ລາຍງານລະບຸວ່າ: ເຮືອ Hull 096 ມີຄວາມຍາວ 130 ແມັດ ແລະໃຊ້ແບັດເຕີຣີທີ່ມີນ້ຳໜັກຫຼາຍກວ່າ 250 ໂຕນ ຊຶ່ງເປັນເຮືອພະລັງງານໄຟຟ້າທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍສ້າງມາແລະ ສາມາດບັນທຸກຜູ້ໂດຍສານໄດ້ເຖິງ 2,100 ຄົນ ແລະ ພາຫະນະ 225 ຄັນ.
ທ່ານ ໂຣເບີດ ຄລິຟຟອດປະທານບໍລິສັດ Incatກ່າວວ່າ: ເຮືອHull 096 ແມ່ນໂຄງການທີ່ມີຄວາມຕັ້ງໃຈທີ່ສຸດ,ມີຄວາມສັບຊ້ອນແລະສໍາຄັນທີ່ສຸດຊຶ່ງຖືເປັນ "ວັນປະຫວັດສາດ" ສໍາລັບ Incatແລະອະນາຄົດຂອງການຂົນສົ່ງທາງທະເລ.
ລາຍງານລະບຸຕື່ມວ່າ: ເຮືອ Hull 096 ໃຊ້ລະບົບເກັບຮັກສາພະລັງງານ (ESS) ທີ່ມີຂະໜາດໃຫຍ່ກວ່າ 4 ເທົ່າຂອງລະບົບເກັບຮັກສາພະລັງງານທາງທະເລອື່ນໆໃນໂລກ. ໂດຍລະບົບການເກັບຮັກສາພະລັງງານຂອງ Hull 096 ແມ່ນເຊື່ອມຕໍ່ກັບເຄື່ອງຈັກຂັບເຄື່ອນພະລັງງານໄຟຟ້າ 8 ໂຕ.
ຄໍາເຫັນ