ບົດຄໍາເຫັນ ຂອງ​ທ່ານ ສັນຕິສຸກ ສິມມາລາວົງ ເນື່ອງ​ໃນ​ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 161 ປີ (17/5/1865-17/5/2026)

ບົດຄໍາເຫັນ ຂອງ​ທ່ານ ສັນຕິສຸກ ສິມມາລາວົງ ເນື່ອງ​ໃນ​ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 161 ປີ (17/5/1865-17/5/2026)

ບົດຄໍາເຫັນ ຂອງ​ທ່ານ ສັນຕິສຸກ ສິມມາລາວົງ  ເນື່ອງ​ໃນ​ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ ຄົບຮອບ 161 ປີ  (17/5/1865-17/5/2026)
ຂໍຮຽນ: - ບັນດາ​ທ່ານ​ຜູ້ນຳພັກ-ລັດ ທີ່​ເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ - ບັນດາ​ທ່ານພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າທີ່ນັບຖືແລະຮັກແພງ. ຂ້າພະເຈົ້າ, ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງທີ່ໄດ້ສະແດງຄຳເຫັນໃນໂອກາດສະເຫຼີມສະຫຼອງວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ (World Telecommunication and Information Society Day - WTISD) ຄົບຮອບ 161 ປີ (17/5/1865-17/5/2026). ໃນປີ 2026 ນີ້, ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄດ້ກຳນົດຄຳຂວັນ: “Digital Lifelines: Strengthening resilience in a connected world” ຫຼື "ສາຍໃຍດີຈີຕອນເພື່ອຊີວິດ: ການສ້າງຄວາມເຂັ້ມແຂງໃນໂລກແຫ່ງການເຊື່ອມໂຍງ "ຫົວຂໍ້ນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງເພາະໃນປັດຈຸບັນ, ໂຄງລ່າງພື້ນຖານດີຈີຕອນ ບໍ່ແມ່ນພຽງແຕ່ເຄື່ອງມືສື່ສານ, ແຕ່ປຽບ ເໝືອນເສັ້ນເລືອດໃຫຍ່ທີ່ລໍ່ລ້ຽງຊີວິດ, ເສດຖະກິດ ແລະ ຄວາມປອດໄພຂອງຊາດ.

 

ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວແມ່ນລະລຶກເຖິງການລົງນາມໃນສົນທິສັນຍາໂທລະສານສາກົນຄັ້ງທຳອິດ ແລະ ການສ້າງຕັ້ງ ITU ໃນປີ 1865 ຊຶ່ງອົງການດັ່ງກ່າວມີບົດບາດສຳຄັນໃນການຄຸ້ມຄອງຊັບພະຍາກອນຄື້ນຄວາມຖີ່ລະດັບໂລກ, ກຳນົດມາດຕະຖານເຕັກນິກສາກົນ, ພັດທະນາຊັບພະຍາ ກອນມະນຸດ ແລະ ເປັນເວທີສາກົນສຳລັບການປັບປຸງນິຕິກຳ, ແລກປ່ຽນຂໍ້ມູນ ແລະ ຮັບຮອງເນື້ອໃນສຳຄັນກ່ຽວກັບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນ. ສຳລັບ ສປປ ລາວ, ITU ໄດ້ໃຫ້ການສະໜັບສະໜູນຫຼາຍດ້ານ, ລວມທັງການຮ່າງກົດໝາຍໂທລະຄົມມະນາຄົມສະບັບທຳອິດ, ການສ້າງແຜນຈັດສັນຄື້ນຄວາມຖີ່ວິທະຍຸ, ການພັດທະນາຍຸດທະສາດໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ, ການຝຶກອົບຮົມບຸກຄະລາກອນ ແລະ ການສະໜອງຜູ້ຊ່ຽວຊານດ້ານເຕັກນິກ.

ບັນດາທ່ານທີ່ຮັກແພງ,

ໃນວັນທີ 13 ມີນາ 2026 ຜ່ານມາ ຢູ່ ສປປ ລາວ ກໍໄດ້ມີການຈັດກິດຈະກໍາສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ໂດຍໄດ້ກຳນົດຄຳຂວັນ ທີ່ວ່າ “ຍົກສູງການສ້າງໂຄງລ່າງພື້ນຖານໄປສະນີ ແລະ ໂທລະຄົມມະນາຄົມໃຫ້ກາຍເປັນໂຄງລ່າງພື້ນຖານດີຈີຕອນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ”. ສປປ ລາວ ເຮົາ ພວມຢູ່ໃນໄລຍະການຫັນເປັນດີຈີຕອນຢ່າງແຂງແຮງ ຊຶ່ງເຫັນວ່າສອດຄ່ອງກັບ ຄຳຂວັນຂອງ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນປີນີ້. ເຖິງຢ່າງໃດກໍຕາມ, ພວກເຮົາຕ້ອງປະເຊີນກັບສິ່ງທ້າທາຍຈາກໄພທຳມະຊາດ ແລະ ຄວາມບໍ່ແນ່ນອນຂອງສະພາບການໂລກ. ດັ່ງນັ້ນ, ວຽກງານບຸລິມະສິດຂອງພວກເຮົາໃນຕໍ່ໜ້າຄື ສືບຕໍ່ຍູ້ແຮງການພັດທະນາເຕັກໂນໂລຊີ, ການສື່ສານ ແລະ ນະວັດຕະກໍາ ໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ; ສົົ່ງເສີມ ແລະ ນໍາໃຊ້ໂທລະຄົມມະນາຄົມ, ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ໄອຊີທີ), ປັນຍາປະດິດ ແລະ ດີຈີຕອນ ທີ່ທັນສະໄໝ, ມີຄວາມປອດໄພສູງ ເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດີຈີຕອນ ແລະ ສ້າງເສດຖະກິດ-ສັງຄົມດີຈີຕອນ. ສືບຕໍ່ຜັນຂະຫຍາຍ 8 ຍຸດທະສາດ ແລະ 14 ແຜນງານ ທີ່ໄດ້ກໍານົດໃນແຜນພັດທະນາເສດຖະກິດດີຈີຕອນ ຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດໄລຍະປີ 2026-2040 ໃຫ້ປະກົດຜົນເປັນຈິງ.

ໃນໂອກາດ ວັນໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານສາກົນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ, ທັງພາກລັດ, ພາກເອກະຊົນ, ຜູ້ປະກອບການ, ຜູ້ໃຊ້ບໍລິການ ແລະ ປະຊາຊົນທຸກຖ້ວນໜ້າ, ຈົ່ງຮ່ວມກັນສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈີຕອນດ້ວຍຄວາມຮັບຜິດຊອບ, ຍົກສູງສະຕິຕໍ່ການຫຼອກລວງທາງອອນລາຍ ແລະ ສະໜັບສະໜູນການພັດທະນາທັກສະດີຈີຕອນ ພ້ອມກັນນັ້ນ, ຂໍໃຫ້ຮ່ວມກັນຊຸກຍູ້ນະວັດຕະກຳດີຈີຕອນ, ສ້າງແພັລດຟອມດີຈີຕອນ ທີ່ຮອງຮັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ.

ຂ້າພະເຈົ້າຂໍໃຫ້ຄຳໝັ້ນສັນຍາວ່າ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສືບຕໍ່ຮ່ວມມືກັບ ITU ແລະ ອົງການສາກົນຕ່າງໆພ້ອມທັງພາກສ່ວນພາຍໃນປະເທດ, ເພື່ອຊຸກຍູ້ການຫັນເປັນດີຈີຕອນທີ່ຮອງຮັບສຳລັບທຸກຄົນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ.

ໃນໂອກາດອັນສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາທ່ານຜູ້ນຳພັກ-ລັດ, ອະດີດການນຳອາວຸໂສ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂໍໃຫ້ພວກເຮົາຮ່ວມກັນສ້າງສັງຄົມດີຈີຕອນທີ່ຮອງຮັບທຸກຄົນ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ເພື່ອໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຂໍຂອບໃຈ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ