ອົງການຄຸ້ມຄອງໄພພິບັດແຫ່ງຊາດປາກິສຖານ (NDMA) ໄດ້ລາຍງານວ່າ: ມີຜູ້ເສຍຊີວິດຫຼາຍກວ່າ 400 ຄົນໃນແຂວງໄຄເບີ ປັກຕຸນຄວາ ຊຶ່ງເປັນເຂດພູເຂົາໃນພາກຕາເວັນຕົກສ່ຽງເໜືອຂອງປະເທດ ແລະ ມີຊາຍແດນຕິດກັບອັຟການິສຖານ ນັບແຕ່ຕອນແລງຂອງວັນທີ 14 ສິງຫາ ຜ່ານມາ.
ນອກຈາກນີ້, ຖະໜົນຫົນທາງຫຼາຍສາຍຍັງໄດ້ຮັບຄວາມເສຍຫາຍ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພປະສົບບັນຫາໃນການເຂົ້າເຖິງເຂດປະສົບໄພນ້ຳຖ້ວມ, ອີກທັງການສື່ສານຍັງຫຍຸ້ງຍາກ.
ທັງນີ້, ຝົນມໍລະສຸມເລີ່ມຕົກໜັກຢູ່ພາກໃຕ້ຂອງປາກິສຖານໃນທີ 19 ສິງຫາຜ່ານມາ ຊຶ່ງ ທ່ານ ອາມີ ໄຮເດີ ລາກາຣີ ຫົວໜ້າກົມອຸຕຸນິຍົມວິທະຍາແຂວງສິນ ສະແດງຄວາມເປັນຫ່ວງກ່ຽວກັບໄພນໍ້າຖ້ວມຢູ່ໃນເມືອງໃຫຍ່ເຊັ່ນ: ກາຣາຈີ ເນື່ອງຈາກພື້ນຖານໂຄງລ່າງທີ່ອ່ອນແອ.
ອົງການ NDMA ລະບຸວ່າ: ຝົນມໍລະສຸມໃນປາກິສຖານ ເຮັດໃຫ້ມີຜູ້ເສຍຊີວິດ 700 ກວ່າຄົນ ແລະ ບາດເຈັບເກືອບ 1,000 ຄົນ ນັບຕັ້ງແຕ່ວັນທີ 26 ມິຖຸນາ ເປັນຕົ້ນມາ ຊຶ່ງລະດູລົມມໍລະສຸມຄາດວ່າຈະສືບຕໍ່ຮອດກາງເດືອນກັນຍາ.
ຄໍາເຫັນ