ຈັດສໍາມະນາ ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງ

ຈັດສໍາມະນາ ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງ

ຈັດສໍາມະນາ ສົ່ງເສີມກະສິກຳທີ່ມີຄຸນນະພາບ, ເພີ່ມການເຕີບໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງ
ໃນອາທິດທີ່ຜ່ານມານີ້, ງານບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ສົ່ງເສີມກະສິກຳທີ່ມີຄຸນນະພາບ,

ເພີ່ມການເຕີບໂຕ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຜູ້ຜະລິດ” ມີຊາວສວນ, ສະຫະກອນ, ຫົວໜ່ວຍການຜະລິດ, ຜູ້ປະກອບການຜະລິດ, ປຸງແຕ່ງກາເຟ, ຊາ ແລະ ຜົນຜະລິດກະສິກຳຂອງເມືອງປາກຊ່ອງເຂົ້າຮ່ວມ.

ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ໄດ້ກ່າວເປີດຊກອງປະຊຸຸຸມສໍາມະນາວ່າ: ໂດຍປະຕິບັດນະໂຍບາຍຂອງ ລັດຖະບານ ກ່ຽວກັບ ການພັດທະນາກະສິກຳ ຕາມທິດ ສະອາດສີຂຽວ ແລະ ຍືນຍັງ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການສົ່ງເສີມກາເຟລາວ ຮອດປີ 2025, ທັງຮັບປະກັນໃນດ້ານສະມັດຕະພາບຜົນຜະລິດ ກາເຟ-ຊາ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອເປັນສິນຄ້າສະໜອງທັງພາຍໃນ ແລະ ສົ່ງ ອອກ. ປັດຈຸບັນ ທາງແຂວງ ຈຳປາສັກ ໄດ້ສຸມໃສ່ປະຕິບັດນະໂຍບາຍສົ່ງເສີມການລົງທຶນ ໂດຍການດຶງດູດເອົານັກລົງທຶນເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາມີສ່ວນຮ່ວມ ແລະ ພັດທະນາທາງດ້ານການຜະລິດ ໂດຍສະເພາະແມ່ນ ກາເຟ ມີບໍລິສັດໄດ້ລົງທຶນໃສ່ການຜະລິດກາເຟ ຫຼາຍ ກວ່າ 10 ໂຄງການ, ສາມາດສ້າງມູນຄ່າທາງດ້ານເສດຖະກິດເປັນຈໍານວນຫຼາຍໃນແຕ່ລະປີ.

ໃນກອງປະຊຸມສໍາມະນາ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຜະລິດກາເຟ, ທັງເປັນເວທີເພື່ອຊອກວິທີທາງຊ່ວຍເຫຼືອຊາວສວນ ແລະ ຜູ້ປະກອບການດ້ານການຜະລິດກາເຟໃຫ້ນັບມື້ພັດນາດ້ານຄຸນນະພາບການຜະລິດຂຶ້ນໄປເລື້ອຍໆ ສອດຄ່ອງຄວາມຕ້ອງການຂອງຕະຫຼາດເປົ້າໝາຍ ແລະ ເງື່ອນໄຂການສົ່ງອອກກາເຟ ເວົ້າລວມ, ເວົ້າສະເພາະກໍ່ເພື່ອ ຍົກສູງຄຸນຄ່າກາເຟລາວ ເຂົ້າສູ່ຕະຫຼາດທັງພາກພື້ນ ແລະ ສາກົນໃຫ້ໄດ້ຫຼາຍຂຶ້ນ.

(ແຫຼ່ງຂ່າວ: ສະຖານີວິທະຍຸແຂວງຈຳປາສັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ