ຈະເຮັດທຸລະກິດໃດໜຶ່ງຕ້ອງມີຄວາມອົດທົນ ຈຶ່ງປະສົບຜົນສໍາເລັດ

ຈະເຮັດທຸລະກິດໃດໜຶ່ງຕ້ອງມີຄວາມອົດທົນ ຈຶ່ງປະສົບຜົນສໍາເລັດ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ(20ກໍລະກົດ1955 – 20ກໍລະກົດ 2024) 

ໂດຍ: ຍຸພິນທອງ

ແມ່ຍິງລາວບັນດາເຜົ່າ ມີມູນເຊື້ອອັນດີງາມ ທີ່ສືບທອດກັນມາໃນຫຼາຍຍຸກຫຼາຍສະໄໝ ຊຶ່ງໃນນີ້ບໍ່ສະເພາະແຕ່ຮ່ວມຮັກສາ ແລະ ສືບທອດວັດທະນະທໍາ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ບໍ່ໃຫ້ຈາງຫາຍເທົ່ານັ້ນແຕ່ແມ່ຍິງລາວບັນດາເຜົ່າໃນອະດີດກໍຄືສະມາຊິກສະຫະພັນແມ່ຍິງລາວ ຍັງໄດ້ຮັກສາ ແລະ ສືບຕໍ່ເສີມຂະຫຍາຍຜົນງານການເຄື່ອນໄຫວຕິດແໜ້ນກັບຂະບວນການປະຕິວັດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄລຍະປັດຈຸບັນ.

ທ່ານ ນາງ ຫຼຽນຄໍາ ຈັນທະວົງ ຜູ້ຈັດການບໍລິສັດ ຫຼຽນຄໍາ ບໍລິການຮັບຈອງປີ້ຍົນທົ່ວໄປ ຢູ່ບ້ານດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດໃນໂອກາດທີ່ວັນສ້າງຕັ້ງສະຫະພັນແມ່ຍິງລາວໃກ້ຈະໜູນວຽນມາຮອດອີກວາລະໜຶ່ງຊຶ່ງປີນີ້ຄົບຮອບ 69 ປີ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນຈະມາສ້າງຕັ້ງບໍລິສັດ ຕົນໄດ້ສຶກສາຢູ່ວິທະຍາໄລຄອມເຊັນເຕີ ໃນປີສຸດທ້າຍກໍໄດ້ລົງຝຶກງານ ແລະໄດ້ເລືອກບໍລິສັດຂາຍປີ້ຍົນແຫ່ງໜຶ່ງເປັນບ່ອນລົງຝຶກຫັດງານ ພາຍຫຼັງຮຽນຈົບໄດ້ເຂົ້າເຮັດວຽກ ຮູ້ສຶກວ່າມັກໃນເລື່ອງການບໍລິການດ້ານນີ້ ແລະມີຄວາມສົນໃຈຮຽນຮູ້ເປັນເວລາ 6 ປີ,ຫຼັງຈາກນັ້ນໄດ້ປຶກສາກັບຄອບຄົວ ໂດຍໄດ້ຮັບການສະໜັບສະໜູນຈາກຄອບຄົວ ເລີຍລາອອກຈາກບໍລິສັດ ມາເປີດບໍລິສັດເປັນຂອງຕົນເອງ ຍ້ອນຍັງຂາດປະສົບການໃນເບື້ອງຕົ້ນກໍພົບອຸປະສັກສິ່ງທ້າທາຍຫຼາຍຢ່າງ ຊຶ່ງມັນບໍ່ງ່າຍຄືຕອນເປັນພະນັກງານຝຶກງານເລີຍເພາະທຸກຢ່າງຕ້ອງມີຄວາມຮັບຜິດຊອບສູງ ຕ້ອງຍອມຮັບທຸກບັນຫາ ແລະກໍຕ້ອງມີຄວາມອົດທົນສູງປັບປຸງແກ້ໄຂຢ່າງເປັນລະບົບຕໍ່ເນື່ອງ. ຫຍຸ້ງຍາກທີ່ສຸດກໍຄືໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ທຸລະກິດ100% ຈາກຄວາມອົດທົນ ແລະ ໄດ້ກໍາລັງໃຈຈາກຄອບຄົວ ບັນດາລູກຄ້າປະຈໍາ ແລະເພື່ອນຮ່ວມງານ ເຮັດໃຫ້ບໍລິສັດສາມາດຜ່ານວິກິດອັນຫຍຸ້ງຍາກນັ້ນມາໄດ້ ບໍລິສັດໄດ້ສ້າງຕັ້ງຂຶ້ນ ໃນປີ 2013 ມາຮອດປັດຈຸບັນ ພໍດີຄົບຮອບ 11 ປີ,ບໍລິສັດມີພະນັກງານປະຈໍາ 3 ຄົນ(ເພດຍິງ)ປະຕິບັດໜ້າທີ່ຢູ່ຮ່ວມກັນແບບຄອບຄົວ ມີເງິນເດືອນລວມທັງສະຫວັດດີການຢ່າງເໝາະສົມ.

ທ່ານໄດ້ກ່າວຕື່ມວ່າ: ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ຮູ້ສືກພາກພູມໃຈ ແລະເປັນກຽດທີ່ໄດ້ມີສ່ວນຮ່ວມໃນການເຮັດໜ້າທີ່ຂອງແມ່ຍິງລາວ ແມ່ຍິງລາວເຮົາ ແມ່ນມີຄວາມສາມາດກ້າສະແດງອອກໃນທຸກດ້ານທຽບເທົ່າເພດຊາຍ ແມ່ຍິງລາວບໍ່ສະເພາະແຕ່ເກັ່ງໃນວຽກຄອບຄົວວຽກເຮືອນການຊານເທົ່ານັ້ນ ແຕ່ແມ່ຍິງຍັງສາມາດເປັນຜູ້ນໍາ ຄືກັນກັບເພດຊາຍໄດ້ຢ່າງສະງ່າງາມ, ບົດບາດແມ່ຍິງໃນຍຸກປັດຈຸບັນ ເຫັນວ່າເກືອບ100% ເທົ່າທຽມກັບເພດຊາຍ ມີບົດບາດໃນເວທີສາກົນ ຊຶ່ງສະແດງອອກໃຫ້ເຫັນຄື: ຢູ່ປະເທດເຮົາກໍມີການນໍາທີ່ເປັນເພດຍິງຫຼາຍທ່ານ ແລະກໍມີແມ່ຍິງໃນຫຼາຍໆປະເທດທີ່ເປັນການນໍາ ແລະໃນອົງການຈັດຕັ້ງສາກົນຕ່າງໆກໍມີແມ່ຍິງເປັນປະທານເປັນຜູ້ບໍລິຫານລະດັບປະເທດ.

ໃນຖານະທີ່ຕົນເປັນຜູ້ປະກອບການທ່ອງທ່ຽວ ຕົນເຫັນຄວາມສໍາຄັນໃນການຍົກບົດບາດໃຫ້ແມ່ຍິງໃນດ້ານການທ່ອງທ່ຽວໃຫ້ຫຼາຍຂຶ້ນກໍຄືຢາກໃຫ້ແມ່ຍິງມີໜ້າທີ່ປະກອບສ່ວນໃນການນໍາສະເໜີເລື່ອງການທ່ອງທ່ຽວໃນລາວໃຫ້ຫຼາຍຂຶ້ນ ໂດຍສະເພາະ ເລື່ອງການນຸ່ງຖືຂອງແມ່ຍິງລາວ ແມ່ນຈະເຮັດໃຫ້ກິດຈະກໍາການທ່ອງທ່ຽວຕ່າງໆເປັນທີ່ຮັບຮູ້ຫຼາຍຂຶ້ນທັງເປັນການເຜີຍແຜ່ ສີໄມ້ລາຍມືຂອງແມ່ຍິງ ເຜີຍແຜ່ວັດທະນະທໍາອັນດີງາມຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ. ເພາະວ່າລະບຽບການນຸ່ງຖືກໍຄືເອກກະລັກຂອງຊາດ ຂອງແມ່ຍິງລາວ ຊຶ່ງມີຫຼາກຫຼາຍສີສັນຂອງແຕ່ລະທ້ອງຖິ່ນທີ່ສວຍງາມ ສ່ວນຫຼາຍນັກທ່ອງທ່ຽວເຂົ້າມາແມ່ນ ຍ້ອນວັດທະນະທໍາ ແລະ ທໍາມະຊາດ ທັງນີ້ກໍເພື່ອໃຫ້ສາກົນໄດ້ຮັບຊາບຄວາມງາມ ຄວາມເປັນເອກກະລັກຂອງແມ່ຍິງລາວ ແມ່ຍິງລາວ ມີນ້ຳໃຈຮັກຊາດແພງເຊື້ອຮັກບ້ານເກີດເມືອງນອນປົກປັກຮັກສາ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງແມ່ຍິງມີກິລິຍາມາລະຍາດອ່ອນຫວານຮັກສາມູນມໍລະດົກ ແລະ ອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ ເປັນຕົ້ນແມ່ນການນຸ່ງຖືການແຕ່ງກາຍການພົວພັນໃນຄອບຄົວ-ສັງຄົມ ແລະ ອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ