ຂ່າວສານຊີອາໄອລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາ; ໂຕເລກສະຖິຕິຫຼ້າສຸດທີ່ເປີດເຜີຍໂດຍອົງການພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມສາມາດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນໄດ້ບັນລຸ 1 ຕື້ກິໂລວັດ, ກວມເກືອບ 30% ຂອງຄວາມສາມາດຜະລິດໄຟຟ້າທີ່ຕິດຕັ້ງທັງໝົດຂອງຈີນ. ຄວາມສາມາດຜະລິດໄຟຟ້າພະລັງງານແສງຕາເວັນທັງໝົດໃນທົ່ວໂລກເກືອບເຄິ່ງໜຶ່ງແມ່ນຜະລິດໂດຍຈີນ.
ຂ່າວລະບຸວ່າ: ຄວາມສາມາດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນບັນລຸ 1 ຕື້ກິໂລວັດ ໄດ້ສະແດງໃຫ້ເຫັນເຖິງຈີນໄດ້ປັບປຸງໂຄງສ້າງພະລັງງານໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ເລັ່ງລັດການສ້າງລະບົບພະລັງງານແບບໃໝ່, ພ້ອມດຽວກັນນັ້ນ, ການນຳໃຊ້ພະລັງງານແສງຕາເວັນເປັນຈຳນວນຫຼວງຫຼາຍໄດ້ປ່ຽນແປງໂຄງປະກອບການຜະລິດ ແລະ ການບໍລິໂພກດ້ານພະລັງງານຢ່າງເລິກເຊິ່ງ.
ຄໍາເຫັນ