ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.
ພະອາຈານ ທິກທໍລາກ ຫົວໜ້າຄະນະກຳມະການວັດທະນາທຳ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຮອງຫົວໜ້າຄະນະກຳມະການປະຈຳສະມາຄົມ ພຸດທະສາສະໜາແຂວງເຫງະອານ ເຈົ້າອາທິການວັດ ບາງລອງ ນະຄອນຫຼວງວຽງຈັນ ເຈົ້າອາທິການວັດມິດຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ, ໃນວັນທີ25ມັງກອນ2026 ຢູ່ທີ່ຫ້ອງວ່າການແຂວງ.
ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຄໍາເຫັນ