ຈີນ ເລັ່ງ​ລັດສ້າງນະ​ຄອນຊຽງ​ໄຮ້​ໃຫ້​ເປັນ​ສູນ​ກາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທີ່​​ມີ​ບົດ​ບາດໃນ​ທົ່ວ​ໂລກ

ຈີນ ເລັ່ງ​ລັດສ້າງນະ​ຄອນຊຽງ​ໄຮ້​ໃຫ້​ເປັນ​ສູນ​ກາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທີ່​​ມີ​ບົດ​ບາດໃນ​ທົ່ວ​ໂລກ

ຈີນ ເລັ່ງ​ລັດສ້າງນະ​ຄອນຊຽງ​ໄຮ້​ໃຫ້​ເປັນ​ສູນ​ກາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີທີ່​​ມີ​ບົດ​ບາດໃນ​ທົ່ວ​ໂລກ
ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ໃນ​ເວ​ລາສຳ​ຫຼວດຢູ່​ນະ​ຄອນ​ຊຽງ​ໄຮ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນປະ​ທານ​ປະ​ເທດ​ຈີນປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ກ່າວ​ເນັ້ນ​​ໜັກວ່າ,

 

ນະຄອນຊຽງໄຮ້ໄດ້ແບກຫາບໜ້າທີ່ແຫ່ງການສ້າງໃຫ້ເປັນສູນກາງປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີສາກົນ, ຕ້ອງກຳແໜ້ນໂອກາດ, ຖືການຮັບໃຊ້ຍຸດທະສາດແຫ່ງຊາດເປັນທິດຊີ້ນຳ, ເພີ່ມທະວີບົດບາດທີ່ເປັນແຫຼ່ງນຳສະເໜີນະໂຍບາຍແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະບົດບາດນຳໜ້າຂະແໜງອຸດສາຫະກຳລະດັບສູງຢ່າງບໍ່ຢຸດຢັ້ງ, ເລັ່ງລັດສ້າງເປັນສູນກາງແຫ່ງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີທີ່ມີບົດບາດໃນທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ອຸ​ບັດ​ເຫດ​ລົດ​ໄຟ​ຕົກ​ລາງ​ຢູ່​ປະ​ເທດ​ເອ​ຢິບ​ ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບ​າດ​ເຈັບ 112 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 8 ພະ​ຈິກ​ ຜ່ານມາ (​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ), ​ເກີດອຸ​ບັດ​ເຫ​ດ​ລົດ​ໄຟ​ຕົກ​ລາງ​​ຢູ່​ເຂດ​ເອັນ​ອາ​ຢັດ ​ແຂວງ​ກີ​ຊາ​ ປະ​ເທດ​ເອ​ຢິບ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍ​ຊີ​ວິດ 7 ຄົນ ແລະ ບາດ​ເຈັບ 112 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເອ​ຢິບ​ລາຍ​ງານ​ວ່າ: ມີ​ຜູ້​ບາດ​ເຈັບ 45 ຄົນ ໄດ້​ອອກ​ໂຮງໝໍ​ແລ້ວຫຼັງ​ຈາກ​ການ​ປິ່ນ​ປົວ.
ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ເຄື່ອງປັ້ນດິນເຜົານີຊິງ ມີຄວາມສໍາຄັນຕໍ່ການພັດທະນາອຸດສາຫະກຳ

ຄະນະພັກ ແລະ ລັດຖະບານເມືອງຊິນໂຈວ ໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການພັດທະນາອຸດສາຫະກໍາເຄື່ອງປັ້ນດິນເຜົານີຊິງ ເຮັດໃຫ້ອຸດສາຫະກໍາວັດທະນະທໍາກັບມາມີຊີວິດຊີວາອີກຄັ້ງ.
ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ສະພາແຫ່ງຊາດຫວຽດນາມ ຮັບຮອງແຜນງົບປະມານປີ 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາ​ແຫ່ງ​ຊາດຫວຽດນາມໄດ້ຮັບ​ຮອງ​ເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ໃນວັນທີ 9 ພະຈິກ ຜ່ານມາ. ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່ເຂົ້າຮ່ວມ 471/471 ທ່ານ ​ໄດ້ລົງຄະ​ແນນ​ສຽງ​ເຫັນດີ, ກວມເອົາ 94.2% ຂອງ​ຈຳ​ນວນ​ສະ​ມາ​ຊິກ​ສະພາແຫ່ງຊາດທັງໝົດ.
ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່າກຳປັ່ນໜານໜິງ ເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດເສດຖະກິດ

ທ່ານ ລູລີ້ຊິ່ນ ຮອງຜູ້ອຳນວຍການໃຫຍ່ບໍລິສັດພັດທະນາ ແລະ ການລົງທຶນທ່າກຳປັ່ນໜານໜິງ ຈຳກັດ ໄດ້ລາຍງານກ່ຽວກັບທ່າກຳປັ່ນໜານໜິງ, ເນື່ອງໃນໂອກາດເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນ ອາຊຽນປະຈຳປີ 2026 ວ່າ: ທ່າກຳປັ່ນໜານໜິງ ຖືເປັນພາຫະນະສຳຄັນໃນການຂັບເຄື່ອນຍຸດທະສາດສອງແກນເສດຖະກິດປະກອບມີເຂດເສດຖະກິດແມ່ນ້ຳຈູຈຽງ ແລະ ເຂດເສດຖະກິດອ່າວເປີຍປູ້ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່າກຳປັ່ນໜານໜິງຕັ້ງຢູ່ພາກໃຕ້ຂອງກວາງຊີບໍລິເວນແມ່ນ້ຳຢູ້ຈຽງ ຊຶ່ງເປັນສ່ວນໜຶ່ງຂອງລະບົບແມ່ນ້ຳຈູຈຽງ. ທ່າກຳປັ່ນແຫ່ງນີ້ແມ່ນມີຄວາມສຳຄັນໃນເຄືອຂ່າຍການຂົນສົ່ງທາງນ້ຳຊີຈຽງ ແລະ ເປັນສູນກາງເຊື່ອມຕໍ່ເສັ້ນທາງຂົນສົ່ງທາງນ້ຳຈາກພາກຕາເວັນຕົກສ່ຽງໃຕ້ອອກສູ່ທະເລຕາມແຜນການພັດທະນາ ແລະ ໄດ້ແບ່ງເຂດປະຕິບັດງານອອກເປັນຫຼາຍເຂດປະກອບມີ: ເຂດທ່າກຳປັ່ນລົງອານ, ເຂດທ່າກຳປັ່ນໃຈກາງເມືອງ, ເຂດທ່າກຳປັ່ນລິວຈິງ, ເຂດທ່າກຳປັ່ນນິວວານ, ເຂດທ່າກຳປັ່ນເຮ່ໂຈ່ວ ແລະ ຈຸດທ່າກຳປັ່ນມາຊານ. ໃນນັ້ນ, ເຂດທ່າກຳປັ່ນນິວວານ ແລະ ລິວຈິງເປັນເຂດສຳຄັນສຳລັບການຂົນສົ່ງສິນຄ້າໂດຍມີທ່າກຳປັ່ນນ້ຳເລິກ, ເສັ້ນທາງນ້ຳທີ່ຮອງຮັບເຮືອຂະໜາດ 3,000 ໂຕນ ແລະ ອຸປະກອນຍົກສິນຄ້າທີ່ມີກຳລັງຍົກເຖິງ 50 ໂຕນ.
ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ອີຣານ ວາງແຜນຈະສ້າງທໍ່ສົ່ງນ້ຳມັນອາຍແກ໊ສ 110 ຕື້ແມັດກ້ອນກັບ ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ມົສກູ ​ໃຫ້​ຮູ້​ວ່າ: ອີຣານ ມີແຜນການໄລຍະຍາວທີ່ຈະສ້າງທໍ່ສົ່ງ​ນ້ຳ​ມັນອາຍແກ໊ສຮ່ວມກັບ ຣັດເຊຍ, ດ້ວຍຄາດ​ໝາຍສະມັດຖະພາບ 110 ຕື້ແມັດກ້ອນ.
ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສິງກະໂປ ກຳນົດມາດຕະຖານສຳລັບການຊື້ນໍ້າມັນເຊື້ອໄຟການບິນແບບຍືນຍົງ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ອົງການການບິນພົນລະເຮືອນສິງກະໂປ ໄດ້ເປີດເຜີຍຂໍ້ກຳນົດຂັ້ນຕ່ຳສຳລັບນໍ້າມັນເຊື້ອໄຟການບິນແບບຍືນຍົງ (SAF) ທີ່ຈັດຊື້ດ້ວຍລາຍຮັບຈາກຄ່າບໍລິການນໍ້າມັນເຊື້ອໄຟເພີ່ມເຕີມ ແລະ ຕ້ອງສາມາດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕະຫຼອດວົງຈອນຊີວິດການນຳໃຊ້ ຢ່າງໜ້ອຍ 40%.
Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

Daiso ເປີດສາງ​ສິນ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໃນ​ມາ​ເລ​ເຊຍ​

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, Daiso ບໍລິສັດຂາຍຍ່ອຍຂອງຍີ່ປຸ່ນ ໄດ້ເປີດສູນການແຈກຢາຍສິນຄ້າລະດັບໂລກໃນລັດສະລັງງໍ ປະເທດມາເລເຊຍ. ນີ້ແມ່ນສາງສິນຄ້າທີ່ໃຫຍ່ທີ່ສຸດໃນໂລກຂອງບໍລິສັດດັ່ງກ່າວ ຊຶ່ງການລົງທຶນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງມາເລເຊຍໃນການນໍາໃຊ້ທີ່ຕັ້ງຍຸດທະສາດ, ພື້ນຖານໂຄງລ່າງທ່າເຮືອທີ່ເຂັ້ມແຂງ ແລະ ກໍາລັງແຮງງານທີ່ມີທັກສະ ເພື່ອດຶງດູດບໍລິສັດທີ່ຕ້ອງການເສີມສ້າງລະບົບຕ່ອງໂສ້ການສະໜອງລະດັບໂລກ ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ Daiso ທີ່ມີຕໍ່ມາເລເຊຍໃນຖານະເປັນສູນກາງການຂົນສົ່ງລະດັບໂລກ.
ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ໜ່ວຍ​ສຳຫຼວດ​ຂົ້ວ​ໂລກ​ໃຕ້​ຂອງ​ຈີນ ​ຈະສຳ​ເລັດຂັ້ນຕອນສຸດທ້າຍຂອງ​ການກໍ່​ສ້າງສະ​ຖາ​ນີ​ສິນຫຼິງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 7 ພະ​ຈິກ ຜ່ານມາ, ໜ່ວຍສຳຫຼວດ​ຂົ້ວ​ໂລກ​ໃຕ້ ​​ຄັ້ງ​ທີ 43 ຂອງ​ຈີນ​ທີ່​ຈັດ​ຕັ້ງ​ໂດຍ​ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ ໄດ້​ອອກ​ເດີນ​ທາງ​ຈາກ ນະ​ຄອນ​​ສ່ານ​ຢ້າ​ແຂວງ​ໄຫຫຼຳ ໄປ​​ຂົ້ວ​ໂລກ​ໃຕ້
ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ຫຼາຍທ້ອງຖິ່ນຂອງຫວຽດນາມ ປະຕິບັດສຳເລັດແຜນຄາດໝາຍລາຍຮັບງົບປະມານປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ຕາມການລາຍງານຂອງກະຊວງການເງິນ ຫວຽດ​ນາມ, ຍອດລາຍຮັບງົບປະມານ​ແຫ່ງລັດ​ໃນ​ໄລ​ຍະ 10 ເດືອນຂອງປີ 2026 ບັນລຸ 96.4% ແຜນຄາດ ໝາຍ. ຫຼາຍ​ທ້ອງ​ຖິ່ນ​ໄດ້ປະ​ຕິ​ບັດສຳເລັດຄາດໝາຍລາຍຮັບງົບປະມານຂອ​ງ​ທັງປີ​ເມື່ອ​ຫາກໍໝົດ​ເດືອນຕຸລາ. ລາຍຮັບຈາກເຮືອນ - ທີ່ດິນ, ໂດຍສະເພາະແມ່ນຄ່າທຳນຽມນຳໃຊ້ທີ່ດິນ ໄດ້ປະ​ກອບສ່ວນຫຼາຍ​ພໍ​ສົ​ມ​ຄວນ, ມີບາງບ່ອນກວມເອົາກວ່າ 37% ຍອດ​ລາຍ​ຮັບ​ງົບ​ປະ​ມານ.
ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ໄຟເງິນເຟີ້ໃນເຂດໃຊ້ສະກຸນເງິນເອີໂຣ ເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 3 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ໄພເງິນເຟີ້​ຢູ່ເຂດ​ໃຊ້​ສະ​ກຸນ​ເງິນເອີ​ໂຣ (Eurozone) ໃນເດືອນຕຸລາ ຜ່ານມາ ໄດ້ເພີ່ມຂຶ້ນເປັນ 4% ຊຶ່ງເປັນລະດັບສູງສຸດໃນຮອບ 3 ປີ ແລະ ສູງ​ທົບ​ສອງເທົ່າ​ເມື່ອ​ທຽບ​ໃສ່​ຄາດໝາຍຂອງທະນາຄານກາງເອີຣົບ (ECB). ​ສາເຫດ​ຕົ້ນ​ຕໍຍ້ອນລາ​ຄາ​ພະ​ລັງ​ງານເພີ່ມຂຶ້ນຢ່າງແຮງ ໃນ​ສະ​ພາບ​ທີ່ການ​ປະ​ທະ​ກັນ​ຢູ່​ເຂດຕາເວັນອອກກາງຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ກໍ່​ຄວາມ​ກົດ​ດັນ​ຕໍ່ ECB ​ໃນ​ການ​ສືບ​ຕໍ່​ຮັດ​ກຸມ​ນະ​ໂຍ​ບາຍ​ເງິນ​ຕາ.
ເພີ່ມເຕີມ