ລົງເຄື່ອນໄຫວຊຸກຍູ້,ຕິດຕາມພໍ່ແມ່ປະຊາຊົນບ້ານດອນຂຽວເໜືອ

ເຈົ້າເມືອງໜອງບົກ ລົງຊຸກຍູ້ປະຊາຊົນບ້ານດອນຂຽວເໜືອຕ້ານໄພນໍ້າຖ້ວມ

ເຈົ້າເມືອງໜອງບົກ ລົງຊຸກຍູ້ປະຊາຊົນບ້ານດອນຂຽວເໜືອຕ້ານໄພນໍ້າຖ້ວມ
ໃນວັນທີ 17 ກັນຍາຜ່ານມາ, ທ່ານ ຄໍາພອນ ສີກຸມພົນ ເຈົ້າເມືອງໜອງບົກ ແຂວງຄໍາມ່ວນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້,ຕິດຕາມພໍ່ແມ່ປະຊາຊົນບ້ານດອນຂຽວເໜືອໄດ້ພ້ອມໃຈກັນຮ່າຍກະສອບຊາຍອັດປາກທໍ່ເພື່ອປ້ອງກັນການຍູ້

 ແລະ ຍື່ງຂຶ້ນຂອງລະດັບນໍ້າຂອງຢູ່ບໍລິເວນປາກຫ້ວຍທໍ່ດາໂລ້ທາງຂຶ້ນບ້ານມ່ວງໄຂ່. ຂະບວນການຕ້ານນໍ້າຖ້ວມໃນການຄັ້ງນີ້, ປະກອບມີອໍານາດການປົກຄອງບ້ານດອນຂຽວເໜືອ , ກໍາລັງ ປກຊ - ປກສ ແລະ ຊາວບ້ານເຂົ້າຮ່ວມຈໍານວນ 100 ກວ່າຄົນ . ທັງນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບຈາກໄພທໍາມະຊາດກໍຄືລະດັບນໍ້າ ຫຼື ມວນນໍ້າເໜືອທີ່ອາດຈະໄຫຼມາສົມທົບກັບປະລິມານນໍ້າໃນພື້ນທີ່, ປັດຈຸບັນໄດ້ມີຝົນຕົກລົງມາຕື່ມ. ສ່ວນເນື້ອທີ່ນໍ້າຖ້ວມນາຂອງປະຊາຊົນບ້ານດອນຂຽວໃຕ້ ແລະ ບ້ານໜອງຫຼົ່ມແມ່ນຢູ່ໃນໄລຍະການຕິດຕາມສໍາຫຼວດ.
“(ນັກຂ່າວ: ເມືອງໜອງບົກລາຍງານ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

2025 ເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາໄດ້ 870 ກວ່າຕື້ກີບ

ໃນປີ 2025 ຜ່ານມາ, ແຂວງເຊກອງ ດຶງດູດການລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ທັງໝົດ 876.14 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 66.98% (ມະຕິສະພາ 1,308 ຕື້ກີບ). ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ລື່ນແຜນ 13.71% (ມະຕິສະພາ 91 ຕື້ກີບ); ທຶນຊ່ວຍເຫຼືອ-ກູ້ຢືມ 14.79 ຕື້ກີບ ເທົ່າກັບ 8.70% (ມະຕິສະພາ 170 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 771.96 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 73.73% (ມະຕິສະພາ 1,047 ຕື້ກີບ).
ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ທະນາຄານ ມາຣູຮານ ເຈແປນ ລາວ ຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2026 ​ອີງ​ຕາມ​ຂໍ້​ມູນ​ຈາກທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao)ໃຫ້​ຮູ້​ວ່າ: ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026 ເປັນ​ຕົ້ນ​ໄປ.
ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດໃນວັນທີ 5 ມັງກອນນີ້, ໃຫ້ກຽດປະດັບຊັ້ນຂອງທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ບໍລິສັດ ສະຕາໂທລະຄົມ ມອບເງິນຊຸກຍູ້ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ

ວັນທີ 2 ມັງກອນຜ່ານມາ, ທີ່ກະຊວງປ້ອງກັນປະເທດ ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະໄດ້ມອບເງິນຊຸກຍູ້ຈໍານວນ 2 ລ້ານໂດລາໃຫ້ກະຊວງປ້ອງກັນປະເທດ.
ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນປະດັບຫຼຽນກາລະນຶກ 50 ປີ

ກະຊວງການເງິນຈັດພິທີປະດັບຫຼຽນກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາການນໍາ ແລະ ອະດີດການນໍາໃນວັນທີ 30 ທັນວາຜ່ານມາ ທີ່ກະຊວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ອະດີດການນຳ ພ້ອມດ້ວຍພະນັກຫຼັກແຫຼ່ງເຂົ້າຮ່ວມ.
ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດໃນວັນທີ 31 ທັນວາຜ່ານມາ, ໃຫ້ກຽດເປັນປະທານຂອງສະຫາຍ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຍທຂ ແຂວງເຊກອງ ປະເມີນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ກອງປະຊຸມປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານ,ຈັດຕັ້ງ, ກວດກາ, ແຜນການ-ການເງິນ, ໜ່ວຍພັກຂົນສົ່ງກອງຄຸ້ມຄອງ, ເຄຫາຜັງເມືອງ, ໜ່ວຍພັກທາງບົກ-ທາງນ້ຳ ແລະ ໜ່ວຍພັກລັດວິສາຫະກິດນ້ຳປະປາ ທີ່ຂຶ້ນກັບຄະນະພັກຮາກຖານພະແນກໂຍທາທິການ ແລະຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 31 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສາກົນ ພອຍປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງ, ມີສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຍທຂ ແຂວງ, ພາກສ່ວນກ່ຽວຂ້ອງ ແລະ ສະມາຊິກພັກໃນໜ່ວຍເຂົ້າຮ່ວມ.
ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ສະຫາຍ ພູລຳພອນ ສີຫາວົງ ໄດ້ຮັບເລືອກເປັນເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ພາຍໃຕ້ການເປັນປະທານນຳພາກອງປະຊຸມຂອງສະຫາຍ ພູລຳພອນ ສີຫາວົງ ກຳມະການປະຈຳພັກແຂວງ ເລຂາພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນຈຳນວນ 55 ສະຫາຍ ຍິງ 23 ສະຫາຍເຂົ້າຮ່ວມ.
ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ເພີ່ມເຕີມ