ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ວັນທີ 11 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ
ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ກອງປະຊຸມສຳມະນາວິທະຍາສາດຫົວຂໍ້: “40 ປີແຫ່ງການນໍາພາຂອງພັກຕໍ່ວຽກງານແນວໂຮມ” ຈັດຂຶ້ນໃນວັນທີ 9 ກໍລະກົດຜ່ານມາ ທີ່ສູນຄົ້ນຄວ້າແລະ ຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໂດຍໃຫ້ກຽດເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,ປະທານສນຊ, ມີບັນດາຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ນັກວິທະຍາສາດເຂົ້າຮ່ວມ.
ຄໍາເຫັນ