ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການການບິນອະວະກາດແຫ່ງຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ: ການຮ່ວມມືໃນຂົງເຂດການບິນອະວະກາດລະຫວ່າງຈີນ-ບຣາຊິນມີຫຼາຍກວ່າ 30 ປີແລ້ວ, ກ່ອນໜ້ານີ້, ສອງຝ່າຍໄດ້ຮ່ວມກັນຄົ້ນຄວ້າຜະລິດ ແລະ ຍິ່ງສົ່ງດາວທຽມ 6 ດວງ ຊຶ່ງຂໍ້ມູນຈາກດາວທຽມເຫຼົ່ານີ້ແມ່ນໄດ້ນໍາໃຊ້ໃນຂົງເຂດກະສິກໍາ, ປ່າໄມ້, ວາງແຜນຜັງເມືອງ ແລະ ຂົງເຂດອື່ນໆຢ່າງກວ້າງຂວາງ. ປັດຈຸບັນ, ຈີນ-ບຣາຊິນໄດ້ເລີ່ມດໍາເນີນການຄົ້ນຄວ້າ ແລະ ຜະລິດດາວທຽມດວງທີ 7 ແລະຈະແບ່ງປັນຂໍ້ມູນດາວທຽມໃຫ້ທົ່ວໂລກນໍາໃຊ້ຮ່ວມກັນ.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ຄໍາເຫັນ