ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ
ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ

ຊີວິດຂອງພໍ່ແມ່ປະຊາຊົນ ດ້ານພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນ: ການສະເໜີປັບປຸງກໍ່ສ້າງໂຮງຮຽນປະຖົມບ້ານນາໂພ, ການປັບປຸງກໍ່ສ້າງຂົວເຂົ້າໄປຫາບ້ານນາໂພ, ການຄົ້ນຄວ້າກໍ່ສ້າງລະບົບຊົນລະປະທານ ເພື່ອສະໜອງນໍ້າຮັບໃຊ້ເຂົ້າໃນການຜະລິດ, ການສະເໜີຂໍການປະກອບສ່ວນທຶນ ແລະ ວັດຖຸ ເພື່ອສືບຕໍ່ກໍ່ສ້າງທາງເບຕົງເຂົ້າຫາບ້ານທ່າໝີ ເຂດທີ່ຍັງເຫຼືອໃຫ້ສຳເລັດ ແລະ ອື່ນໆ.

ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທັງສອງບ້ານ ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງດ້ານພື້ນຖານໂຄງລ່າງຂອງບ້ານ ເພື່ອເປັນເງື່ອນໄຂສ້າງລາຍຮັບທີ່ໝັ້ນຄົງ, ພ້ອມກັນຄິດຄົ້ນ, ຊອກຫາ ແລະ ພັດທະນາທ່າແຮງຂອງບ້ານທີ່ມີຢູ່ແລ້ວ ບໍ່ວ່າຈະເປັນທ່າແຮງທາງດ້ານການຜະລິດ ປູກຝັງ-ລ້ຽງສັດ ໃຫ້ສາມາດກຸ້ມຢູ່ກຸ້ມກິນ ແລະ ກາຍເປັນສິນຄ້າໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມລູກຫຼານບໍ່ໃຫ້ມີການພົວກັບກັບຢາເສບຕິດ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມນັ້ນ ກໍໃຫ້ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາບ້ານໃຫ້ມີການຂະຫຍາຍຕົວ ແນໃສ່ເຮັດໃຫ້ປະຊາຊົນມີກິນມີໃຊ້, ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ເພື່ອຮັກສາແຫຼ່ງນໍ້າ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ. ສຳລັບຄຳສະເໜີຂອງພໍ່ແມ່ປະຊາຊົນ ແມ່ນມອບໃຫ້ພະແນກການ, ຂະແໜງການທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ ເພື່ອຄິດໄລ່ອອກແບບ ແລະ ສ້າງເປັນແຜນອັນລະອຽດ ນຳສະເໜີຕໍ່ຂັ້ນເທິງຄົ້ນຄວ້າແກ້ໄຂໃນຕໍ່ໜ້າ, ສະເພາະການປັບປຸງກໍ່ສ້າງໂຮງຮຽນບ້ານນາໂພ ແລະ ການກໍ່ສ້າງທາງເຂົ້າຫາບ້ານທ່າໝີ ທາງແຂວງຈະຕອບສະໜອງທາງດ້ານວັດຖຸ ອຸປະກອນຕ່າງໆ ໂດຍໃຫ້ຂະແໜງການກ່ຽວຂ້ອງຂອງເມືອງ ສົມທົບກັບອຳນາດການປົກຄອງບ້ານ ຄົ້ນຄວ້າວາງແຜນໃນການຈັດຕັ້ງປະຕິບັດໃຫ້ສຳເລັດ ພ້ອມທັງໃຫ້ມີແຜນໃນການຄຸ້ມຄອງ ພາຍຫຼັງທີ່ມີການກໍ່ສ້າງສຳເລັດ ເພື່ອໃຫ້ຊົມໃຊ້ໄດ້ຢ່າງຍາວນານ. ໂອກາດດຽວກັນ ທ່ານເຈົ້າແຂວງຍັງໄດ້ມອບອຸປະກອນການຮຽນ, ອຸປະກອນການຫຼິ້ນກິລາ ໃຫ້ແກ່ທັງສອງບ້ານດັ່ງກ່າວ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ເພີ່ມເຕີມ