ຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 7 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 9 ກັນຍາ 2024

ເຈົ້າເມືອງແບງ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນເມືອງ

ເຈົ້າເມືອງແບງ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນເມືອງ
ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 7 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 9 ກັນຍາ 2024 ເຮັດໃຫ້ແມ່ນ້ຳຫຼາຍສາຍມີລະດັບປະລິມານສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫຼຊຸແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມພື້ນທີ່ທໍາການຜະລິດຂອງຊາວກະສິກອນ

ຖະໜົນຫົນທາງປ່ເພ ໂດຍສະເພາະແມ່ນເສັ້ນທາງເລກ 2w ທາງທິດເໜືອ ກິໂລແມັດທີ 46 ທາງໄປເມືອງໄຊ. ຕໍ່ກັບສະພາບການດັ່ງກ່າວ ທ່ານ ຄໍາພອນ ພີມມະລາດ ວ່າການເຈົ້າເມືອງໆແບງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມສະພາບການຢ່າງໄກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານເມືອງແບງ ແລະ ເສັ້ນທາງ. ໃນນີ້, ເສັ້ນທາງເລກ 2w ກິໂລແມັດທີ 46 ທາງໄປເມືອງໄຊ ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງ 1 ຈຸດ ປັດຈຸບັນພາກາກສ່ວນທີ່ກ່ຽວຂ້ອງແມ່ນເລັ່ງແກ້ໄຂສຸກເສີນ ແລະ ສາມາດທຽວໄປມາໄດ້ແລ້ວ, ນອກຈາກນັ້ນ ຍັງມີເສັ້ນທາງບາງເຂດເປ່ເພເລັກໜ່ອຍ, ສໍາລັບພື້ນທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນ ພາກສ່ວນທີ່ກ່ຽວຂ້ອງຍັງຈະໄດ້ລົງເກັບກໍາຂໍ້ມູນຜົນເສຍຫາຍ ສ່ວນລາຍລະອຽດແມ່ນຈະລາຍງານໃຫ້ຊາບຕາມພາຍຫຼັງ.

ສະນັ້ນ, ຈຶ່ງແຈ້ງ ເຕືອນມາຍັງປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າ ໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕິດຕາມລະດັບນໍ້າ ແລະ ນໍ້າຫ້ວຍຕ່າງໆ ທີ່ອາດຈະສູງຂຶ້ນເຖິ່ງເຂດອັນຕະລາຍ ເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ພ້ອມກັນຕິດຕາມຂ່າວການປ່ຽນແປງຂອງສະພາບດິນຟ້າອາກາດຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ, ຈາກວິທະຍຸ, ລະບົບໂທລະໂຄ່ງ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ເປັນທາງການ ແລະ ໜ້າເຊື່ອຖື, ພ້ອມນັ້ນ ກໍໃຫ້ເກັບມ້ຽນເຄື່ອງຂອງທີ່ມີຄ່າ, ສັດລ້ຽງໃຫ້ພາກັນຍົກຍ້າຍໄປບ່ອນທີ່ສູງ ແລະ ປອດໄພ.

(ຂ່າວ: ກິ່ງມະນີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບັນຍາກາດການສະຫຼອງງານບຸນອອກພັນສາປະວໍຣະນາ ປະຈຳປີ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຳຄັນທາງດ້ານຈິດໃຈຂອງພຸດທະສາສະນິກະຊົນລາວ ແລະ ສາກົນ ທີ່ໄດ້ພ້ອມກັນປະພຶດ ປະຕິບັດຕາມຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ພະອາຈານພວງປະເສີດ ພູມມາວົງ ຮອງປະທານ, ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ທີ່ວັດອົງຕື້ວໍຣະມະຫະວິຫານ ວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນອອກພັນສາ ປະວໍຣະນາ (ວັນອອກພັນສາ) ຫຼື ວັນມະຫາປະວໍຣະນາ ຖືເປັນວັນສິ້ນສຸດການຈໍາພັນສາ, ຕະຫຼອດໄລຍະເວລາ 3 ເດືອນຂອງພະສົງ-ສາມະເນນ ຕາມພະວິນໂຍບັນຍັດ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ໃນວັນທີ 25 ຕຸລາ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງມືຮັບໃຊ້ການປະຕິບັດງານໃຫ້ອາສາສະໝັກຊາວໜຸ່ມ “ຕະລຸມບອນ” ທີ່ຮ່ວມປະຕິບັດໜ້າທີ່ໃນງານບຸນ ອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປີ 2026 ແຂວງຈຳປາສັກ.
ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ເພີ່ມເຕີມ