ບຸນອອກພັນສາປະວໍຣະນາ ມີຄວາມໝາຍ-ຄວາມສຳຄັນທາງພຸດສາສະໜາ

ບຸນອອກພັນສາປະວໍຣະນາ ມີຄວາມໝາຍ-ຄວາມສຳຄັນທາງພຸດສາສະໜາ
ໂດຍ: ວັນເພັງ
ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ11 ຂອງທຸກໆປີ ແມ່ນບຸນອອກພັນສາປະວໍຣະນາ ຊຶ່ງເປັນໜຶ່ງງານບຸນປະເພນີຂອງຊາວພຸດທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍທາງພຸດທະສາສະໜາ ທັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ, ປີນີ້ແມ່ນກົງກັບວັນທີ 29 ຕຸລາ 2023(ມື້ຂຶ້ນ 15 ຄໍ່າ ເດືອນ 11 ພ.ສ 2566) ແລະ ຍັງເປັນປະເພນີລາວທີ່ສືບທອດກັນມາຮອດປັດຈຸບັນ. ກ່ອນຮອດວັນດັ່ງກ່າວຊາວພຸດທະສາສະນິກະຊົນກໍໄດ້ຫ້າງຫາກະກຽມເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ ເພື່ອນຳໄປທຳບຸນຖວາຍໃຫ້ພະສົງ-ສາມະເນນ ຢູ່ໃນວັດວາອາຮາມຕ່າງໆ ເພື່ອເປັນສີລິມຸງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ມີຄວາມຢູ່ເຢັນເປັນສຸກ ແລະ ອື່ນໆ.
ພະອາຈານ  ສິງໄຊ ທໍາມະວົງ (ອະຣິຍະໂພທິ) ຄະນະກໍາມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ (ອພສ) ທັງເປັນເຈົ້າອະທິການວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດນັກຂ່າວໜັງສືພິມປະຊາຊົນ ກ່ຽວກັບປະຫວັດຄວາມເປັນມາ ແລະ ຄວາມໝາຍ-ຄວາມສຳຄັນຂອງບຸນອອກພັນສາປະວໍຣະນາໃນວັນທີ 24 ຕຸລານີ້ວ່າ: ວັນບຸນອອກພັນສາ ຫຼື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນອີກວັນໜຶ່ງທາງພຸດທະສາສະໜາ ໂດຍເປັນວັນສິ້ນສຸດຂອງການຈໍາພັນສາຖ້ວນໄຕຣມາດໃນໄລຍະ 3 ເດືອນ (ຢູ່ວັດໃດໜຶ່ງ) ຂອງພຣະສົງສາມະເນນ ໂດຍສະເພາະພະພິກຂຸສົງ, ໃນວັນນີ້ເອງ ເປັນວັນທີ່ພະສົງຈະໄດ້ທໍາສັງຄະກໍາ ຄື ການປະວໍຣະນາອອກພັນສາຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ແລະ ຖືວ່າເປັນການປະຕິບັດຕາມພະວິໄນຂອງພະພິກຂຸສົງ ທີ່ເປັນຍັດຕິກໍາວາຈາ (ສັງຄະກໍາ) ປະເພດໜຶ່ງໂດຍໃຫ້ໂອກາດພຣະສົງທີ່ຈໍາພັນສາຢູ່ຮ່ວມກັນຖ້ວນໄຕຣມາດ (3 ເດືອນ) ສາມາດກ່າວຕັກເຕືອນ, ຖາມເຖິງຂໍ້ສົງໄສ ແລະ ຊີ້ບອກຂໍ້ບົກຜ່ອງ ດ້ວຍຈິດທີ່ປາຖະນາດີ ຊຶ່ງກັນ ແລະ ກັນໄດ້ໂດຍຄວາມສະເໝີພາບ ເພື່ອໃຫ້ພະພິກຂຸຮູ້ຂໍ້ບົກຜ່ອງຂອງຕົນ ແລະ ນໍາໄປແກ້ໄຂ, ປັບປຸງຕົວ ໃຫ້ດີຍິ່ງຂຶ້ນໄປ ແລະ ໃນພະໄຕຣປີດົກກ່າວໄວ້ວ່າ: ວັນອອກພັນສາ ຂຶ້ນ 15 ຄໍ່າ ເດືອນ 11 ນີ້ ເປັນວັນທີ່ພະສໍາມາສໍາພຸດທະເຈົ້າ ສະເດັດລົງມາຈາກສະຫວັນຊັ້ນຕາວະຕິງ ສູ່ໂລກມະນຸດ ຫຼັງຈາກທີ່ພະອົງໄດ້ໄປຈໍາພັນສາເປັນເວລາ 3 ເດືອນ ເພື່ອເທສະນາໂປດພຸດທະມານດາ ທີ່ຢູ່ສະຫວັນຊັ້ນດຸສິດ ແຕ່ລົງມາຟັງທໍາທີ່ສະຫວັນຊັ້ນຕາວະຕິງ ແລະ ໃນວັນນີ້ເອງ ທີ່ເຮົາເອີ້ນອີກຢ່າງໜຶ່ງວ່າ: ວັນພະພຸດທະເຈົ້າເປີດໂລກ ເນື່ອງຈາກຂະນະທີ່ພະພຸດທະອົງ ສະເດັດລົງຈາກສະຫວັນ ມາສູ່ໂລກມະນຸດ ດ້ວຍຄັນໄດທິບທີ່ພະອິນເນຣະມິດຖວາຍບູຊາສະເດັດຈາກສະຫວັນຊັ້ນຕາວະຕິງ ລົງສູ່ ປະຕູເມືອງ ສັງກັດສະນະດອນ ຊຶ່ງມີພຸດທະສາສະນິກະຊົນມາລໍຕ້ອນຮັບ ແລະ ຖວາຍບິນທະບາດ ທີ່ເຮົາເອີ້ນວ່າ: ການຕັກບາດເທໂວ (ເທໂວໂຣຫະນະ) ຢ່າງຫຼວງຫຼາຍ ແລະ ໃນວັນຂຶ້ນ 15 ຄໍ່າ ເດືອນ 11 ຫາ ວັນແຮມ 1 ຄໍ່າ ເດືອນ 11 ເປັນວັນທີ່ໂລກທັງສາມຄື: ໂລກສະຫວັນ, ໂລກມະນຸດ ແລະ ໂລກນະຮົກ ຕ່າງກໍສາມາດເຫັນກັນໄດ້.
ພະອາຈານ ສິງໄຊ ທຳມະວົງ ຍັງກ່າວຕື່ມວ່າ: ວັນບຸນອອກພັນສາປະວໍຣະນາ ທຸກໆວັດກໍຈະມີກິດຈະກຳດີໆ ທາງສາສະໜາ ຫຼາຍຢ່າງທີ່ເປັນສິຣິມຸງຄຸນ ໃຫ້ແກ່ຊີວິດການເປັນຢູ່ ກໍຄືປະເທດຊາດບ້ານເມືອງຂອງເຮົານັ້ນເອງ ໂດຍສະເພາະ ຢູ່ວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ກໍຈະມີກິດຈະກຳດີໆ ໃຫ້ທ່ານຮ່ວມບໍາເພັນບາຣະມີ ສ້າງຄວາມດີຮ່ວມກັນ.ໃນວັນອາທິດຕອນເຊົ້າມື້ຂຶ້ນ 15ຄ່ໍ່າ ເດືອນ 11 ພ.ສ 2565 ຈະໄດ້ມີການໃສ່ບາດຖວາຍທານ ແດ່ພະສົງສາມະເນນ ພາຍໃນວັດ ແລະ ກໍຍັງໄດ້ຮ່ວມຟັງທໍາມະເທສະນາ, ຟັງຄວາມເປັນມາຂອງວັນບຸນອອກພັນສາ ແລະ ໃນຕອນແລງຈະມີການໄຫວ້ພະສູດມົນ ຈະເລີນ ສະມາທິ ພາວະນາ ປະຕິບັດທໍາບູຊາພະຣັດຕະນະໄຕຣ, ຟັງທຳມະເທສະນາ, ຫຼັກທໍາທີ່ເຮັດໃຫ້ສໍາເລັດດັ່ງ ຄວາມປາຖະນາທຸກປະການ ແລະ ທຳປະທັກຂິນ, ມີວຽນທຽນອ້ອມພັດທະສີມາ ເພື່ອລະນຶກເຖິງ ແລະ ບູຊາ ຄຸນພະສັມມາສໍາພຸດທະເຈົ້າ. ພິເສດປີນີ້ຢູ່ວັດໂພນທອງ ໃນຕອນແລງວັນທີ 28-29 ຕຸລາ 2023 ຈະມີການໄຕ້ໂຄມໄຟຕັ້ງ, ໂຄມໄຟລອຍຈຳນວນ 999 ດວງ. ສະນັ້ນ,ອອກຕົນຍາດໂຍມສາມາດມາຮ່ວມທຳບຸນ ແລະ ຮ່ວມຖ່າຍຮູບ, ເກັບພາບງາມໆໄວ້ເປັນທີລະນຶກ.
ຢ່າງໃດກໍຕາມ ໃນວັນອອກພັນສານີ້ ສໍາລັບຊາວພຸດທະສາສະນິກະຊົນຄວນພາກັນຕັ້ງຕົນໃຫ້ຢູ່ໃນສິນລະທໍາ ເພື່ອເປັນການ ປະຕິບັດບູຊາ ແດ່ພະພຸດທະເຈົ້າ ໂດຍການລະເວັ້ນຈາກຄວາມຊົ່ວ ແລ້ວກະທໍາຄວາມດີ ຄືການຮັກສາສິນ 5 ເປັນຕົ້ນ. ນອກນີ້, ກິດຈະກໍາທີ່ຊາວພຸດ ປະຕິບັດໃນວັນສໍາຄັນດັ່ງກ່າວຄື: ການເຮັດບຸນໃສ່ບາດ, ຖວາຍທານ, ອຸທິດສ່ວນບຸນກຸສົນ ໃຫ້ແກ່ຍາດຕິພີ່ນ້ອງ ທີ່ໄດ້ລ່ວງລັບດັບຂັນໄປ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ແລະ ທໍາປະທັກຂິນ, ວຽນທຽນ ບູຊາພະຣັດຕະນະໄຕຣຕາມວັດຕ່າງໆ ທີ່ໃກ້ບ້ານຕົນ ຫຼື ທ່ານສາມາດເຮັດ ຢູ່ເຮືອນຂອງທ່ານກໍໄດ້, ຢ່າລືມໄປຮ່ວມກິດຈະກໍາ ຕັກບາດເທໂວ (ສ່ວນຫຼາຍກິດຈະກໍານີ້ ຈະເລີ່ມເຮັດເວລາ 3:00 ໂມງເຊົ້າ ຂອງມື້ແຮມ 1 ຄໍ່າ ເດືອນ 11) ຕາມວັດຕ່າງໆ ແລະ  ຍັງມີການປັດກວາດເຮືອນຊານ ຫຼື ເດີ່ນວັດ, ທໍາຄວາມສະອາດຫ້ອງນໍ້າວັດຕ່າງໆ ປຽບເໝືອນການສະລ້າງ, ປັດກວາດສິ່ງທີ່ບໍ່ດີ, ອຸປະສັກບັນຫາ ອອກຈາກຈິດໃຈ ແລະ ຊິວິດຂອງຕົນ ເພື່ອຊີວິດທີ່ດີຍິ່ງໆຂຶ້ນໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ