ຕ້ອນຮັບ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

ເຈົ້າແຂວງໄຊຍະບູລີ ຕ້ອນຮັບພົບປະ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

ເຈົ້າແຂວງໄຊຍະບູລີ ຕ້ອນຮັບພົບປະ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່
ໃນວັນທີ 19 ພະຈິກ ຜ່ານມານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ

 ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານສະພາບຂອງແຂວງວ່າ: ການພັດທະນາເສດຖະກິດຂອງແຂວງ ແມ່ນອີງໃສ່ 3 ທ່າແຮງຕົ້ນຕໍ ທີ່ເປັນເສົາຄໍ້າຄື: ການຜະລິດກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ, ອຸດສາຫະກໍາພະລັງງານໄຟຟ້າ, ການບໍລິການ ແລະ ການຄ້າຊາຍແດນ. ໂດຍອີງໃສ່ 3 ທ່າແຮງບົ່ມຊ້ອນດັ່ງກ່າວ ຄາດວ່າໝົດປີອັດຕາການເຕີບໂຕເສດຖະກິດຂອງແຂວງ ຈະບັນລຸໃນລະດັບ 5.5% ລວມຍອດຜະລິດຕະພັນພາຍໃນ 15,762 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 36.93 ລ້ານກີບ. ສໍາລັບວຽກງານພະລັງງານ ແລະ ບໍ່ແຮ່ ປັດຈຸບັນມີໂຄງການພັດທະນາແຫຼ່ງຜະລິດໄຟຟ້າ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດທັງໝົດມີ 16 ໂຄງການ, ໂຄງການດໍາເນີນການຜະລິດໄຟຟ້າມີ 3 ໂຄງການ, ໂຄງການດໍາເນີນການກໍ່ສ້າງມີ 4 ໂຄງການ, ໂຄງການດໍາເນີນສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ມີ 7 ໂຄງການ. ທົ່ວແຂວງໄດ້ຊົມໃຊ້ໄຟຟ້າຖາວອນໃນລະບົບ ຈໍານວນ 424 ບ້ານ ເທົ່າກັບ 98.60% ຂອງຈໍານວນບ້ານທັງໝົດ ແລະ ມີ 80,920 ຄອບຄົວ ເທົ່າກັບ 98,35% ຂອງຈໍານວນຄອບຄົວທັງໝົດ (ຍັງ 6 ບ້ານ) ປັດຈຸບັນພວມກໍ່ສ້າງຕາຂ່າຍໄຟຟ້າ 22kv, 0,4kv ແລະ ຕິດຕັ້ງໝໍ້ແປງເຂົ້າບ້ານໂພນສີດາ ແລະ ບ້ານຂອນແກ່ນ ເມືອງໄຊຍະບູລີ ສໍາເລັດແລ້ວ 80%; ມີໂຄງການຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດແບບປົກກະຕິ ແລະ ແບບທົດລອງ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ ທັງໝົດມີ 34 ໂຄງການ, ຂັ້ນສູນກາງຄຸ້ມຄອງ 13 ໂຄງການ, ຂັ້ນແຂວງຄຸ້ມຄອງ 21 ໂຄງການ, ໂຄງການຂຸດຄົ້ນຫີນປູນມີ 14 ໂຄງການ, ໂຄງການຂຸດຄົ້ນແຮ່ມັງການ ມີ 1 ໂຄງການ ໃນເນື້ອທີ່ 4.9 ເຮັກຕາ. ປັດຈຸບັນສາມາດຂຸດຄົ້ນແຮ່ມັງການໄດ້ 80,000 ໂຕນ ແລະ ພວມກໍາລັງປະກອບເອກະສານ ເພື່ອຂໍໂກ່ຕ່າສົ່ງແຮ່ທາດອອກໄປຈໍາໜ່າຍຕ່າງປະເທດນໍາກະຊວງພະລັງງານ ແລະ ບໍ່ແຮ່. ຈາກນັ້ນ ກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.

(ຂ່າວ: ມະໄລວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ