ບຸນເຂົ້າພັນສາ ເປັນງານບຸນປະເພນີຂອງຊາວພຸດ

ບຸນເຂົ້າພັນສາ ເປັນງານບຸນປະເພນີຂອງຊາວພຸດ
ໂດຍ: ວັນເພັງ ບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນທາງສາສະໜາຂອງຊາວພຸດທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 8 ພ.ສ 2567 ລາວ ຫຼື ກົງກັບວັນເສົາ ວັນທີ 20ກໍລະກົດ2024.

ເນື່ອງໃນໂອກາດວັນບຸນເຂົ້າພັນສາໃກ້ຈະມາເຖິງນີ້ ພະອາຈານ ສິງໄຊ ທຳມະວົງ (ອະຣິຍະໂພທິ) ຄະນະກໍາມະທິການການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການ ວັດບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະຊາຊົນ ກ່ຽວກັບປະຫວັດຄວາມເປັນມາບຸນເຂົ້າພັນສາໂດຍຫຍໍ້ວ່າ: ບຸນເຂົ້າພັນສາ ຫຼື ການຢູ່ດຳພັນຂອງພະສົງສາມະເນນ ເປັນບຸນປະເພນີລາວເຮົາແຕ່ຍຸກບູຮານ ແລະ ມີມາແຕ່ສະໄໝພຸດທະການ. ໃນສະໄໝພຸດທະການ ທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່ ພະພຸດທະອົງບໍ່ໄດ້ກຳນົດການຈຳພັນສາໃນມື້ເຂົ້າພັນສາ. ດັ່ງນັ້ນ, ພະສົງຈຶ່ງເດີນທາງໄປ-ມາ ຕາມສະຖານທີ່ຕ່າງໆ ອັນເປັນເຫດໃຫ້ເກີດບັນຫາຕາມມາຄື: ເຫຼົ່າພະສົງທັງຫຼາຍໄດ້ຢຽບເອົາພືດພັນທັນຍາຫານ ໄຮ່ນາຮົ້ວສວນ ຂອງຊາວບ້ານທີ່ປູກໄວ້ໃນລະດູຝົນ ແລະ ທີ່ຮ້າຍແຮງກວ່ານັ້ນຄື: ສັດນ້ອຍ-ໃຫຍ່ ທີ່ອອກຫາກິນຕາມພື້ນດິນ ກໍຖືກຢຽບມີທັງໂຕບາດເຈັບ ແລະ ຕາຍໄປ ຊຶ່ງເຮັດໃຫ້ຊາວບ້ານໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ເມື່ອພະພຸດທະເຈົ້າຊົງຮູ້ເລື່ອງນີ້ແລ້ວ, ພະພຸດທະອົງຈຶ່ງໄດ້ບັນຍັດເລື່ອງການຈຳພັນສາຂອງພະສົງຄື: ເມື່ອຮອດລະດູຝົນ ໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນໜຶ່ງ ເປັນໄລຍະເວລາ 3 ເດືອນ ຊຶ່ງປົກກະຕິແລ້ວຕາມພະວິໄນການຈຳພັນສາ ຫຼື ເຂົ້າພັນສາມີ 2 ປະເພດຄື: 1. ການເຂົ້າພັນສາຕາມປົກກະຕິ ເອີ້ນວ່າ: “ປຸຣິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 8, ຖ້າປີໃດ ເດືອນ 8 ສອງຫົນກໍຈະເລີ່ມໃນມື້ແຮມ 1 ຄໍ່າ ເດືອນ 8 ຫຼັງ ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 11 ຊຶ່ງພະສົງທີ່ຈຳພັນສາຄົບ 3 ເດືອນ ກໍຈະມີສິດຮັບກະຖິນ; 2. ການເຂົ້າພັນສາຫຼັງເອີ້ນວ່າ: “ປັດສິມພັນສາ” ເລີ່ມແຕ່ມື້ແຮມ 1 ຄໍ່າ ເດືອນ 9 ແລະ ອອກພັນສາ ໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ໃນກໍລະນີນີ້ ຄືພະສົງຕິດພາລະກິດຕ້ອງເດີນທາງໄກ ຫຼື ເຫດຈຳເປັນທີ່ບໍ່ສາມາດມາເຂົ້າພັນສາປົກກະຕິໄດ້.

ບນເຂາພນສາ ເປນງານບນປະເພນຂອງຊາວພດ - image 1
 

ບຸນເຂົ້າພັນສາຍັງມີຄວາມໝາຍ-ຄວາມສຳຄັນຄື: ໃນວາລະການຂອງການເຂົ້າພັນສາ ແມ່ນກົງກັບລະດູກະສິກຳ ປະຊາຊົນຈະປູກໝາກໄມ້, ພືດຜົນທັນຍາຫານ ແລະ ພະສົງຢູ່ຈຳພັນສາໃນອາວາດ ເພື່ອສຶກສາພະທໍາວິໄນ ຕາມຄຳສອນຂອງພະພຸດທະເຈົ້າ. ສ່ວນພຸດທະສາສະນິກະຊົນ ກໍໄດ້ໂອກາດໄປຖາມຂໍ້ອັດຂໍ້ທໍາ, ໄຫວ້ພະສູດມົນ, ຮັກສາສິນ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນ ນຳພະສົງສາມະເນນ ແລະ ທີ່ສຳຄັນພະສົງ ທີ່ຈຳພັນສາຖ້ວນໄຕຣມາດ ຫຼື ຄົບ 3 ເດືອນ ຈະໄດ້ຮັບອານິສົງການຍົກເວັ້ນພະວິໄນ 5 ຂໍ້ ຄື: 1. ເດີນທາງອອກຈາກວັດໂດຍທີ່ບໍ່ຕ້ອງຂໍອະນຸຍາດເຈົ້າອະທິການວັດ ຫຼື ພະສົງອົງອື່ນ; 2. ເດີນທາງໄປຄ້າງບ່ອນອື່ນ ໂດຍທີ່ບໍ່ຕ້ອງຖືຜ້າຈີວອນຄົບ 3 ຜືນ; 3. ສັນເຂົ້າຮ່ວມຄະນະໄດ້; 4. ເກັບອະຕິເຣກະຈີວອນ ໄດ້ຕາມຄວາມປາຖະນາ; 5. ເກັບຮັກສາຜ້າຈີວອນ ເມື່ອມີຄົນມາຖວາຍໄດ້ ໂດຍບໍ່ຕ້ອງສະລະເຂົ້າກອງກາງ. ສຳລັບຄຳກ່າວເຂົ້າພັນສາຂອງພະສົງສາມະເນນ: “ມິມັສມິງ ອາວາເສອິມັງ ເຕມາສັງ ວັສສັງ ອຸເປມິ”.

ພະອາຈານ ສິງໄຊ ທຳມະວົງ ໃຫ້ຮູ້ຕື່ມວ່າ: ສຳລັບວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ບ້ານໂພນທອງ ກໍມີກິດຈະກຳຫຼາຍຢ່າງໃນມື້ເຂົ້າພັນສາເຊັ່ນ: ວັນສຸກ ໃນວັນທີ 19 ກໍລະກົດ 2024 ກົງກັບມື້ຂຶ້ນ 14 ຄໍ່າ ເລີ່ມແຕ່ເວລາ 16:30 ໂມງຈະມີພິທີແຫ່ທຽນພັນສາ, ຜ້າອາບນ້ຳຝົນ, ແຫ່ຕົ້ນກາລະພຶກແລະເຄື່ອງທານຕ່າງໆ, ວັນເສົາວັນທີ 20 ກໍລະກົດ 2024 ຂຶ້ນ 15ຄ່ຳເວລາ7:30 ໂມງເຊົ້າຈະມີພິທີໃສ່ບາດແດ່ພະສົງແລະຟັງເທສະນາຄວາມເປັນມາ, ຄວາມສຳຄັນວັນບຸນເຂົ້າພັນສາ. ໃນນັ້ນ, ເວລາ 18:00-19:30 ໂມງແລງຈະມີການໄຫວ້ພະສູດມົນ, ຮັກສາສິນ 8 ປະຕິບັດທໍາແລະວຽນທຽນບູຊາພະຣັດຕະນະໄຕຣ. ພ້ອມນັ້ນ, ຕະຫຼອດໄລຍະພັນສາ 3 ເດືອນທາງວັດຈະມີການນຳພາຍາດໂຍມໄຫວ້ພະ, ຮັກສາສິນ 8 ປະຕິບັດທໍາທຸກໆວັນສິນນ້ອຍ 8ຄ່ຳແລະ ສິນໃຫຍ່ 15ຄ່ຳ ຊຶ່ງເລີ່ມເວລາ 18:00-19:30 ໂມງແລງ. ສະນັ້ນ, ເຊີນຊາວພຸດມາຮ່ວມທຳບຸນ, ໄຫ້ວພະ, ຮັບສິນ ໃນໄລຍະເຂົ້າພັນສານີ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເພີ່ມເຕີມ