ການພົວພັນຮ່ວມມື ລະຫວ່າງ ກອງບັນຊາການທະຫານແຂວງຄຳມ່ວນ ກັບ ກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບ ຫົວໜ້າການທະຫານຊາຍແດນ ແຂວງກວາງບິ່ງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບ ຫົວໜ້າການທະຫານຊາຍແດນ ແຂວງກວາງບິ່ງ
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ພັອ ຈິ້ງ ແທັງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ສສ ຫວຽດນາມ

 ພ້ອມຄະນະ ໃນວັນທີ 25 ສິງຫາຜ່ານມາ ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ພ້ອມທັງໄດ້ລາຍງານສະພາບການພົວພັນຮ່ວມມື ລະຫວ່າງ ກອງບັນຊາການທະຫານແຂວງຄຳມ່ວນ ກັບ ກອງບັນຊາການທະຫານຊາຍແດນ ແຂວງກວາງບິ່ງ ໃນໄລຍະ 6 ເດືອນຕົ້ນປິ 2024 ຊຶ່ງສອງກໍາລັງປະກອບອາວຸດ ຄໍາມ່ວນ-ກວາງບິ່ງ ຮັກສາໄດ້ຄວາມສະຫງົບຕາມຊາຍແດນ ເຮັດໃຫ້ຊາຍແດນເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ພັດທະນາ. ປະຊາຊົນ ປະຊາຊົນໄດ້ມີການຕື່ນຕົວປະຕິບັດຕາມສົນທີສັນຍາລະຫວ່າງສອງຝ່າຍ, ຮ່ວມກັນປາບປາມອາດສະຍາກຳຕ່າງໆ, ກວດກາລາດຕະເວນຊາຍແດນຮ່ວມກັນ ແລະ ອື່ນໆ. ໃນຕໍ່ໜ້າ ທະຫານຊາຍແດນແຂວງກວາງບິ່ງ ຈະໄດ້ສືບຕໍ່ປະສານສົມທົບ ກັບ ສອງກຳລັງ ປກຊ-ປກສ ແຂວງຄຳມ່ວນ ເພື່ອປຶກສາຫາລືຮ່ວມກັນປ້ອງກັນຄວາມສະຫງົບ ແລະ ເພິ່ມທະວີວຽກງານປ້ອງກັນຊາຍແດນໃຫ້ມີຄວາມເຂັ້ມແຂງ.

ໂອກາດນີ້, ທ່ານເຈົ້າແຂວງຄໍາມ່ວນ ກໍໄດ້ສະແດງຄວາມຂອບໃຈ ທີ່ຄະນະທະຫານຊາຍແດນ ແຂວງກວາງບິ່ງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນໃນຄັ້ງນີ້ ແລະ ຍ້ອງຍໍຊົມເຊີຍຕໍ່ທະຫານຊາຍແດນແຂວງກວາງບິ່ງ ທີ່ໄດ້ປະສານສົມທົບກັນກັບທະຫານແຂວງຄໍາມ່ວນ ໃນການພົວພັນ, ຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມກັນລາດຕະເວນຊາຍແດນ, ຈໍາກັດການຄ້າຂາຍເຖື່ອນຕາມຊາຍແດນ ໂດຍສະເພາະແມ່ນການປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງສອງຝ່າຍ ເຮັດໃຫ້ວຽກງານແຕ່ລະດ້ານມີຄວາມຕັ້ງໜ້າ ພ້ອມນີ້ ກໍສະໜີໃຫ້ສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມືທັງສອງຝ່າຍໃຫ້ມີຜົນສໍາເລັດໃຫຍ່ຫຼວງຂຶ້ນກວ່າເກົ່າ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວການຮ່ວມມື

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງ ມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫີວນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ຮອງບັນນາທິການໃຫຍ່ໜັງສືພິມ ເຢີນ ເຢີນ ຕ້ອນຮັບຄະນະສື່ມວນຊົນຕ່າງປະເທດ

ໃນໂອກາດເຂົ້າຮ່ວມ ເກັບກຳຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 19-25 ມັງກອນ 2026, ໃນວັນທີ 22 ມັງກອນ ນີ້, ຄະນະສື່ມວນຊົນຕ່າງປະເທດໃນນັ້ນມີ ນັກຂ່ວຈາກປະເທດລາວ ເຂົ້າຮ່ວມນໍາ ໄດ້ຢ້ຽມຢາມ ແລະ ແລກປ່ຽນບາງບົດຮຽນ ປະສົບການກ່ຽວກັບການອອກຂ່າວໃນໜ້າໜັງສືພິມເຈ້ຍ ແລະ ໜັງສືພິມ ເອເລັກໂຕຣນິກ ກັບພະນັກງານ ໜັງສືພິມ ເຢີນ ເຢີນ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ຟາມ ວັນຮຸງ ຮອງຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຢີນ ເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.
ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ເພີ່ມເຕີມ