ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຄະນະລັດຖະມົນຕີສີລັງກາໄດ້ອະນຸມັດຂໍ້ສະເໜີສຳລັບເງິນກູ້ 30 ລ້ານໂດລາ ຈາກກອງທຶນພັດທະນາສາກົນ OPEC. ເພື່ອສະໜັບສະໜູນໂຄງການປະຕິຮູບຂອງສີລັງກາເພື່ອການເຕີບໂຕ, ຄວາມຍືດຍຸ່ນ ແລະ ເປີດກວ້າງ ຊຶ່ງມີຮູບແບບການຈັດຫາແຫຼ່ງທຶນທີ່ສອດຄ່ອງກັບທຶນສະໜັບສະໜູນຈາກທະນາຄານໂລກພາຍໃຕ້ໂຄງການດຽວກັນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ, ອົງການພະລັງງານແຫ່ງຊາດຈີນໄດ້ເປີດເຜີຍສະຖິຕິກ່ຽວກັບພະລັງງານໄຟຟ້າທົ່ວປະເທດຈີນລະຫວ່າງເດືອນມັງກອນ-ເດືອນຕຸລາປີນີ້.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວຄຳເຫັນສະຫຼຸບກອງປະຊຸມກ່ຽວກັບແຜນການເຕີບໂຕປີ 2027 ແລະ ບັນດາມາດຕະການບໍລິຫານໃນຊຸມເດືອນທີ່ຍັງເຫຼືອຂອງປີ 2026, ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສຸມໃສ່ຢ່າງເຂັ້ມງວດ, ຜັນຂະຫຍາຍຢ່າງຂ້ຽວຂາດບັນດາໜ້າທີ່, ມາດຕະການແກ້ໄຂເພື່ອບັນລຸເປົ້າ ໝາຍເຕີບໂຕປີ 2026; ສືບຕໍ່ຄວບຄຸມລາຄາ, ໄພເງິນເຟີ້, ຮັດແໜ້ນລະບຽບວິໄນການລົງທຶນພາກລັດ ແລະ ຍູ້ແຮງການປ່ອຍເງິນລົງທຶນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 24 ພະຈິກ ຜ່ານມາ, ແມກຄົວຣີ ຊຶ່ງເປັນກຸ່ມບໍລິສັດບໍລິການດ້ານທະນາຄານຂະໜາດໃຫຍ່ຂອງອົສຕຣາລີ ໄດ້ເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ເຊັ່ນ: ໄພເງິນເຟີ້, ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາການວ່າງງານສູງຂຶ້ນເປັນຕົ້ນ, ຄວາມເປັນໄປໄດ້ທີ່ເສດຖະ ກິດອົສຕຣາລີຈະເຂົ້າສູ່ພາວະຊຸດໂຊມລົງມີເຖິງເກືອບ 50%.
ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ທ່ານ ໂກບິນ ສິງ ເດໂອ ລັດຖະມົນຕີກະຊວງດີຈີຕອນຂອງມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍ ກໍາລັງພັດທະນາແນວທາງຮັບມືກັບວິກິດການ ແລະ ກົນໄກການຕອບສະໜອງພາກບັງຄັບ ເພື່ອຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງຜູ້ໃຊ້ເຕັກໂນໂລຊີປັນຍາປະດິດ (AI), ໂດຍສະເພາະໃນດ້ານທີ່ມີຄວາມສ່ຽງສູງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ພະຈິກ ຜ່ານມາວ່າ: ຜົນການສຳຫຼວດຈາກ Robert Walters ຊຶ່ງເປັນບໍລິສັດຈັດຫາງານ ແລະ ໃຫ້ຄຳປຶກສາດ້ານຊັບພະຍາກອນມະນຸດລະດັບໂລກຂອງປະເທດອັງກິດ ໄດ້ສຳຫຼວດຄວາມຄິດເຫັນຜູ້ຊ່ຽວຊານ ແລະ ບໍລິສັດຕ່າງໆໃນສິງກະໂປ ຈຳນວນ 579 ແຫ່ງ ໃນເດືອນກັນຍາຜ່ານມາ, ຄາດຄະເນວ່າການເພີ່ມຂຶ້ນຂອງເງິນເດືອນໂດຍລວມໃນສິງກະໂປພາຍໃນປີ 2027 ຈະຍັງຄົງຢູ່ໃນລະດັບປານກາງສໍາລັບພະນັກ ງານປັດຈຸບັນ ແລະ ພະນັກງານໃໝ່. ຢ່າງໃດກໍຕາມ, ນາຍຈ້າງ ແລະ ຜູ້ຊ່ຽວຊານທີ່ກຳລັງຊອກວຽກໃໝ່ມີທັດສະນະທີ່ແຕກຕ່າງກັນຢ່າງຫຼວງຫຼາຍກ່ຽວກັບບັນຫານີ້.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 25 ພະຈິກນີ້ວ່າ: ອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື WFP ໄດ້ເຕືອນເມື່ອບໍ່ດົນມານີ້ວ່າ, ເສັ້ນທາງການຄ້າສຳຄັນ 3 ສາຍ ຄື: ຊ່ອງແຄບຮໍມຸສ, ຊ່ອງແຄບມັນເດບ ແລະ ທະເລດຳ ຖືກກີດຂວາງຢ່າງຕໍ່ເນື່ອງ, ກຳລັງເຮັດໃຫ້ຕົ້ນທຶນດ້ານອາຫານ, ພະລັງງານ ແລະ ການຂົນສົ່ງຂອງໂລກເພີ່ມສູງຂຶ້ນ, ເຮັດໃຫ້ວິິກິດການຄວາມໝັ້ນຄົງດ້ານອາຫານຮ້າຍແຮງຂຶ້ນ. ປັດຈຸບັນ, ມີປະມານ 266,000,000 ຄົນໃນທົ່ວໂລກປະເຊີນກັບບັນຫາຂາດແຄນອາຫານຢ່າງໜັກໜ່ວງ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ສະຫະພັນບານເຕະໂລກ ຫຼື FIFA ໄດ້ຢືນຢັນຢ່າງເປັນທາງການກ່ຽວກັບປະເທດເຈົ້າພາບຈັດການແຂ່ງຂັນບານເຕະຍິງຊີງແຊັມໂລກປີ 2031 ແລະ ປີ 2035.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ກົມພາສີຂອງ ສ ເກົາຫຼີ ລາຍງານວ່າ, ການສົ່ງອອກນັບແຕ່ວັນທີ 1 ຫາ 20 ພະຈິກ ມີມູນຄ່າທັງໝົດ 77.4 ຕື້ໂດລາ, ເພີ່ມຂຶ້ນ 101.5% ຊຶ່ງເພີ່ມຂຶ້ນຫຼາຍກວ່າສອງເທົ່າເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເພີ່ມຂຶ້ນຢ່າງໄວວາ. ໃນຂະນະທີ່ມູນຄ່າການສົ່ງອອກສະເລ່ຍຕໍ່ມື້ບັນລຸ 4.84 ຕື້ໂດລາ, ເພີ່ມຂຶ້ນ 95.2%.
ຄໍາເຫັນ