ເສີມຂະຫຍາຍສາຍພົວພັນລາວ - ອິນໂດເນເຊຍ

ຈັດງານເຜີຍແຜ່ ແລະ ສົ່ງເສີມສິລະປະການຕໍ່ສູ້ມວຍປັນຈັກສີລັດ

ຈັດງານເຜີຍແຜ່ ແລະ ສົ່ງເສີມສິລະປະການຕໍ່ສູ້ມວຍປັນຈັກສີລັດ
ສະຖານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພັນກິລາປັນຈັກສີລັດແຫ່ງຊາດລາວ

ຈັດງານເຜີຍແຜ່ ແລະ ສົ່ງເສີມສິລະປະການຕໍ່ສູ້ມວຍປັນຈັກສີລັດ ຊຶ່ງເປັນກິລາປະຈຳຊາດຂອງ ອິນໂດເນເຊຍ ພາຍໃຕ້ຫົວຂໍ້: ປັນຈັກສີລັດ ເສີມຂະຫຍາຍສາຍພົວພັນລາວ - ອິນໂດເນເຊຍ ຜ່ານກິລາ.

ໃນການຈັດງານເຜີຍແຜ່ ແລະ ສົ່ງເສີມສິລະປະການຕໍ່ສູ້ມວຍປັນຈັກສີລັດຂອງອິນໂດເນເຊຍ ຢູ່ ສປປ ລາວ ພາຍໃຕ້ຫົວຂໍ້: ປັນຈັກສີລັດ ເສີມຂະຫຍາຍສາຍພົວພັນລາວ - ອິນໂດເນເຊຍ ຜ່ານກິລາ ໃນວັນທີ 31 ຕຸລາ ຜ່ານມາ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ກາຕາ ເອັນດາ ເວີດານິງຕຽດ ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ສປປ ລາວ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ແລະ ທ່ານ ນາງ ພາວັນ ນວນທະສິງ ປະທານສະມາຄົມມິດຕະພາບລາວ-ອິນໂດເນເຊຍ ມີຄະນະບໍລິຫານງານ-ເລຂາທິການ ສະຫະພັນປັນຈັກສີລັດແຫ່ງຊາດລາວ,ສະຖາບັນກິລາ-ກາຍະກຳ ພ້ອມດ້ວຍຄູຝຶກ, ນັກກິລາ ແລະ ພະນັກງານຈາກສະຖານທູດອິນໂດເນເຊຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ກາຕາ ເອັນດາ ເວີດານິງຕຽດ ກ່າວໃຫ້ຮູ້ວ່າ: ສາຍພົວພັນລະຫວ່າງ ອິນໂດເນເຊຍ-ລາວ ໄດ້ມີການພົວພັນກັນເປັນຢ່າງດີ ນັບແຕ່ເປີດສາຍພົວພັນທາງການທູດ ມາເປັນເວລາ 67 ປີ; ປັດຈຸບັນ ການພົວພັນຮ່ວມມືສອງຝ່າຍ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ. ການພົວພັນຮ່ວມມືດ້ານການກິລາ ເປັນຮູບແບບໜຶ່ງຂອງການທູດ ທີ່ມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍ. ທ່ານເຫັນວ່າ ປັນຈັກສີລັດ ແມ່ນມີທ່າແຮງອັນໃຫຍ່ຫຼວງສໍາລັບການພັດທະນາ ແລະ ການຮ່ວມມືລະຫວ່າງອິນໂດເນເຊຍ ແລະ ລາວ. ກິລາປັນຈັກສີລັດ ຖືກບັນຈຸເຂົ້າແຂ່ງຂັນໃນງານກິລາອາຊຽນເກມ ນັບແຕ່ປີ 1987; ເອຊຽນເກມ ແຕ່ປີ 2018 ແລະ ວັນທີ 12 ທັນວາ ປີ 2019 ກິລາປັນຈັກສີລັດ ໄດ້ຮັບຮອງຈາກອົງການ UNESCO“ ເຂົ້າເປັນມໍລະດົກທາງດ້ານວັດທະນະທໍານາມມະທໍາຂອງມວນມະນຸດຊາດ ” ເນື່ອງຈາກວ່າ ປັນຈັກສີລັດ ບໍ່ພຽງແຕ່ເປັນສິລະປະການຕໍ່ສູ້ເທົ່ານັ້ນ ແຕ່ຍັງສື່ໃຫ້ເຫັນເຖິງຈິດວິນຍານ, ສິລະປະການຕໍ່ສູ້ ແລະ ສິລະປະແບບຕົ້ນສະບັບຂອງຊາວອິນໂດເນເຊຍ ອີກດ້ວຍ.

ສຳລັບຢູ່ ສປປ ລາວ, ກິລາປັນຈັກສີລັດ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບບັນດາປະເທດອື່ນໆໃນອາຊຽນ ແລະ ສ້າງຊື່ສຽງໃນເວທີ ຊີເກມ ແລະ ອາຊຽນເກມມາແລ້ວ. ສະນັ້ນ ຕໍ່ກັບຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງສະຫະພັນປັນຈັກສີລັດແຫ່ງຊາດລາວ ໃນການພັດທະນາ ແລະ ສົ່ງເສີມ ປັນຈັກສີລັດໃນລາວ, ທ່ານຕາງໜ້າໃຫ້ສະຫະພັນກິລາປັນຈັກສີລັດໂລກ ໄດ້ມອບການສະໜັບສະໜູນເປັນແຜ່ນປູພື້ນຈໍານວນ 2 ຊຸດ (10x10 ແມັດ) ແລະ ອຸປະກອນປ້ອງກັນຕົວ 20 ຄູ່ ໃຫ້ແກ່ສະຫະພັນປັນຈັກສີລັດແຫ່ງຊາດລາວ ເພື່ອນຳໄປຝຶກແອບບຝຶກຊ້ອມ ຊຶ່ງການມອບອຸປະກອນຄັ້ງນີ້ ຍັງເປັນສັນຍາລັກແຫ່ງມິດຕະພາບ ແລະ ຄວາມພະຍາຍາມຮ່ວມກັນລະຫວ່າງສະຖານທູດອິນໂດເນເຊຍ ແລະ ສະຫະພັນປັນຈັກສີລັດແຫ່ງຊາດລາວ ເພື່ອພັດທະນາ ແລະ ສົ່ງເສີມກິລາ ປັນຈັກສີລັດລາວ ໃນຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ສົມພູ ພົງສາ ຕາງໜ້າໃຫ້ ການນຳກະຊວງສຶກສາທິການ ແລະ ກິລາ ກໍຄື ຄອລ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງສະຫະພັນກິລາປັນຈັກສີລັດສາກົນ ແລະ ສະຖານທູດອິນໂດເນເຊຍປະຈຳລາວ ທີ່ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອສົ່ງເສີມການພັດທະນາກິລາປັນຈັກສີລັດລາວ ຕະຫຼອດມາ ໂດຍສະເພາະແມ່ນການນຳເອົາອຸປະກອນມາຊຸກຍູ້ສົ່ງເສີມການພັດທະນາກິລາປັນຈັກສີລັດລາວ ໃນຄັ້ງນີ້.

ໃນພິທີ ຍັງໄດ້ມີການສະແດງບົດຟ້ອນວັດທະນະທຳຂອງຊາດອິນໂດເນເຊຍ, ການສະແດງຂອງນັກກິລາປັນຈັກສີລັດເຍົາວະຊົນລາວ ພ້ອມທັງໄດ້ຮັບຟັງບົດລາຍງານກ່ຽວກັບການພັດທະນາຂອງສະຫະພັນກິລາປັນຈັກສີລັດລາວ ຈາກທ່ານ ພັນຕີ ທິບພົງພັດ ມະນິວົງ ເລຂາທິການສະຫະພັນກິລາປັນຈັກສີລັດແຫ່ງຊາດລາວ ອີກດ້ວຍ.

ຂ່າວ-ພາບ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ