ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ

ເຈົ້າແຂວງອັດຕະປື ຕິດຕາມຊຸກຍູ້ວຽກງານທະຫານຊາຍແດນ
ໃນວັນທີ 13 ພຶດສະພາຜ່ານມາ, ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ຮ່ວມກັບຄະນະພັກ -ຄະນະບັນຊາ ກອງບັນຊາການທະຫານແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ຕິດຕາມ, ຊຸກຍູ້ວຽກງານການທະຫານຊາຍແດນ ແລະ ບ້ານຈຳນວນໜຶ່ງ ຕາມ​ຊາຍແດນລາວ, ຫວຽດນາມ ແລະ ກຳປູເຈຍຄື: ກອງປະຕິບັດງານ 207 ເຂດບ້ານສົມບູນ,

ກອງປະຕິບັດງານ 544 ເຂດບ້ານນໍ້າຊວນ ແລະ ດ່ານປະເພນີ ເຂດບ້ານພູຍາງ ເມືອງພູວົງ ເພື່ອໃຫ້ກຳລັງໃຈແກ່ກຳລັງທະຫານທີ່ປະຈຳຢູ່ພື້ນທີ່ສຳຄັນ, ພ້ອມທັງຕິດຕາມ ແລະ ຊຸກຍູ້ການປະຕິບັດວຽກງານໃຫ້ໄດ້ຜົນສຳເລັດຢ່າງມີປະສິດທິຜົນ, ສະແຫວງຫາແນວທາງໃໝ່ໃນການສົ່ງເສີມການຮ່ວມມືລະຫວ່າງລັດ ແລະ ພົນລະເມືອງ ໃນການປົກປ້ອງແຜ່ນດິນຂອງຊາດໃຫ້ໝັ້ນຄົງດີຂຶ້ນ.

ໃນຢ້ຽມຢາມ, ຕິດຕາມຊຸກຍູ້ວຽກງານທະຫານຊາຍ ແດນຢູ່ແຕ່ລະຈຸດ ຂອງທ່ານເຈົ້າແຂວງ ກໍໄດ້ຮັບຟັງການລາຍງານສະພາບລວມ ແລະ ພາລະບົດບາດໜ້າທີ່ການຈັດຕັ້ງເຄື່ອນໄຫວຕາມແລວຂອບເຂດແຕ່ລະກົມ-ກອງທະຫານຊາຍແດນຮັບຜິດຊອບໂດຍຫຍໍ້ ຊຶ່ງຄຽງຂ້າງຕໍ່ກັບຜົນງານດ້ານດີ ທີ່ທາງກົມກອງປະຕິບັດງານ, ຊຶ່ງທະຫານຊາຍແດນໄດ້ເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ, 4 ຄາດໝາຍ ແລະ ຕິດພັນກັບ 24 ໜ້າທີ່, 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ.

ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຢູ່ໃນແຕ່ລະຈຸດປະຕິບັດງານຂອງທະຫານຊາຍແດນ ທ່ານເຈົ້າແຂວງໄດ້ມີຄຳເຫັນສະແດງຄວາມຢື້ຢາມຖາມຂ່າວ ແລະ ຊຸກຍູ້ບາງວຽກງານໃຫ້ ນາຍ ແລະ ພົນທະຫານທີ່ໄດ້ປະຕິບັດໜ້າທີ່ຢູ່ຮາກຖານທ້ອງຖິ່ນຈົ່ງສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ໆພັກ ແລະ ລັດ ກໍຄືປະຊາຊົນມອບໝາຍໃຫ້ຢ່າງມີຜົນສຳເລັດ ທີ່ຍິ່ງໃຫຍ່ກວ່າເກົ່າ, ປະຕິບັດໜ້າທີ່ຕາມແຜນງານທີ່ໄດ້ກໍານົດໄວ້, ພັດທະນາກໍາລັງໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ສຸມໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກໍຄື ບໍລິເວນຊາຍແດນ ແລະ ວຽກງານອື່ນໆ. ພ້ອມນີ້ ທ່ານເຈົ້າແຂວງຍັງຍົກໃຫ້ເຫັນຄວາມຈຳເປັນ ແລະ ຄວາມສໍາຄັນໃນການສືບຕໍ່ພັດທະນາເຂດຈຸດສຸມໃຫ້ເປັນຮູບປະທຳດ້ວຍການສ້າງເສັ້ນທາງປູຢາງອອກສູ່ດ່ານປະເພນີ ເຊື່ອມຕໍ່ກັບປະເທດເພື່ອນບ້ານ (ລາວ, ຫວຽດນາມ, ກຳປູເຈຍ) ເພື່ອເປັນຈຸດສຳຄັນໃນການກະຕຸ້ນ ການຄ້າ*ຂາຍ ແລະ ການຂົນສົ່ງຊາຍແດນ, ເປັນເສັ້ນທາງແລວໃໝ່ທີ່ດີ ຈະເຮັດ ໃຫ້ການຂົນສົ່ງສິນຄ້າ ແລະ ຄົນເຂົ້າອອກດ່ານປະເພນີ ໃຫ້ມີປະສິດທິພາບ, ສ້າງໂອກາດທາງເສດຖະ ກິດກັບປະເທດເພື່ອນບ້ານທີ່ມີຄຸນນະພາບ ແລະ ຈະຊ່ວຍພັດທະນາເຂດໃໝ່ໃນທ້ອງຖິ່ນ, ສ້າງອາຊີບ ແລະ ດຶງດູການລົງທຶນ, ສົ່ງເສີມປະຊາຊົນໃຫ້ຫັນມາພັດທະນາ ທາງດ້ານການຜະລິດກະສິກຳເປັນສິນຄ້າ, ຊ່ວຍສ້າງລາຍໄດ້ໃຫ້ປະຊາຊົນເພີ່ມຂຶ້ນ, ແກ້ໄຂຄວາມຍາກຈົນ ແລະ ຍົກລະດັບຊີວິດແບບໃໝ່ທີດີກວ່າ.

ໃນການຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ປ້ອງກັນຊາຍແດນ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມ ແລະ ພົບປະກັບອໍານາດການປົກຄອງບ້ານພູຍາງ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ໃນການຊີ້ນໍາ-ນໍາພາປະຊາຊົນໃຫ້ຫັນມາປູກພືດເປັນສິນຄ້າ ແລະ ປູກໝາກກາເຟ.

(ຂ່າວ: ໄພບູນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ