ຈີນຄືໂອກາດທີ່ແນ່ນອນສຳລັບການພັດທະນາເສດຖະກິດຂອງໂລກ

ຈີນຄືໂອກາດທີ່ແນ່ນອນສຳລັບການພັດທະນາເສດຖະກິດຂອງໂລກ
ໂດຍ: ຄອນສະຫວັນ
ຫຼັງຈາກທີ່ເສດຖະກິດຈີນມີການເຕີບໂຕຢ່າງວ່ອງໄວຫຼາຍປີມານີ້, ພວມກ້າວໄປສູ່ການພັດທະນາເສດຖະກິດທີ່ມີຄຸນນະພາບສູງຂຶ້ນແລະການຍົກລະດັບອຸດສາຫະກຳໃຫ້ທັນສະໄໝດີກວ່າເກົ່າ. ຜູ້ຄົນທັງຫຼາຍໄດ້ຮັບຮູ້ເຖິງໂອກາດຂອງຈີນທີ່ມີຕໍ່ການພັດທະນາເສດຖະກິດໂລກ. 
ເປົ້າໝາຍການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນຫຼືGDP ຂອງຈີນໃນປີ 2024 ໃຫ້ຢູ່ໃນລະດັບປະມານ 5% ໄດ້ຖືກເປີດເຜີຍໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼືເອີ້ນວ່າກອງປະຊຸມສອງສະພາທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 4-11 ເດືອນມີນາ 2024.
ໃນກອງປະຊຸມສອງສະພາປີນີ້,ເນື້ອໃນບົດລາຍງານວຽກງານຂອງລັດຖະບານຈີນລະບຸວ່າ:ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ໃຫ້ຢູ່ໃນລະດັບປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາວ່າງງານຕາມການສຳຫຼວດໃນຕົວເມືອງມີປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບ-ລາຍຈ່າຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650 ລ້ານໂຕນແລະຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.
ໃນປີ 2023 ຜ່ານມາ, ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ GDP ຂອງຈີນ ມີຫຼາຍກວ່າ 126.000 ຕື້ຢວນ, ເພີ່ມຂຶ້ນ 5,2%, ຈັງຫວະການເຕີບໂຕໄດ້ຢືນຢູ່ແຖວໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ໄດ້ສ້າງວຽກເຮັດງານທຳໃນຕົວເມືອງ 12,44 ລ້ານຕຳແໜ່ງ, ອັດຕາວ່າງງານຕາມການສຳຫຼວດໃນຕົວເມືອງສະເລ່ຍແລ້ວຢູ່ໃນລະດັບ 5,2%. ລາຄາບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 0,2%, ລາຍຮັບ-ລາຍຈ່າຍສາກົນໄດ້ຮັກສາຄວາມດຸ່ນດ່ຽງກັນໂດຍພື້ນຖານ.
ໃນຫຼາຍປີມານີ້, ເມື່ອສັງເກດຈາກທົ່ວໂລກແລ້ວເຫັນວ່າ, ຈັງຫວະການເຕີບໂຕເສດຖະກິດຂອງປະເທດທີ່ພັດທະນາແລ້ວສ່ວນຫຼາຍຢູ່ລະຫວ່າງ 2% ຫາ 3%. ຈີນໄດ້ຕັ້ງເປົ້າໝາຍໃຫ້ຢູ່ໃນລະດັບປະມານ 5%, ອັນເປັນການສົ່ງສັນຍານທີ່ຕັ້ງໜ້າໃຫ້ແກ່ໂລກ ແລະສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງຈີນເພື່ອຊ່ວຍຊຸກຍູ້ການຟື້ນຕົວຂອງເສດຖະກິດໂລກ.
ເປົ້າໝາຍໄດ້ກຳນົດໄວ້ແລ້ວ, ຈະປະຕິບັດແນວໃດ? ລັດຖະບານຈີນໄດ້ວາງວຽກງານຕົ້ນຕໍ 10 ລາຍການໃນປີນີ້, ລວມທັງສຸມໃສ່ຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດການສ້າງປະເທດໃຫ້ຈະເລີນຮຸ່ງເຮືອງດ້ວຍວິທະຍາສາດແລະ ການສຶກສາ, ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ ແລະເປີດກວ້າງປະຕູສູ່ພາຍນອກຢ່າງມີລະດັບສູງເປັນຕົ້ນ.ປັດຈຸບັນຍານພາຫະນະພະລັງງານໃໝ່ທີ່ຜະລິດຈາກຈີນກຳລັງໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດໂລກ.  
ບົດລາຍງານຂອງລັດຖະບານຍັງໄດ້ເນັ້ນໃສ່ການ “ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ”, ການບໍລິໂພກແບບໃໝ່ໃຫ້ເຕີບໃຫຍ່ຂະຫຍາຍຕົວຫຼືວ່າແມ່ນຮັກສາ ແລະ ເປີດກວ້າງການບໍລິໂພກແບບດັ່ງເດີມ, ຕະຫຼາດຂະໜາດໃຫຍ່ພິເສດທີ່ມີປະຊາກອນ 1,4 ຕື້ຄົນເປັນໂອກາດທີ່ບໍ່ຄວນພາດສຳລັບທົ່ວໂລກ.ການເປີດກວ້າງປະຕູສູ່ພາຍນອກຂອງຈີນຢ່າງບໍ່ຢຸດຢັ້ງໄດ້ເພີ່ມຄວາມແນ່ນອນທີ່ລ້ຳຄ່າໃຫ້ແກ່ໂລກ.
ບັນດາຜູ້ສັງເກດການໄດ້ກ່າວວ່າ: ການເຕີບໂຕຂອງ GDP ໃຫ້ຢູ່ໃນລະດັບ5%ໃນປີ 2024 ແມ່ນສອດຄ່ອງກັບເປົ້າໝາຍການພັດທະນາໄລຍະຍາວທີ່ວາງອອກໃນແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ 14ແລະ ເປົ້າໝາຍໄລຍະຍາວເຖິງປີ 2035 ຊຶ່ງລະບຸວ່າ GDP ຂອງປະເທດຄວນເພີ່ມຂຶ້ນເປັນສອງເທົ່າພາຍໃນປີ 2035, ເມື່ອທຽບໃສ່ລະດັບປີ 2020.
ຈີນເປັນປະເທດເສດຖະກິດທີ່ໃຫຍ່ເປັນອັນດັບສອງຂອງໂລກແລະການພັດທະນາເສດຖະກິດຂອງຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດຕ່າງໆໃນໂລກ,ໃນປີ 2023ຈີນໄດ້ຕັ້ງເປົ້າໝາຍການເຕີບໂຕປະມານ 5% ແລະໄດ້ວາງມາດຕະການລະອຽດ 10 ລາຍການອອກມາຈະເປັນພະລັງຂັບເຄື່ອນໃຫ້ແກ່ເສດຖະກິດໂລກໂດຍສະເພາະປະເທດທີ່ຢູ່ອ້ອມຂ້າງ, ໃນນັ້ນປະເທດລາວກໍຈະໄດ້ຮັບຜົນປະໂຫຍດໃນການຮ່ວມມືກັບຈີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ຈີນ ແລະ ກຸ່ມ​ເສດ​ຖະ​ກິດ APEC ບັນ​ລຸ​ຜົນ​ສຳ​ເລັດ​ເກືອບ 50 ລາຍ​ການ​ໃນ​ຂົງ​ເສດ​ເສດ​ຖະ​ກິດ-ການ​ຄ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກນີ້ວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທີ 4 ຂອງ​ສູນ​ຂ່າວ​ກອງ​ປະ​ຊຸມ​ຜູ້​ນຳອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດອາ​ຊີ-ປາ​ຊີ​ຟິກ ຫຼື ​ APEC ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ,
ເພີ່ມເຕີມ