ລົງເຄື່ອນໄຫວພົບປະ ພໍ່ແມ່ປະຊາຊົນຢູ່ບ້ານໜອງຜຳ

ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມປະຊາຊົນ ເມືອງໜອງບົກ

ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມປະຊາຊົນ ເມືອງໜອງບົກ
ທ້າຍອາທິດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມຄະນະ ລົງເຄື່ອນໄຫວພົບປະ ພໍ່ແມ່ປະຊາຊົນຢູ່ບ້ານໜອງຜຳ ແລະ ບ້ານປົ່ງກິ່ວ ເມືອງໜອງບົກ ໂດຍໄດ້ຮັບຟັງການລາຍງານກ່ຽວກັບສະພາບການພັດທະນາບ້ານ,

ພ້ອມທັງຄໍາສະເໜີບາງດ້ານ ຈາກອຳນາດການປົກຄອງທັງສອງບ້ານ ທີ່ຕິດພັນກັບການດຳລົງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເປັນຕົ້ນ: ການກໍ່ສ້າງຊົນລະປະທານ, ສ້າງສູນເຕັກນິກທາງດ້ານກະສິກຳ, ກໍ່ສ້າງເສັ້ນທາງພາຍໃນບ້ານ, ຕະຫຼາດຊຸມຊົນ ແລະ ອື່ນໆ.
ໂອກາດນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ມີຄໍາເຫັນໂອ້ລົມ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ເອົາໃຈໃສ່ ທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງບ້ານ, ສຸມໃສ່ການຜະລິດໃຫ້ກາຍເປັນສິນຄ້າ, ຊອກຄົ້ນບັນດາທ່າແຮງຕ່າງໆທີ່ມີຂອງບ້ານ ເພື່ອຜະລິດ-ຈໍາໜ່າຍ ເປັນການເພີ່ມລາຍໄດ້ໃຫ້ພໍ່ແມ່ປະຊາຊົນ, ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ຢາເສບຕິດ, ນໍ້າກະ ທ່ອມ, ຢາສູບໄຟຟ້າ ແລະ ອື່ນໆ ຊຶ່ງເປັນບັນຫາທ້າທາຍຕໍ່ອະນາຄົດ ແລະ ການຮໍ່າຮຽນຂອງລູກຫຼານ ທີ່ເປັນໜໍ່ແໜງຂອງບ້ານເມືອງ ແລະ ປະເທດຊາດ; ໃຫ້ຄະນະພັກ, ອຳນາດການປົກຄອງບ້ານ, ຄູ-ອາຈານ ແລະ ພໍ່ແມ່ນັກຮຽນຕິດຕາມຊຸກຍູ້, ສຶກສາອົບຮົມລູກຫຼານ ໃນເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນ ແລະ ສືບຕໍ່ສຶກສາຮໍ່າຮຽນໃນລະດັບສູງຂຶ້ນ ເພື່ອມີຄວາມຮູ້ ແລະ ມີອາຊີບ ທຳມາຫາກິນ ເຮັດໃຫ້ຄອບຄົວມີຢູ່ມີກິນ, ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ໂຄສະນາປະຊາສໍາພັນໃຫ້ພໍ່ແມ່ປະຊາຊົນໄດ້ເອົາໃຈໃສ່ໃນການຮັກສາສຸຂະພາບ, ຮັກສາຄວາມສະອາດ ເພື່ອຫຼຸດຜ່ອນ ແລະ ຫຼີກລ່ຽງການເກີດພະຍາດຕ່າງໆຕາມລະດູການ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໄປມາຄ້າຂາຍ, ທຳການຜະລິດມີຄວາມສະດວກ, ສ້າງຄວາມສາມັກຄີພາຍໃນບ້ານ ເພື່ອພ້ອມກັນສ້າງສາພັດທະນາບ້ານຊ່ອງໃຫ້ມີຄວາມສີວິໄລ.
(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ