ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງພັນທີ 3 ແລະ ກອງຮ້ອຍປືນໃຫຍ່ 35

ເຈົ້າແຂວງສະຫວັນນະເຂດ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງພັນທີ 3 ແລະ ກອງຮ້ອຍປືນໃຫຍ່ 35

ເຈົ້າແຂວງສະຫວັນນະເຂດ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງພັນທີ 3 ແລະ ກອງຮ້ອຍປືນໃຫຍ່ 35
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025). ໃນວັນທີ 19 ມັງກອນ 2025, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ

ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກອງພັນທະຫານຮາບທີ 3 ແລະ ກອງຮ້ອຍປືນໃຫຍ່ 35.

ການລົງຢ້ຽມຢາມຄັ້ງນີ້, ທ່ານ ເຈົ້າແຂວງ ພ້ອມຄະນະນຳຂອງແຂວງ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 3. ໃນໂອກາດນີ້, ກໍໄດ້ຮັບຟັງການລາຍງານຈາກສະຫາຍ ພັທ ແກ້ວແກ່ນໃຈ ໄຊຍະເສນ ຫົວໜ້າການເມືອງ ກອງພັນທະຫານຮາບທີ 3. ຈາກນັ້ນ, ທ່ານເຈົ້າແຂວງກໍໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມບັນຫາຕ່າງໆຕໍ່ຄະນະພັກ-ຄະນະບັນຊາໃນກົມກອງດັ່ງກ່າວ. ໃນໂອກາດນີ້, ທ່ານກໍໄດ້ໃຫ້ກຽດມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ກອງພັນລະຫານຮາບທີ 3 ຊຶ່ງປະກອບມີ: ປາກະປ໋ອງ, ນໍ້າປາ, ນໍ້າຕານ, ໄຂ່ໄກ່, ໝີ່, ເກືອ, ແປ້ງນົວ, ໝາກເຜັດ ແລະ ອຸປະກອນກິລາຈຳນວນໜຶ່ງ. ພ້ອມນັ້ນ ທ່ານເຈົ້າແຂວງ ພ້ອມຄະນະກໍໄດ້ລົງກວດເບິ່ງໂຄງການກໍ່ສ້າງເຮືອນນອນ ແລະ ການກໍ່ສ້າງພື້ນຖານໂຄງລ່າງອື່ນໆ ໃນກົມກອງດັ່ງກ່າວ ຊຶ່ງໃນຜ່ານມາ, ທ່ານເຈົ້າແຂວງກໍໄດ້ອະນຸມັດເງິນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງໃນຄ້າຍແຫ່ງນີ້.

ໃນເວລາຕໍ່ມາ, ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມ, ໃຫ້ກຳລັງໃຈອ້າຍ-ນ້ອງນາຍ ແລະ ພົນທະຫານ ພາຍໃນກອງຮ້ອຍປືນໃຫຍ່ 35 ພ້ອມທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກົມກອງດັ່ງກ່າວ, ພ້ອມນັ້ນ ທ່ານເຈົ້າແຂວງກໍ່ໄດ້ລົງເບິ່ງສະຖານທີ່ສຳລັບເກັບມ້ຽນປືນໃຫຍ່, ລົງເບິ່ງການກໍ່ສ້າງເຮືອນນອນ, ຫ້ອງການ, ໄຮ່-ນາ ແລະ ບໍ່ນໍ້າສ້າງຂອງຄ້າຍແຫ່ງນີ້ ພ້ອມນັ້ນ ທ່ານເຈົ້າແຂວງຍັງຈະຊ່ວຍແກ້ໄຂດ້ານງົບປະມານບາງສ່ວນໃນການກໍ່ສ້າງພື້ນຖານໂຄງລ່າງພາຍໃນກອງຮ້ອຍປືນໃຫຍ່ 35 ອີກດ້ວຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ມວນຊົນຈໍານວນຫຼາຍໄດ້ພ້ອມໃຈ ກັນຫຼັ່ງໄຫຼເຂົ້າຮ່ວມປະເພນີການໄຫຼເຮືອໄຟ (ລອຍກະໂທງ) ໃນງານບຸນ ອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໃນຄໍ່າຄືນຂອງວັນທີ 26 ຕຸລາຜ່ານມາ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຈັດຂຶ້ນໃນມື້ເພັງ 15 ຄໍ່າ (ວັນສິນໃຫຍ່) ເພື່ອເປັນການສະແດງຄວາມເຄົາລົບ ແລະ ຂໍຂະມາຕໍ່ພະແມ່ ຄົງຄາ ​ຕາມຄວາມເຊື່ອທາງພຸດທະສາສະໜາ.
ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ເພີ່ມເຕີມ