ຈຳນວນຜູ້ຕິດເຊື້ອໂຄວິດ-19 ຫຼັງຈາກບຸນສົງການຂອງໄທເພີ່ມຂຶ້ນຢ່າງຫຼວງຫຼາຍ

ຈຳນວນຜູ້ຕິດເຊື້ອໂຄວິດ-19 ຫຼັງຈາກບຸນສົງການຂອງໄທເພີ່ມຂຶ້ນຢ່າງຫຼວງຫຼາຍ
ຂ່າວສານຊີອາໄອລາຍງານເມື່ອມໍ່ໆມານີ້, ສູນຄວບຄຸມພະຍາດແຫ່ງຊາດໄທເປີດເຜີຍໃຫ້ຮູ້ວ່າ: ຫຼັງຈາກບຸນສົງການ, ຈຳນວນຜູ້ປ່ວຍນອນປິ່ນປົວຢູ່ໂຮງໝໍຍ້ອນຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
    ໄລຍະພັກບຸນສົງການຂອງໄທໃນປີນີ້ແມ່ນລະຫວ່າງວັນທີ 11 ຫາວັນທີ 16ເມສາ, ຫົວໜ້າສູນຄວບຄຸມພະຍາດແຫ່ງຊາດໄທກ່າວວ່າ: ໃນເວລາໜຶ່ງອາທິດທີ່ຜ່ານມາ, ຈຳນວນຜູ້ປ່ວຍເຂົ້ານອນປິ່ນປົວຢູ່ໂຮງໝໍຍ້ອນຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຂອງໄທມີ 1.004 ກໍລະນີ, ສະເລ່ຍແລ້ວແຕ່ລະມື້ແມ່ນເພີ່ມຂຶ້ນ 143 ກໍລະນີ. ໃນນັ້ນມີຜູ້ເສຍຊີວິດ 3 ຄົນ ຊຶ່ງຜູ້ທີ່ເສຍຊີວິດແມ່ນຄົນທີ່ຈັດຢູ່ໃນປະເພດຄວາມສ່ຽງສູງ ລວມທັງຜູ້ເຖົ້າ, ຜູ້ມີພະຍາດຊຳເຮື້ອ ແລະ ຜູ້ຍິງຖືພາ.

ຄໍາເຫັນ

ຂ່າວຕ່າງປະເທດ

ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຕວັກກີ ເກີດແຜ່ນດິນໄຫວ ຂະໜາດ 6.1 ຣິກເຕີ ມີຜູ້ບາດເຈັບ 22 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໃນພາກຕາເວັນຕົກຂອງຕວັກກີ, ເຮັດໃຫ້ອາຄານທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ລາຍງານເບື້ອງຕົ້ນມີຜູ້ບາດເຈັບ 22 ຄົນ. ຂ່າວລະບຸວ່າ: ແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ໄດ້ເກີດຂຶ້ນໃນພາກຕາເວັນຕົກຂອງຕວັກກີ ໃນຄືນວັນທີ 27 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ອາຄານສີ່ຫຼັງທີ່ເສຍຫາຍຈາກແຜ່ນດິນໄຫວຄັ້ງກ່ອນພັງລົງ. ໂດຍໃນເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບການເສຍຊີວິດ.
ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Turku ປະເທດແຟັງລັງ ພົບວ່າ: ການຫຼຸດຜ່ອນເວລານັ່ງ ພຽງ 30 ນາທີຕໍ່ມື້ ແລ້ວຫັນມາຢືນ ຫຼື ເຄື່ອນໄຫວຮ່າງກາຍແທນສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ແລະ ປັບປຸງສຸຂະພາບການເຜົາຜານໄດ້ຢ່າງຫຼວງຫຼາຍ, ເຖິງແມ່ນວ່າບໍ່ໄດ້ອອກກຳລັງກາຍກໍຕາມ.
ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນອຸດສາຫະກຳຕໍ່ເຮືອ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີການສື່ສານລຸ້ນໃໝ່ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງໂຕກຽວ ຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໃນອາທິດໜ້າ.
ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ຕຸລາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳປະເທດອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ.
ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້  “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມ ລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມ ກະຊວງລັດຖະມົນຕີຕ່າງປະເທດ ທີ່ ປັກກິ່ງ ສປຈີນ
ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11. ໂດຍມີທ່ານ ໂຈເຊ ຣາໂມສ ອໍຕາ ປະທານາທິບໍດີ ແລະ ທ່ານ ຊານານາ ກຸສມາວ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີລົງນາມໃນຖະແຫຼງການວ່າດ້ວຍການຮັບຕີມໍແລັດສະເຕ ເຂົ້າສູ່ອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ກົວລາລຳເປີ ປະເທດມາເລເຊຍ ໃນ 26 ຕຸລາ ຜ່ານມາ.
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ ​ຢູ່ປະເທດ​ສິງກ​ະ​ໂປ, ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ຮ່ວມກັບ​ທ່ານ ການ​ຄິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ສິງກ​ະ​ໂປ.
ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໄດ້ເປີດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີລົງນາມມີທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ ກາດາ ຟາທີ ອິສມາອິລ ວາລີ ຫົວໜ້າຝ່າຍບໍລິຫານຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC), ມີຫົວໜ້າ, ການນຳບັນດາປະເທດສະມາຊິກສະຫະປະຊາຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ອ່ານສູນທອນພົດເປີດພິທີລົງນາມສົນທິສັນຍາຮ່າໂນ້ຍວ່າ: ບັນດາສິ່ງທ້າທາຍຂອງອາຊະຍາກຳທາງໄຊເບີ, ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ຍານອະວະກາດຂົນສົ່ງລຸ້ນໃໝ່ HTV-X ຂອງຍີ່ປຸ່ນ ຖືກສົ່ງຂຶ້ນສູ່ອະວະກາດສຳເລັດຜົນ ຈາກສູນອະວະກາດທາເນງາຊິມະ ແຂວງຄາໂງຊິມະ ໃນເວລາ 9:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 26 ຕຸລາ ຜ່ານມາ. ໂດຍໄດ້ຖືກບັນທຸກຢູ່ເທິງຈະຫຼວດ H3 ໝາຍເລກ 7 ແລະ ເຂົ້າສູ່ວົງໂຄຈອນຕາມທີ່ວາງແຜນໄວ້ໃນປະມານ 14 ນາທີຕໍ່ມາ.
ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂໍ້ມູນໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ ຣູເມນ ຣາເດວ ປະທານາທິບໍດີ ສ ບຸນກາຣີ ຍົກອອກມາໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາຂັ້ນສູງທີ່ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມາ ຢູ່ນະຄອນຫຼວງ Sofia ສ ບຸນກາຣີ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ບຸນກາຣີ ຂອງທ່ານ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ເພີ່ມເຕີມ