ອາເມຣິກາຈະຢຸດຕິການເກັບພາສີເພີ່ມ 24% ຕໍ່ສິນຄ້າທີ່ນຳເຂົ້າຈາກປະເທດຈີນທີ່ກຳນົດໄວ້ຕາມຄຳສັ່ງຝ່າຍບໍລິຫານຂອງອາເມຣິກາ ສະບັບເລກ 14257 ທີ່ປະກາດໃນວັນທີ 2 ເມສາ 2025 ພາຍໃນເວລາ 90 ວັນ, ແຕ່ຍັງຮັກສາພາສີເພີ່ມ 10% ຕໍ່ສິນຄ້າທີ່ນຳເຂົ້າຈາກປະເທດຈີນ. ພ້ອມກັນນັ້ນຈະຍົກເລີກພາສີເພີ່ມຕໍ່ສິນຄ້າທີ່ນຳເຂົ້າຈາກປະເທດຈີນຕາມຄຳສັ່ງຝ່າຍບໍລິຫານສະບັບເລກ 14259 ແລະ 14266 ຕື່ມອີກ.
ສ່ວນຈີນຈະປັບປຸງພາສີຕໍ່ສິນຄ້າທີ່ນຳເຂົ້າຈາກອາເມຣິກາຢ່າງເທົ່າທຽມກັນ, ພ້ອມກັນນັ້ນຈະຍົກເລີກມາດຕະການຕອບໂຕ້ທີ່ບໍ່ເປັນການເກັບພາສີເພີ່ມ.
ຫຼັງຈາກປະຕິບັດມາດຕະການເຫຼົ່ານີ້ແລ້ວ, ສອງຝ່າຍຈະສ້າງກົນໄກທີ່ກ່ຽວຂ້ອງ, ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ.
ຄໍາເຫັນ