການເສີມສ້າງຄວາມອາດສາມາດ ຂອງພວກເຮົາຕໍ່ກັບສິ່ງທ້າທາຍຕ່າງໆໃນໂລກ ເຊັ່ນດຽວກັນກັບສະພາບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງຈໍາເປັນຈະຕ້ອງມີການຮ່ວມມືລະຫວ່າງປະເທດ ເພື່ອແກ້ໄຂບັນຫາດັ່ງກ່າວ ແລະ ເມື່ອເຮົາເບິ່ງໄປຍັງອະນາຄົດຂ້າງໜ້າ, ພາລະກິດ ຂອງສະຫະພາບໄປສະນີສາກົນ ຍັງຄົງຊັດເຈນ ນັ້ນກໍຄື ການເຊື່ອມໂຍງ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປວງຊົນໃນທົ່ວໂລກ ດ້ວຍຄວາມມຸ່ງໝັ້ນ ຕໍ່ຄວາມເປັນພະຫຸພາຄີ, ນະວັດຕະກໍາ ແລະ ການລວມຕົວ ຊຶ່ງສະຫະພາບໄປສະນີສາກົນ ຈະຕ້ອງສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຕິດຕໍ່ສື່ສານລະດັບໂລກ ແລະ ສະໜອງການບໍລິການໃຫ້ແກ່ກຸ່ມຄົນຍຸກໃໝ່ ໃນອີກ 150 ປີ ຕໍ່ໜ້າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ເພີ່ມເຕີມ