![]() |
ສະຫາຍ ພັນເອກ ຄຳເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການທະຫານແຂວງຈຳປາສັກ ໄດ້ລາຍງານສະພາບການທີ່ເກີດຂຶ້ນຕາມບໍລິເວນຊາຍແດນໃນໄລຍະຜ່ານມານີ້.
![]() |
ຈາກນັ້ນ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ນຳເອົາຄວາມອົບອຸ່ນຮັກແພງ, ຄວາມເປັນຫວ່ງເປັນໃຍມາຍັງນາຍ ແລະ ພົນທະຫານ ພະນັກງານນັກຮົບ ທີ່ເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້, ພ້ອມກັນນັ້ນ ການນຳຂອງເມືອງມຸນລະປາໂມກ ຕ້ອງມີການປະສານສົມທົບກັບພາກສ່ວນຕ່າງໆ ຢ່າງໄກ້ຊິດ, ນຳພາແນວຄິດແທດເຖິງປະຊາຊົນ, ປັບປຸງກໍາລັງກອງຫຼອນທ້ອງຖິ່ນຮາກຖານ ໃຫ້ມີຄວາມເຂັ້ມແຂງ ແລະ ຖືໂອກາດດັ່ງກ່າວ ເປັນການຊຸກຍຸ້ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະມາເຖິງ.
![]() |
ໃນໂອກາດເຄື່ອນໄຫວຕິດຕາມຊຸກຍູ້ວຽກງານຊາຍແດນຄັ້ງນີ້, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ ທີ່ຈຳເປັນ ແລະ ເງິນສົດ ຈຳນວນໜຶ່ງ ທີ່ໄດ້ຮັບການອຸປະຖຳ ປະກອບສ່ວນຈາກພາກສ່ວນ ຜູ້ປະກອບການ ກໍຄືທົ່ວສັງຄົມ ລວມມູນຄ່າທັງໝົດ 130 ລ້ານກວ່າກີບ ມອບໃຫ້ກຳລັງຢູ່ແນວໜ້າ ອີກດ້ວຍ.
(ຂ່າວ: ທັດຊະນະ)
ຄໍາເຫັນ