ບໍລິສັດເບຍລາວຈຳກັດ ພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນ

ບໍລິສັດເບຍລາວຈຳກັດ ພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນລາວໂດຍ ການຈ່າຍພາສີ, ການສົ່ງອອກ ແລະ ວຽກງານກິດຈະກຳເພື່ອສັງຄົມຕ່າງໆ

ບໍລິສັດເບຍລາວຈຳກັດ ພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນລາວໂດຍ ການຈ່າຍພາສີ, ການສົ່ງອອກ ແລະ ວຽກງານກິດຈະກຳເພື່ອສັງຄົມຕ່າງໆ
ໃນວັນທີ 20 ມັງກອນ 2025, ບໍລິສັດເບຍລາວຈຳກັດ (ເບຍລາວ), ຊຶ່ງເປັນຜູ້ນຳດ້ານທຸລະກິດໃນລາວຕັ້ງແຕ່ປີ 1973, ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນກິດຈະກຳຕ່າງໆຂອງພາກລັດໂດຍຜ່ານການປະກອບສ່ວນໃນຖານະເປັນຜູ້ເສຍພາສີລາຍໃຫຍ່ທີ່ສຸດຂອງ ສປປ ລາວ. ໃນປີ 2024,

 

 ບໍລິສັດເບຍລາວໄດ້ເສຍພາສີເຂົ້າລັດເປັນຈຳນວນເງິນຫຼາຍກວ່າ 5,1 ພັນຕື້ກີບ (240 ລ້ານ ໂດລາສະຫາລັດ) ເພີ່ມຂຶ້ນຫຼາຍກວ່າ 32% ເມື່ອທຽບກັບປີ 2023. “ໃນຖານະທີ່ເປັນບໍລິສັດ ທີ່ມີເອກະລັກສະເພາະທີ່ຕິດພັນຢ່າງແໜ້ນແຟ້ນກັບຊາດລາວ, ບໍລິສັດເບຍລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ທີ່ຈະສະໜັບສະໜູນການພັດທະນາ ແລະ ເຕີບໂຕ ຂອງຊາດ ໂດຍການຈ່າຍຄ່າພາສີທັງໝົດຂອງພວກເຮົາ, ໃນຖານະທີ່ເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ ຕໍ່ເສດຖະກິດ ແລະ ສັງຄົມໂດຍລວມ. ການຈ່າຍພາສີທີ່ຫຼາຍກວ່າ 5,1 ພັນຕື້ ເຂົ້າລັດຖະບານ ຖືວ່າເປັນການປະກອບສ່ວນສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ສະຫວັດດີການຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງແທ້ຈິງ” ກ່າວໂດຍ ທ່ານ ເຮັນຣິກ ຈູລ ແອນເດິເຊັນ ຜູ້ອຳນວຍການບໍລິສັດເບຍລາວ.

ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວ ກ່າວອີກວ່າ: ການເກັບພາສີອາດຈະໄດ້ຫຼາຍຂຶ້ນກວ່ານີ້ ຖ້າວ່າບໍ່ມີການລັກລອບນຳເຂົ້າເບຍທີ່ຜິດກົດໝາຍ ເຂົ້າມາໃນ ສປປ ລາວ ຈາກປະເທດໃກ້ຄຽງ. “ພວກເຮົາໄດ້ເຫັນການເພີ່ມຂຶ້ນຂອງການລັກລອບນຳເຂົ້າຜະລິດຕະພັນເຄື່ອງດື່ມ ເຊັ່ນ: ເບຍ ຈາກປະເທດອື່ນ ໃນປະລິມານຫຼວງຫຼາຍຢ່າງໜ້າກັງວົນ ເພື່ອຫຼີກລ່ຽງການເສຍພາສີ”. ສິ່ງເຫຼົ່ານີ້ ໄດ້ສົ່ງຜົນເສຍຕໍ່ການເກັບລາຍຮັບພາສີເຂົ້າລັດຖະບານ ແລະ ກະທົບຄວາມອາດສາມາດໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການກະທຳທີ່ຜິດກົດໝາຍນີ້ສົ່ງຜົນເສຍຕໍ່ເສດຖະກິດທ້ອງຖິ່ນຕະຫຼອດຮອດຕ່ອງໂສ້ອຸດສາຫະກຳ ຕັ້ງແຕ່ຊາວນາໄປຮອດຜູ້ຜະລິດ, ໂຮງຈັກໂຮງງານ, ຜູ້ຄ້າຂາຍທີ່ຖືກຕ້ອງຕາມກົດໝາຍ ແລະ ນັກທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ. ນອກຈາກນີ້ ຜູ້ລັກລອບນຳເຂົ້າແບບບໍ່ຖືກຕ້ອງ ອາດຈະຈຳໜ່າຍຜະລິດຕະພັນປອມທີ່ບໍ່ໄດ້ຄຸນນະພາບ ແລະ ອາດກໍໃຫ້ເກີດອັນຕະລາຍຕໍ່ສຸຂະພາບໄດ້”.

ທ່ານ ແອນເດິເຊັນ ກ່າວຕື່ມອີກວ່າ: ໃນປີ 2024 ຍອດຂາຍສົ່ງອອກຂອງເບຍລາວໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ກັບປີ 2023. “ເຄືອຄ່າຍການຈໍາໜ່າຍທົ່ວໂລກຂອງກຸ່ມບໍລິສັດ ຄາຣສະເບີກ ໄດ້ຊ່ວຍເພີ່ມຍອດຂາຍສົ່ງອອກຂອງຜະລິດຕະພັນເບຍລາວ. ພວກເຮົາໄດ້ສົ່ງອອກເບຍລາວຫຼາຍກວ່າ 13 ລ້ານ ໂດລາສະຫາລັດ ໃນປີ 2024 ໃນ 20 ປະເທດທົ່ວໂລກ. ນີ້ເປັນການສະແດງໃຫ້ເຫັນວ່າພວກເຮົາສາມາດຂະຫຍາຍຄວາມນິຍົມໃນຜະລິດຕະພັນເບຍລາວຢູ່ພາຍນອກປະເທດໄດ້ ແລະ ການຂະຫຍາຍຕົວຂອງລາຍໄດ້ຈາກການສົ່ງອອກຂອງພວກເຮົາແມ່ນຊ່ວຍນໍາເອົາເງິນຕາຕ່າງປະເທດມາສູ່ເສດຖະກິດຂອງລາວ ແລະ ສະໜັບສະໜູນຄ່າເງິນກີບຂອງລາວ”

ເພື່ອປະຕິບັດພັນທະຂອງເຮົາທີ່ມີຕໍ່ປະຊາຊົນລາວ, ບໍລິສັດເບຍລາວ ຍັງປະຕິບັດຫຼາຍກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມ (CSR) ຢ່າງກວ້າງຂວາງ. ນັບແຕ່ປີ 2022 ເປັນຕົ້ນມາ, ບໍລິສັດໄດ້ໃຊ້ງົບປະມານຫຼາຍກວ່າ 10 ຕື້ກີບ ເຂົ້າໃນຂົງເຂດຕ່າງໆເຊັ່ນ: ຄວາມຍືນຍົງດ້ານສິ່ງແວດລ້ອມ, ການສຶກສາ, ການຊ່ວຍເຫຼືອຜູ້ຖືກກະທົບໄພພິບັດ, ການຊ່ວຍເຫຼືອຊຸມຊົນ, ການປິ່ນປົວສຸຂະພາບ ແລະ ອື່ນໆ. ຂະນະດຽວກັນ, ພະນັກງານ ແລະ ຜູ້ໄດ້ຮັບທຶນການສຶກສາຂອງ ເບຍລາວ ຍັງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆຂອງຊຸມຊົນ ລວມທັງການປູກຕົ້ນໄມ້, ການເກັບຂີ້ເຫຍື້ອ, ແຍກຂີ້ເຫຍື້ອ ແລະ ການບໍາລຸງຮັກສາໂຮງຮຽນ.

ທ່ານ ແອນເດີເຊັນ ໄດ້ສະຫຼຸບວ່າ: “ວິໄສທັດ Sail 27 ຂອງກຸ່ມບໍລິສັດ ຄາຣສະເບີກໄດ້ຕົວແບບການເຄື່ອນໄຫວກິດຈະກຳທາງດ້ານທຸລະກິດຂອງພວກເຮົາ, ຊຶ່ງພວກເຮົາບໍ່ພຽງແຕ່ເຮັດວຽກເພື່ອເພີ່ມຄຸນນະພາບຜະລິດຕະພັນ ແລະ ນະວັດຕະກໍາໃໝ່ໆເທົ່ານັ້ນ ແຕ່ພວກເຮົາຍັງໄດ້ຊຸກຍູ້ການເຕີບໂຕແບບຍືນຍົງ ພ້ອມດ້ວຍ ການລົງທຶນເຂົ້າໃນການດູແລຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຕໍ່ຊຸມຊົນ, ເພື່ອສືບຕໍ່ສ້າງຜົນປະໂຫຍດຕໍ່ປະຊາຊົນລາວຕື່ມອີກ.

(ແຫຼ່ງຂ່າວ: ບໍລິສັດເບຍລາວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ