ເຈົ້າແຂວງຄຳມ່ວນ ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນຂົວມິດຕະພາບ 3

ເຈົ້າແຂວງຄຳມ່ວນ ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນຂົວມິດຕະພາບ 3
ໃນວັນທີ 22 ມັງກອນຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງໄດ້ລົງເຄື່ອນໄຫວເຮັດວຽກຢູ່ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ໂດຍມີຄະນະຄຸ້ມຄອງດ່ານ, ເຈົ້າໜ້າທີ່ປະຈຳດ່ານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພັອ ພົມມາ ເດດຂຸນຟອງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 3 ໄດ້ລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານ, ການບໍລິຫານຄຸ້ມຄອງ, ການບໍລິການເຂົ້າ-ອອກດ່ານໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ລວມເຖິງບັນດາຂໍ້ສະເໜີຕ່າງໆ ເພື່ອການພັດທະນາປັບປຸງດ່ານໃນຕໍ່ໜ້າພ້ອມນັ້ນ, ບັນດາພະແນກການ,ຂະແໜງການທີ່ເຂົ້າຮ່ວມໄດ້ປະກອບຄໍາເຫັນໃນວຽກງານທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ ແນໃສ່ເສີມຂະຫຍາຍວຽກງານໃນດ້ານຕັ້ງໜ້າ ແລະ ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ໄດ້ຮັບການພັດທະນາໃນທາງທີ່ດີຂຶ້ນກວ່າເກົ່າ.
    ໂອກາດນີ້, ທ່ານເຈົ້າແຂວງໄດ້ມີຄຳເຫັນໂອ້ລົມຊີ້ນຳໃຫ້ຄະນະຄຸ້ມຄອງດ່ານຈົ່ງພ້ອມກັນເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງດ້ານຕ່າງໆໃຫ້ມີຄວາມສະດວກຂຶ້ນຕື່ມ,ປັບປຸງຂອດການບໍລິການພາຍໃນດ່ານເພື່ອຮັບປະກັນການປະຕິບັດບັນດາໜ້າວຽກຕ່າງໆໃຫ້ມີຄວາມໂລ່ງລ່ຽນລວມເຖິງການປົກປັກຮັກສາອາຄານ, ວັດຖຸອຸປະກອນ, ເຄື່ອງຮັບໃຊ້ຕ່າງໆໃຫ້ນໍາໃຊ້ໄດ້ຢ່າງຍາວນານເພື່ອຫຼຸດຜ່ອນຄວາມສິ້ນເປືອງທາງດ້ານງົບປະມານລັດ, ສືບຕໍ່ປັບປຸງ ແລະ ອະນາໄມໃນຂອບເຂດບໍລິເວນດ່ານເພື່ອຄວາມສະອາດ,ສວຍງາມໂດຍມອບໃຫ້ເປັນຄວາມຮັບຜິດຊອບຂອງຄະນະຄຸ້ມຄອງດ່ານຄົ້ນຄວ້າສົມທົບກັບຂະແໜງການຕ່າງໆພາຍໃນດ່ານເພື່ອຮອງຮັບແຂກ ແລະ ນັກທ່ອງທ່ຽວ, ເພີ່ມທະວີໃນການຕິດຕາມ, ກວດກາພາຍໃນດ່ານໂດຍມີການວາງລະບຽບ, ກົນໄກການຄຸ້ມຄອງໃຫ້ເປັນລະບົບເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ການເກັບລາຍຮັບ, ຄ່າທຳນຽມ, ພາສີອາກອນຕ່າງໆເຂົ້າງົບປະມານຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ໂດຍນໍາໃຊ້ລະບົບທີ່ທັນສະໄໝເພື່ອຫຼຸດຜ່ອນການຮົ່ວໄຫຼທາງດ້ານງົບປະມານ,ໂຄສະນາປະຊາສຳພັນແນະນໍາໃຫ້ແກ່ຜູ້ໃຊ້ບໍລິການໃຫ້ເຂົ້າໃຈຢ່າງລະອຽດກ່ຽວກັບການຊໍາລະຄ່າພາສີອາກອນຜ່ານລະບົບທັນສະໄໝປະຕິບັດໄປຕາມຂັ້ນຕອນເພື່ອເຮັດໃຫ້ການບໍລິການວ່ອງໄວຂຶ້ນ,ເອົາໃຈໃສ່ກວດກາສິນຄ້າເຂົ້າ-ອອກ,ຕິດຕາມການລັກລອບນໍາເຂົ້າສິນຄ້າ, ຫ້າມນໍາເຂົ້າສິນຄ້າຜິດກົດໝາຍ, ເອົາໃຈໃສ່ໃນການປະຕິບັດພາລະບົດບາດຂອງໃຜລາວໃນແຕ່ລະຂະແໜງການ.ພ້ອມກັນປະສານສົມທົບ,ປຶກສາຫາລືກັນໃຫ້ມີຄວາມກົມກຽວໃນການຄຸ້ມຄອງເພື່ອປະຕິບັດພາລະບົດບາດລວມໃນການເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນ ຫຼືລື່ນແຜນ,ພ້ອມກັນຄົ້ນຄວ້າບັນດາກົນໄກ, ຂອດການປະສານງານລະຫວ່າງຂະແໜງການຕ່າງໆຂັ້ນສູນກາງ,ທ້ອງຖິ່ນແລະຂະແໜງການປິ່ນອ້ອມຂອງດ່ານ ເພື່ອຊອກຫາວິທີທາງແກ້ໄຂຈຸດອ່ອນ-ຂໍ້ຕົງຄ້າງໃນຕໍ່ໜ້າແນໃສ່ເຮັດໃຫ້ລະບົບການບໍລິຫານຈັດການພາຍໃນດ່ານ, ການບໍລິການສິນຄ້າ, ຄົນເຂົ້າ-ອອກແລະອື່ນໆໃຫ້ມີຄວາມສະດວກ,ວ່ອງໄວຮັບປະກັນຄວາມຖຶກຕ້ອງສອດຄ່ອງຕາມລະບຽບກົດໝາຍ.ສໍາລັບຂໍ້ສະເໜີຕ່າງໆແມ່ນໃຫ້ຂຶ້ນແຜນນໍາສະເໜີຕໍ່ການນໍາຂັ້ນແຂວງຄົ້ນຄວ້າພິຈາລະນາແກ້ໄຂ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມສະດວກ ແລະ ວ່ອງໄວຫຼາຍຂຶ້ນ. 
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ